ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂທລະເລກ ສຫລ ວ່າ ຣາຊິນີໄທມີສ່ວນນໍາການ ໂຄ່ນລົ້ມທັກສິນ


ພະຣາຊີນີສິຣິກິດ ແຫ່ງປະເທດໄທ
ພະຣາຊີນີສິຣິກິດ ແຫ່ງປະເທດໄທ

ໂທລະເລກທາງການທູດສະບັບນຶ່ງຂອງສະຫະລັດທີ່ Wikileaks ນໍາມາ​ເຜີຍແຜ່​ນັ້ນ ໃຫ້
ເຫັນວ່າພະຣາຊີນີສິຣິກິດ ແຫ່ງປະເທດໄທ ໄດ້ມີການພົວພັນກັບການກໍ່ລັດຖະປະຫານທີ່
ໂຄ່ນລົ້ມອະດີດນາຍົກລັດຖະມົນຕີທັກສິນ ຊິນນະວັດ ໃນປີ 2006.

ໃນໂທລະເລກສະບັບເດືອນຕຸລາປີ 2008 ນັ້ນ ເອກອັກຄະລັດຖະທູດສະຫະລັດປະຈຳປະ
ເທດໄທ ທ່ານ Eric John ກ່າວວ່າ ຜູ້ທີ່ຮັບຕຳແໜ່ງເປັນນາຍົກລັດຖະມົນຕີ ແທນທ່ານ
ທັກສິນໄດ້​ບອກທ່ານວ່າ ລາວເຊື່ອວ່າພະຣາຊີນີຂອງໄທເປັນຜູ້ຮັບຜິດຊອບໂດຍທາງອ້ອມ
ໃນການກໍ່ລັດຖະປະຫານ.

ນອກນັ້ນ ຍັງມີການອ້າງຄຳເວົ້າ ຂອງທ່ານສະມັກ ສຸນທໍຣະເວດ ທີ່ກ່າວວ່າ ໄດ້ມີຄວາມ
ເຫັນຂັດແຍ້ງກັນເກີດຂຶ້ນລະຫວ່າງພະຣາຊີນີແລະພະສາມີຄືກະສັດພູມີພົນ ອະດຸນຍະເດດ.

ກະສັດພູມີພົນ ທີ່​ໄດ້ຊົງເຂົ້າຮັບການຮັກສາພະອົງ ທີ່​ໂຮງໝໍມາໄດ້ນຶ່ງປີກວ່າໆແລ້ວນັ້ນ
ເປັນກະສັດທີ່ຄອງບັນລັງດົນທີ່ສຸດໃນໂລກ. ພະອົງຊົງເປັນທີ່ເຄົາລົບຮັກ ຂອງປະຊາຊົນ
ຊາວໄທ. ການໝິ່ນປະໝາດຕໍ່ສະຖາບັນກະສັດໃນປະເທດດັ່ງກ່າວ ແມ່ນມີໂທດໜັກເຖິງ
ຈຳຄຸກດົນຮອດ 15 ປີ.

XS
SM
MD
LG