ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ໄທກັງວົນໃຈ ເລື່ອງອົງມົງກຸດ


ເຈົ້າຟ້າຊາຍມະຫາວະຊິຣະລົງກອນ ອົງມົງກຸດລາດຊະກຸມານຂອງໄທ
ເຈົ້າຟ້າຊາຍມະຫາວະຊິຣະລົງກອນ ອົງມົງກຸດລາດຊະກຸມານຂອງໄທ

ໂທລະເລກການທູດຂອງສະຫະລັດສະບັບນຶ່ງທີ່ຮົ່ວໄຫຼອອກ​ມານັ້ນແຈ້ງໃຫ້ຊາບວ່າ ເຈົ້າໜ້າທີ່
ອະວຸໂສຂອງໄທ ມີທັດສະນະຄວາມເຫັນໄປໃນທາງລົບກ່ຽວກັບອົງມົງກຸດລາດຊະກຸມານເຈົ້າ
ຊາຍມະຫາວະຊິຣະລົງກອນ ແລະຮູ້ສຶກວ່າ ມັນຈະເປັນການດີຫຼາຍສຳລັບໄທຖ້າຫາກມີການ
ພົບເຫັນທາງເລືອກ ກ່ຽວກັບຜູ້ທີ່ຈະມາສືບທອດລາດຊະບັນລັງ.

ໂທລະເລກ ທີ່ Wikileaks ໄດ້ມອບໃຫ້ໜັງສືພິມ Guardian ຂອງອັງກິດແຈ້ງວ່າ ພວກ
ເຈົ້າໜ້າທີ່ໄທມີຄວາມວິຕົກກັງວົນ ນໍາການທີ່ອົງມົງກຸດລາດຊະກຸມານ ມັກໄປ​ພັກຢູ່ກັບພັນ
ລະຍາລັບທີ່​ປະ​ເທດ​ເຢຍລະ​ມັນ ແທນທີ່ຈະຢູ່ກັບພະຊາຍາແລະລູກໆທີ່ປະເທດໄທ. ໂທລະ
ເລກສະບັບນີ້ເວົ້າຕື່ມວ່າ ນອກນັ້ນພວກເຈົ້າໜ້າທີ່ຍັງມີຄວາມວິຕົກກັງວົນກ່ຽວກັບການສົງ
ໄສທີ່ວ່າ ເຈົ້າຊາຍອາດມີການຕິດຕໍ່ພົວພັນກັບອະດີດນາຍົກລັດຖະມົນຕີທັກສິນຊິນນະວັດ
ທີ່ໄດ້ເຮັດໃຫ້ພວກຊົນຊັ້ນປົກຄອງ ຫົວກະທິຂອງໄທ ມີຄວາມບໍ່ພໍໃຈຢ່າງໜັກ.

ໂທລະເລກດັ່ງກ່າວ ແມ່ນສົ່ງໃນເດືອນມັງກອນປີນີ້ ໂດຍເອກອັກຄະລັດຖະທູດສະຫະລັດ
ປະຈຳປະເທດໄທ ທ່ານ Eric John ແລະເລົ່າເລື່ອງການສົນທະນາໂອ້ລົມຂອງທ່ານກັບ
ສະມາຊິກທີ່ສຳຄັນ 3 ທ່ານ ຂອງສະພາອົງຄະມົນຕີຫລື​ສະພາ​ທີ່​ປຶກສາ ທີ່ໃຫ້ຄຳແນະນຳ
ຕ່າງໆແກ່ກະສັດຂອງໄທນັ້ນ. ສະມາຊິກ ທັງ 3 ແມ່ນຮວມທັງອະດີດນາຍົກລັດຖະມົນຕີ
2 ທ່ານ ແລະພົນອາກາດເອກທ່ານນຶ່ງ.

XS
SM
MD
LG