ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໄຟປ່າ ໃນລັດ ຄາລິຟໍເນຍ ບັງຄັບໃຫ້ ປິດ ການເຂົ້າຊົມ ສວນອຸດທະຍານ ໂຢເຊມິຕິ


ເຮືອບິນລຳນຶ່ງທີ່ໃຊ້ໃນການມອດໄຟປ່າ ເຟີກູສັນ ບິນຜ່ານດວງຕາເວັນທີ່ໃກ້ຕົກດິນ, ເໜືອເມືອງ ມາຣີໂປຊາ, ໃກ້ກັບສວນອຸດທະຍານແຫ່ງຊາດ ໂຢເຊມິຕີ. 15 ກໍລະກົດ, 2018.
ເຮືອບິນລຳນຶ່ງທີ່ໃຊ້ໃນການມອດໄຟປ່າ ເຟີກູສັນ ບິນຜ່ານດວງຕາເວັນທີ່ໃກ້ຕົກດິນ, ເໜືອເມືອງ ມາຣີໂປຊາ, ໃກ້ກັບສວນອຸດທະຍານແຫ່ງຊາດ ໂຢເຊມິຕີ. 15 ກໍລະກົດ, 2018.

ນຶ່ງວັນຫຼັງຈາກບັນດາເຈົ້າໜ້າທີ່ລັດ ຄາລິຟໍເນຍ ໄດ້ກ່າວວ່າ ໄຟປ່າໃນພາກເໜືອຂອງ
ລັດ ຄາລິຟໍເນຍ ໄດ້ກາຍເປັນໄຟທີ່ໃຫຍ່ທີ່ສຸດໃນປະຫວັດທີ່ຖືກບັນທຶກໄວ້ຂອງລັດນັ້ນ,
ບັນດາເຈົ້າໜ້າທີ່ໄດ້ບອກຂ່າວຮ້າຍເພີ່ມເຕີມໃຫ້ປະຊາຊົນທີ່ອາໄສຢູ່ໃນພື້ນທີ່ຊາບວ່າ,
ໄຟປ່າທີ່ກຳລັງເຜົາໄໝ້ຢູ່ອ້ອມສວນອຸທະຍານແຫ່ງຊາດ ໂຢເຊມິຕີ ແລະ ຮ່ອມພູ ໂຢ
ເຊມິເຕ ນັ້ນ ຈະພາໃຫ້ປິດການເຂົ້າຊົມຢ່າງບໍ່ມີກຳນົດ.

ໄຟປ່າ ເຟີກູສັນ ໄດ້ເຜົາໄໝ້ຢູ່ໃນ ແລະ ອ້ອມສວນອຸດທະຍານ ໂຢເຊມິຕີ ເກືອບນຶ່ງ
ເດືອນແລ້ວ, ເຊິ່ງໄດ້ສົ່ງຜົນກະທົບຕໍ່ທາງເຂົ້າສາມແຫ່ງຂອງສວນອຸດທະຍານດັ່ງກ່າວ.
ເຈົ້າໜ້າທີ່ບໍລິການສວນອຸດທະຍານແຫ່ງຊາດກ່າວວ່າ ເຂົາເຈົ້າບໍ່ຮູ້ວ່າສວນດັ່ງກ່າວ
ຈະເປີດຄືນອີກເມື່ອໃດ.

ໄຟທີ່ວ່ານັ້ນຍັງບໍ່ທັນລາມໄປຮອດຮ່ວມພູເທື່ອ, ແຕ່ຄວັນໄຟໄດ້ເພີ່ມຂຶ້ນຮອດລະດັບ
ຄວັນພິດທີ່ເປັນອັນຕະລາຍ, ເຊິ່ງໄດ້ບັງຄັບໃຫ້ປິດສວນດັ່ງກ່າວນັ້ນ. ອີງຕາມຄຳເວົ້າ
ຂອງບັນດາເຈົ້າໜ້າທີ່ສວນອຸດທະຍານ.

ໂຄສົກສວນອຸດທະຍານ ໂຢເຊມິີຕ ທ່ານ ສກັອດ ເຈດິແມັນ ໄດ້ກ່າວວ່າ ໄຟໄດ້ສ້າງ
ຜົນກະທົບທາງເສດຖະກິດຢ່າງຫຼວງຫຼາຍ ໃນຂົງເຂດນັ້ນ ໃນລະຫວ່າງລະດູການທ່ອງ
ທ່ຽວທີ່ໜາແໜ້ນທີ່ສຸດຂອງມັນ. ໃນຂະນະທີ່ບັນດາເຈົ້າໜ້າທີ່ດັບໄຟໄດ້ຫວັງວ່າ “ຈະ
ເຮັດໃຫ້ສວນອຸດທະຍານດັ່ງກ່າວນັ້ນ ເປີດຄືນໂດຍໄວເທົ່າທີ່ມັນປອດໄພທີ່ຈະເຮັດ
ໄດ້.” ທ່ານ ເຈດີແມັນ ໄດ້ກ່າວວ່າ ໄຟທີ່ກຳລັງລຸກໄໝ້ໄດ້ເຮັດໃຫ້ມັນເປັນສະຖານະ
ການ “ວັນຕໍ່ວັນ.”

ໃນຕອນແລງຂອງວັນຈັນທີ່ຜ່ານມາ, ບັນດາເຈົ້າໜ້າທີ່ໃນລັດ ຄາລິຟໍເນຍ ໄດ້ກ່າວວ່າ
ໄຟປ່າທີ່ໄດ້ເລີ່ມໄໝ້ດົນກວ່ານຶ່ງສັບປະດາທີ່ຜ່ານມານັ້ນ ໄດ້ກາຍເປັນໄຟທີ່ໃຫຍ່ສຸດ
ທີ່ໃນປະຫວັດທີ່ຖືກບັນທຶກໄວ້ຂອງລັດ.

ໄຟຮູ້ຈັກກັນວ່າ ໄຟໃຫຍ່ ເມັກໂດຊີໂນ ນັ້ນ, ແມ່ນປະກອບມີໄຟໄໝ້ຈາກສອງແຫ່ງທີ່
ໄດ້ຕໍ່ເຂົ້າກັນ ໃນພາກເໜືອຂອງລັດດັ່ງກ່າວ ແລະ ໃນວັນອັງຄານວານນີ້ ໄດ້ເຜົາໄໝ້
ພື້ນທີ່ 1,178 ຕາລາງກິໂລແມັດ, ເປັນເຂດທີ່ມີຂະໜາດເທົ່າກັບນະຄອນ ລອສ ແອນ
ເຈີລິສ.

ກົມປ່າໄມ້ ແລະ ປ້ອງກັນໄຟໄໝ້ລັດ ຄາລິຟໍເນຍ ໄດ້ກ່າວວ່າ ໄຟດັ່ງ ກ່າວນັ້ນ ຖືກຄວບ
ຄຸມໄດ້ພຽງ 34 ເປີເຊັນເທົ່ານັ້ນ ແລະ ຍັງໄໝ້ລາມອອກໄປຢູ່. ປັດຈຸບັນນີ້ແປວໄຟໄດ້
ທຳລາຍອາຄານປະມານ 150 ຫຼັງ, ສ່ວນໃຫຍ່ແມ່ນຍ້ອນມັນໄດ້ໄໝ້ຢູ່ເຂດຊົນນະບົດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG