ພວກເຈົ້າໜ້າທີ່ຢູ່ເກາະມາວີຂອງລັດຮາວາຍ ກ່າວວ່າ ໄຟປ່າໄດ້ເຜົາໄໝ້ກວ່າ 4,000
ເຮັກຕາ ແລະບັງຄັບໃຫ້ຫຼາຍພັນຄົນພາກັນຍົກຍ້າຍ.
ພວກເຈົ້າໜ້າທີ່ກ່າວວ່າໄຟປ່າດັ່ງກ່າວຍັງບໍ່ສາມາດຄວບຄຸມໄດ້ເທື່ອ ແຕ່ກໍກ່າວວ່າ
ພວກປະຊາຊົນທີ່ຍົກຍ້າຍອອກໜີນັ້ນ ໄດ້ຮັບອະນຸຍາດໃຫ້ກັບຄືນໄປບ້ານເຮືອນເຂົາ
ເຈົ້າ ເພາະວ່າການຂົ່ມຂູ່ທີ່ຈະລຸກໄໝ້ຢ່າງກະທັນຫັນນັ້ນໄດ້ຜ່ານພົ້ນໄປແລ້ວ.
ພວກເຈົ້າໜ້າທີ່ໄດ້ເຕືອນພວກປະຊາຊົນ ແລະບັນດາພວກທີ່ໄປຢ້ຽມຢາມໃນວັນສຸກ
ວານນີ້ໃຫ້ລະມັດລະວັງ ກ່ຽວກັບການປ່ຽນແປງຂອງສະພາບໄຟປ່າ.
ໄຟປ່າທີ່ລຸກລາມຢ່າງວ່ອງໄວໄດ້ເກີດຂຶ້ນຢູ່ໃນເຂດຮ່ອມພູພາກກາງຂອງເກາະມາວີ
ໃນຕອນເຊົ້າວັນພະຫັດວານແລ້ວ ຕາມເວລາທ້ອງຖິ່ນ ແລະໄດ້ໄໝ້ລາມອອກໄປ
ເພາະວ່າມີລົມພັດສະໝ່ຳມສະເໜີເຖິງ 30 ກິໂລແມັດຕໍ່ຊົ່ວໂມງ.
ປະຊາຄົມສອງແຫ່ງ ຄືຄຸ້ມ ມາລາເອ ແລະກີເຮ ທີ່ຕັ້ງຢູ່ຕາມແຄມຝັ່ງ ໄດ້ພາກັນຍົກຍ້າຍ
ໃນວັນພະຫັດທີ່ຜ່ານມາ ໂດຍມີການປຸກບ່ອນພັກເຊົາໃຫ້ເຂົາເຈົ້າຢູ່ໃນເຂດໃກ້ຄຽງ.
ພວກປະຊາຊົນໄດ້ຮັບອະນຸຍາດ ໃຫ້ກັບຄືນບ້ານເຮືອນ ແຕ່ພວກເຈົ້າໜ້າທີ່ກ່າວວ່າ
ບ່ອນພັກເຊົາຍັງຈະກຽມພ້ອມ ໃນກໍລະນີທີ່ໄຟເກີດໄໝ້ຂຶ້ນມາອີກ.
ບໍ່ມີໃຜໄດ້ຮັບບາດເຈັບ ຫຼືຊັບສິນໄດ້ຮັບຄວາມເສຍຫາຍທີ່ສຳຄັນຈາກລາຍງານຈາກ
ໄຟປ່າດັ່ງກ່າວນີ້.