ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄຟປ່າ ກໍາລັງໄໝ້ລາມ ຫລາຍ 100 ແຫ່ງ ໃນອອສເຕຣເລຍ (ວີດີໂອ/ສະໄລດ໌)


ustralia
please wait
Embed

No media source currently available

0:00 0:01:15 0:00
ບັນດາ​ເຈົ້າ​ໜ້າ​ທີ່ ອອສ​ເຕ​ຣ​ເລຍ ກ່າວ​ວ່າ ​ໄຟທີ່​ກໍາ​ລັງໄໝ້​ປ່າ
ຢູ່ລັດ New South Wales ພາກ​ຕາເວັນອອກສຽງໃຕ້​ຂອງ
ປະເທດ ​ໄດ້​ທໍາລາຍ​ເຮືອນ​ຊານ ປະມານ 100 ຫລັງ ຢູ່​ໃກ້​ໆ
ກັບນະຄອນ Sydney ແລະ​ເຮັດ​ໃຫ້​ຜູ້​ຊາຍ​ຄົນ​ນຶ່ງ​ເສຍ​ຊີວິດ.

ພວກ​ເຈົ້າ​ໜ້າ​ທີ່ ກ່າວ​ໃນ​ວັນ​ສຸກມື້ນີ້ວ່າ ມີໄຟໄໝ້​ປ່າປະມານ
100 ​ແຫ່ງ ທີ່​ເກີດ​ຈາກ​ອາກາດ​ຮ້ອນ​ ​ແລະ​ລົມ​ແຮ​ງທີ່​ບໍ່​ຄ່ອຍ
​ມີຂຶ້ນ. ​ໄຟ​ປະມານ​ນຶ່ງ​ສ່ວນ​ສາ​ມຍັງ​ຄວບ​ຄຸມ​ບໍ່​ທັນ​ໄດ້.

ຫລາຍ​ຮ້​ອຍຄົນໄດ້ພາກັນຫຼົບ​ໄພໄປຢູ່ໃນ​ສູນ​ກູ້​ໄພແຫ່ງຕ່າງໆ
​ໃນເຂດຊານເມືອງ ນະຄອນຊິດນີ ໃນ​ຄືນ​ວັນ​ພະຫັດ.

ອາກາດ​ໄດ້​ປ່ຽນ​ແປງ​ເຢັນລົງໜ້ອຍ​ນຶ່ງໃນ​ວັນ​ສຸກ​ມື້​ນີ້ ​ແຕ່ ບັນດາ​ເຈົ້າ​ໜ້າທີ່​ກ່າວ​ວ່າ ສະພາບການ​ຍັງ​ອັນຕະລາຍຢູ່.




XS
SM
MD
LG