ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໝີປ່າ ໂຈມຕີປະຊາຊົນຈໍານວນນຶ່ງ ໃນພາກເໜືອຂອງ ຍີ່ປຸ່ນ


ແຟ້ມຮູບ-ໝີດໍາ Asiatic ທີ່ພົບເຫັນຢູ່ໃນສວນສັດໃນນະຄອນຫຼວງນິວເດລີ, ວັນທີ 14 ທັນວາ 2000.
ແຟ້ມຮູບ-ໝີດໍາ Asiatic ທີ່ພົບເຫັນຢູ່ໃນສວນສັດໃນນະຄອນຫຼວງນິວເດລີ, ວັນທີ 14 ທັນວາ 2000.

ເຈົ້າ​ໜ້າ​ທີ່​ຍີ່ປຸ່ນ ​ໄດ້ອອກມາ​ເຕືອນ​ປະຊາຊົນ​ໃນ​ວັນ​ເສົາ​ແລ້ວ​ນີ້ວ່າ ​ຈົ່ງພາກັນ​ລະມັດລະວັງ​ໝີ​ປ່າ​ໃນບໍລິເວນ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ປະ​ເທດ ລຸນຫລັງປະຊາຊົນຫຼາຍຄົນຖືກ​ໂຈມ​ຕີໂດຍໝີດັ່ງກ່າວ ລວມທັງ​ເຈົ້າ​ໜ້າ​ທີ່​ຕຳຫຼວດ.

ພວກໝີທີ່ພົບເຫັນຢູ່ໃນພື້ນທີ່ດັ່ງກ່າວ, ລວມທັງແຂວງ ອະກິຕະ (Akita) ແລະ ແຂວງ ຟູກູຊິມະ (Fukushima) ນັ້ນ, ມີຄວາມສູງປະມານ 50 ຊັງຕີແມັດ.

ເຈົ້າ​ໜ້າ​ທີ່​ຕຳຫຼວດ​ສອງ​ຄົນ​ ໄດ້ຖືກ​ໂຈມ​ຕີ​ໃນ​ວັນ​ເສົາ​ແລ້ວ​ນີ້​ຢູ່ທີ່ບໍລິເວນ​ເມືອງ ກາຊູໂນະ (Kazuno) ໃນແຂວງ ອາກິຕະ ​ຂະ​ນະ​ທີ່ກໍາລັງເກັບກູ້ເອົາສົບ​ຂອງ​ຜູ້ຊາຍທີ່​ຫາຍ​ສາບ​ສູນ​ຄົນ​ນຶ່ງ, ອີງຕາມ​ລາຍ​ງານ​ຂອງ​ສື່​ມວນ​ຊົນ​ຍີ່​ປຸ່ນ. ຜູ້ຊາຍ ຄົນດັ່ງກ່າວນັ້ນ ໄດ້ອອກໄປຊອກຫາໜໍ່ໄມ້ຢູ່ບໍລິເວນພູໃນຊ່ວງສອງສາມມື້ກ່ອນ ໜ້ານີ້ ເຊິ່ງເປັນບ່ອນທີ່ລາວຖືກພົບວ່າເສຍຊີວິດຢູ່ໃນບໍລິເວນດັ່ງກ່າວ ດ້ວຍບາດ ແຜຈີກຂະໜາດໃຫຍ່, ແລະຍັງ​ບໍ່​ເປັນ​ທີ່ແຈ່ມ​ແຈ້ງວ່າ ​ລາວ​ເສຍ​ຊີວິດ​ຍ້ອນ​ການ​ໂຈມ​ຕີ​ຂອງ​ໝີ ຫຼື ບໍ່.

ລາຍງານກ່າວວ່າ ​ເຈົ້າ​ໜ້າ​ທີ່ທັງສອງຄົນ​ມີ​ອາການ​ສາຫັດ, ​ເຖິງ​ແມ່ນ​ວ່າຈະ​ບໍ່​ໄດ້ຮັບບາດເຈັບຮຸນແຮງເຖິງຊີວິດ​ກໍ່ຕາມ.

ໃນການຕອບສະໜອງຕໍ່ເຫດການທີ່ເກີດຂຶ້ນ, ພື້ນທີ່ປ່າໄມ້ບາງແຫ່ງຢູ່ໃກ້ກັບ ເມືອງ ກາຊູໂນະ ຕ້ອງຖືກປິດ “ໂດຍບໍ່ມີກໍານົດ,” ອີງຕາມການກ່າວໃນຖະ ແຫຼງການຂອງເຈົ້າໜ້າທີ່.

ໃນ​ທ້າຍ​ອາ​ທິດ​ທີ່​ຜ່ານ​ມາ, ລົດ​ລາດ​ຕະ​ເວນ​ໄດ້​ຖືກ​ສົ່ງ​ອອກ​ໄປ​ພ້ອມ​ກັບ​ເຮືອ​ບິນ​ເຮ​ລິ​ຄັອບ​ເຕີຄົນ​ຫາ ເພື່ອ​ຊອກ​ຫາ​ໂຕ​ໝີ​ດັ່ງ​ກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG