ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວີກີລີກສ໌ເປີດເຜີຍເອກະສານ ກ່ຽວກັບເບື້ອງຫລັງວຽກງານ ການທູດສາກົນຫລາຍກວ່າເກົ່າ


ປະທານາທິບໍດີ Dmitry Medvedev (ເຄິ່ງກາງ) ທ່ານນາຍົກ Vladimir Putin (ຂວາ) ທ່ານນາຍົກລັດຖະ ມົນຕີອີຕາລີ Silvio Berlusconi (ຊ້າຍ) ພາກັນຖ່າຍຮູບຮ່ວມກັນໃນຂະນະທີ່ໄປ ກວດເບິ່ງເຮືອບິນໂດຍສານ ໃໝ່ Sukhoi Superjet 100, ທີູ່ຄຸ້ມບ້ານພັກ Sochi ແຄມທີ່ທະເລດຳໃນພາກ ໃຕ້ຂອງຣັດເຊຍໃນ
ປະທານາທິບໍດີ Dmitry Medvedev (ເຄິ່ງກາງ) ທ່ານນາຍົກ Vladimir Putin (ຂວາ) ທ່ານນາຍົກລັດຖະ ມົນຕີອີຕາລີ Silvio Berlusconi (ຊ້າຍ) ພາກັນຖ່າຍຮູບຮ່ວມກັນໃນຂະນະທີ່ໄປ ກວດເບິ່ງເຮືອບິນໂດຍສານ ໃໝ່ Sukhoi Superjet 100, ທີູ່ຄຸ້ມບ້ານພັກ Sochi ແຄມທີ່ທະເລດຳໃນພາກ ໃຕ້ຂອງຣັດເຊຍໃນ

ການເປີດເຜີຍໂທລະເລກທາງການທູດຂອງສະຫະລັດ
ທີ່ຖືກນໍາມາເປີດເຜີ​ຍ ໂດຍ ເວບໄຊ້ທ໌ Wikileaks
ຊຸດຫລ້າ​ສຸດ​ ​ມີຂໍ້​ມູນລັບຢູ່​ເບື້ອງຫລັງ​ວຽງກງານ​ການ
ທູດ​ລະຫວ່າງ​ຊາດ​ ຫລາຍ​ກວ່າເກົ່າ.

ຢູ່​ໃນການ​ສົ່ງໂທລະ​ເລກ​ບາງ​ຊຸດ​ນັ້ນ, ບັນດາ​ນັກ​ການ
ທູດສະຫະລັດ ໄດ້ບອກ​ເຈົ້ານາຍ​ຂອງ​ພວກ​ເຂົາ​ເຈົ້າ ທີ່
ນະຄອນຫລວງ​ວໍ​ຊິງ​ຕັນກ່ຽວກັບການສໍ້ລາດບັງຫລວງ
ຢ່າງແຜ່ຫລາຍຢູ່ໃນທຸກໆລະດັບຂອງລັດຖະບານ​ໃນອັຟ
ການີສຖານ ​ແລະເວົ້າວ່າ ປະທານາທິບໍດີອັຟການີສຖານ
ທ່ານ Hamid Karzai ວ່າ ອ່ອນແອ ແລະມີ​ແນວ​ໂນ້ມ​ໄປ
ທາງທິດ​ສດີ ທີ່ຫວາດ​ລະ​ແວງ​ການຮ່ວມຫົວ​ກັນ​ຂອງ​ຄົນ​ອື່ນໆ.

ຢູ່​ໃນໂທລະເລກສະບັບອື່ນໆນັ້ນ ບັນດາ​ນັກ​ການທູດສຫລເວົ້າວ່າ ພາຍ​ໃນ​ໄລຍະ 1 ປີ​ທີ່​ທ່ານ Gordon Brown ດຳລົງ​ຕຳ​ແໜ່ງ​ເປັນ​ນາ​ຍົກ​ຢູ່​ໃນ​ປີ 2007ນັ້ນ ຖື​ວ່າ ທ່ານ ​ເປັນ​ຄົນ Brown ຂາດ​ຄວາມ​ສາມາດ. ພວກ​ເຂົາ​ເຈົ້າ​ເວົ້າວ່າ ທ່ານ Brown ມີ “ປະຫວັດທີ່​ເປັນ​ຄົນ​ບໍ່ຮູ້​ຈັກເລື້ອງຫຍັງ​ເລີຍ” ​ແລະ ​ໄດ້ຫລີກ​ອອກຈາກ “ໄພ​ຫາ​ຍະ​ນະ​ທາງດ້ານ​ການ​ເມືອງ​ອັນນຶ່ງ ໄປ​ຫາອີກ​ອັນນຶ່ງ.”

ຢູ່​ໃນໂທລະເລກສະບັບອື່ນອີກ ພວກພະ​ນັກງານ​ສະຖານທູດສະຫະລັດ ປະຈຳ​ກຸງ ​ໂຣມລາຍ​ງານວ່າ ສາຍພົວພັນ​ການ​ເມືອງ​ຂອງ​ພວກ​ເຂົາ​ເຈົ້າລາຍ​ງານ​ໃຫ້ຮູ້​ວ່າ ທ່ານ ນາຍົກລັດຖະ
ມົນຕີ Silvio Berlusconi ກຳລັງໄດ້ຮັບຜົນ​ປະ​ໂຫຍດສ່ວນ​ຕົວ ​ແລະໄດ້ຜົນ​ປະໂຫຍ​ດ
ຢ່າງ​ງາມ​ຈາກການ​ຄ້າຂາຍພະລັງງານ​ລະຫວ່າງອີ​ຕາ​ລີ ​ແລະ ຣັດ​ເຊຍ.

XS
SM
MD
LG