ເຈົ້າໜ້າທີ່ສະຫະລັດ ກ່າວວ່າ ໄຟໄໝ້ປ່າ ໃນພາກໃຕ້ ຂອງລັດຢູທາ ໄດ້ຂະຫຍາຍວົງ
ກວ້າງອອກເປັນສອງເທົ່າ ຊຶ່ງເປັນນຶ່ງ ໃນຈຳນວນໄຟໄໝ້ປ່າ ຈຳນວນຫຼາຍແຫ່ງ ທາງ
ພາກຕາເວັນຕົກຂອງສະຫະລັດ.
ຄວາມພະຍາຍາມທີ່ຈະມອດໄຟ ທີ່ພວມລຸກໄໝ້ຢູ່ໃນພາກຕາເວັນຕົກຂອງສະຫະລັດ
ໄດ້ສ້າງຄວາມຫຍຸ້ງຍາກໃຫ້ແກ່ພວກເຈົ້າໜ້າທີ່ດັບໄຟ ຍ້ອນສະພາບ
ອາກາດຮ້ອນຈັດຢູ່ໃນເຂດດັ່ງກ່າວ.
ສະພາບອາກາດຮ້ອນຈັດແລະແຫ້ງ ຍັງໄດ້ພາໃຫ້ມີຄວາມເປັນຫ່ວງ ກ່ຽວກັບການສະ
ຫລອງວັນຊາດສະຫະລັດ ໃນວັນທີ 4 ກໍລະກົດຈະມານີ້ ຍ້ອນວ່າຈະມີການຈູດບັ້ງໄຟ
ດອກແລະການປີ້ງບາເບຄິວ ທີ່ເປັນປະເພນີຂອງຊາວອາເມຣິກັນນັ້ນ.
ພວກເຈົ້າໜ້າທີ່ກ່າວວ່າ ໄດ້ມີການຍົກຍ້າຍຜູ້ຄົນອອກຈາກເຮືອນອີກ 400 ຫຼັງໃນລັດ
ຢູທາ ບ່ອນທີ່ໄຟກຳລັງລຸກໄໝ້ໄກ້ໆກັບເມືອງແລ່ນສະກີຢູ່ໃນພາກໃຕ້ ທີ່ໄດ້ບັງຄັບໃຫ້
ຢ່າງໜ້ອຍ 700 ຄົນແລ້ວ ຕ້ອງໄດ້ໜີ ອອກຈາກເຮືອນຊານ ຂອງພວກເຂົາເຈົ້າ. ເຈົ້າ
ໜ້າທີ່ເວົ້າວ່າ ໄຟຊຶ່ງໃນເວລານີ້ໄດ້ລຸກໄໝ້ ຢູ່ໃນພື້ນທີ່ຫລາຍກວ່າ 100 ກິໂລແມັດມົນ
ທົນນັ້ນ ເລີ້ມຂຶ້ນເວລາຊາວບ້ານຄົນນຶ່ງໃຊ້ໄຟຈູດຫຍ້າໃກ້ໆບ່ອນຕາກອາກາດ Brian
Head Resort.
ອັນຕະລາຍຈາກໄຟໄໝ້ປ່າ ໄດ້ພາໃຫ້ເຈົ້າໜ້າທີ່ ທີ່ຢູ່ໃນເຂດອະນຸລັກກ ທີ່ໃຫຍ່ທີ່ສຸດ
ຂອງຊາວອິນເດຍແດງ Navajo Nation ໄດ້ອອກຄຳສັ່ງບໍ່ໃຫ້ມີການຈູດບັ້ງໄຟດອກ
ແລະດັງໄຟເວລາໄປພັກແຮມຄືນ.