ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄຟປ່າໃນເມືອງເຣດດິງ ລັດຄາລີຟໍເນຍ ສົ່ງຜົນກະທົບຕໍ່ ພົນລະເມືອງ ແລະທຸລະກິດ ໃນເມືອງນ້ອຍແຫ່ງນີ້


ທີມງານຮ້ານອາຫານ Lily's Thai Kitchen ຢູ່ໃນເມືອງ ເຣດດິງ ລັດຄາລີຟໍເນຍ. ຈາກຊ້າຍຫາຂວາ: ຍາຍາງຊູບິນ ມະນີພັນ, ທ່ານໄພບູນ "ບີລ" ພົມມະສິນ ແລະ ຍານາງເຂັມພິກ "ຄິມ" ປຣະວົງ
ທີມງານຮ້ານອາຫານ Lily's Thai Kitchen ຢູ່ໃນເມືອງ ເຣດດິງ ລັດຄາລີຟໍເນຍ. ຈາກຊ້າຍຫາຂວາ: ຍາຍາງຊູບິນ ມະນີພັນ, ທ່ານໄພບູນ "ບີລ" ພົມມະສິນ ແລະ ຍານາງເຂັມພິກ "ຄິມ" ປຣະວົງ

ໄຟປ່າມັກເກີດຂຶ້ນຢູ່ເລື້ອຍໆໃນລັດຄາລີຟໍເນຍ ຍ້ອນສະພາບອາກາດຮ້ອນເອົ້າ ແລະແຫ້ງແລ້ງຕະຫຼອດມາໃນລະດູຮ້ອນ ແລະເມື່ອມໍ່ໆມານີ້ ກໍ​ໄດ້ເກີດໄຟປ່າ ໃນຫຼາຍເຂດເຊັ່ນ ແຊນແຟຣນສິສໂກ ແລະ ແຟຣສໂນ ຮວມທັງປ່າສະຫງວນ ແຫ່ງຊາດ Yosemite ທີ່ມີຊື່ສຽງນຳດ້ວຍ ໄຟປ່າໄດ້ລຸກລາມອອກໄປຢ່າງ ກວ້າງຂວາງໃນຫຼາຍພື້ນທີ່ ແລະໄດ້ເຜົາຜານເຮືອນຊານຫຼາຍຫຼັງ ພ້ອມທັງເອົາ ຊີວິດປະຊາຊົນຫຼາຍສົມຄວນ. ໄຟປ່າອາດເກີດຂຶ້ນໄດ້ຍ້ອນຄວາມບໍ່ເອົາໃຈໃສ່ ຫຼືບໍ່ຫົວຊາຂອງຄົນ ທີ່ດັງໄຟເວລາໄປນອນໃນປ່າ ແລະອີກດ້ານນຶ່ງ ເກີດຂຶ້ນ ຍ້ອນຟ້າຜ່າ ໃນກໍລະນີຂອງໄຟປ່າທີ່ເມືອງ Redding ຊຶ່ງຄົນລາວທ່ານນຶ່ງ ໄດ້ລົງທຶນໃນຮ້ານອາຫານໄທ ທີ່ຊື່ວ່າ Lily’s Thai Kitchen ຕັ້ງຢູ່ໃນເມືອງ Willow Creek ຕິດກັບທາງຫຼວງເລກ 299 ຢູ່ບໍ່ໄກຈາກບ່ອນທີ່ເກີດໄຟປ່າ ຊຶ່ງໄດ້ເລີ້ມລຸກໄໝ້ ໃນວັນທີ 5 ສິງຫາຜ່ານມາ ແລະໃນປັດຈຸບັນນີ້ ກົມດັບເພີງ ຂອງເມືອງກໍສາມາດຄວບຄຸມໄຟປ່າໄດ້ແລ້ວ ແຕ່ກໍຍັງມີຄວັນໜາຢູ່ ໃນເບື້ອງຕົ້ນໄຟປ່າໄດ້ສົ່ງຜົນກະທົບຕໍ່ທຸລະກິດຕ່າງໆ ໃນເມືອງນ້ອຍແຫ່ງນີ້ ທີ່ມີພົນລະເມືອງປະມານເກືອບ 2,000 ຄົນ ດັ່ງທີ່ເຈົ້າຂອງຮຸ້ນສ່ວນຂອງຮ້ານ ກ່າວສູ່ວີໂອເອຟັງວ່າ:

“ຕາມສະພາບທີ່ໄຟໄໝ້ຢູ່ ວີລໂລ ຄຣີກ ໃນເຂດຮຳໂບລຕ໌ ຄາວຕີ ມີປະມານ 16,000 ເອກເກີ ດຽວນີ້ ປະຊາຊົນບາງບ່ອນກະໄດ້ຍ້າຍໄປຢູ່ໃນເມືອງອື່ນ ເພາະວ່າ ຢູ່ໃນທາວ ມັນຄວັນຫຼາຍ ມັນສະໂມກຫຼາຍ ແຕ່ບາງຄົນກໍຍັງຢູ່ໃນ ເມືອງ ເຂົາກະບໍ່ຢາກອອກໄປຈາກເຮືອນ ກະມີຜົນກະທົບຕໍ່ທຸລະກິດຫຼາຍພາກສ່ວນ ບໍ່ວ່າແຕ່ຮ້ານອາຫານຂອງຄົນລາວເຮົາຢູ່ນີ້ ຫຼືວ່າ ທຸລະກິດຂອງ ອາເມຣິກາ ກະຄືກັນ ກະມີຜົນກະທົບທັງໝົດ.”

ທ່ານກ່າວອີກວ່າ ຄວັນໜາຫຼາຍ ຈຶ່ງຕ້ອງໄດ້ປິດຮ້ານມື້ນຶ່ງ ເມື່ອເປີດຮ້ານຄືນໃໝ່ ລູກຄ້າກໍຍັງບໍ່ອອກມາເທື່ອ ໄດ້ຂາຍແຕ່ອາຫານສັ່ງໄປກິນຢູ່ບ້ານເທົ່ານັ້ນ.

XS
SM
MD
LG