ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທ້າວ Manning ໃຫ້ການ ກ່ອນຖືກ ດຳເນີນຄະດີ ​(ວີດີໂອ)


ນັກວິ​ເຄາະ​ ​ກອງທັບ​ສະຫະລັດ ທີ່​ຖືກ​ກ່າວ​ຫາ​ວ່າ ​ເຮັດ​ໃຫ້ຄວາມ​ລັບຮົ່ວ​ໄຫຼຄັ້ງ​ໃຫຍ່​ ​ໄດ້​ຖືກ​ນຳ​ຕົວ​ຂຶ້ນສານ​ເປັນ​ຄັ້ງ​ທໍາ​ອິດ ​
ນັກວິ​ເຄາະ​ ​ກອງທັບ​ສະຫະລັດ ທີ່​ຖືກ​ກ່າວ​ຫາ​ວ່າ ​ເຮັດ​ໃຫ້ຄວາມ​ລັບຮົ່ວ​ໄຫຼຄັ້ງ​ໃຫຍ່​ ​ໄດ້​ຖືກ​ນຳ​ຕົວ​ຂຶ້ນສານ​ເປັນ​ຄັ້ງ​ທໍາ​ອິດ ​
ນັກວິ​ເຄາະ​ຄົນ​ນຶ່ງ​ຂອງ​ກອງທັບ​ສະຫະລັດ ທີ່​ຖືກ​ກ່າວ​ຫາ​ວ່າ ​
ເຮັດ​ໃຫ້ ​ຄວາມ​ລັບຮົ່ວ​ໄຫຼຄັ້ງ​ໃຫຍ່​ທີ່​ສຸດໃນ​ປະວັດ​ສາດ​ຂອງ
ກອງ​ທັບ​ສະຫະລັດ ນັ້ນ ​ໄດ້​ຖືກນຳໂຕຂຶ້ນສານເປັນ​ຄັ້ງ​ທໍາ​ອິດ ​
ໃນ​ການໃຫ້ການກ່ອນ​ການ​ດຳ​ເນີນ​ຄະດີ ຢູ່​ທີ່ບ່ອນ​ຄຸມ​ຂັງລາວ.

ທ້າວ Bradley Manning ​ໄດ້​ໃຫ້ການ ​ໃນວັນ​ພະຫັດວານ
ນີ້ ກ່ຽວ​ກັບ​ການ​ຈໍາກັດຮັດ​ແຄບ ທີ່​ລາວ​ໄດ້​ທົນ​ທຸກ​ມາ ​ໃນ​ຂະ
ນະ​ທີ່​ຖືກ​ຄຸມ​ຂັງ ຢູ່ຄ້າຍ​ທະຫານ ທີ່ Kuwait ​ແລະ​ຕໍ່​ມາ​ຢູ່​ທີ່
ຄ້າຍ Quantico ​ໃນລັດ ​Virginia ໃກ້​ກັບ​ນະຄອນຫລວງ
ວໍ​ຊິງ​ຕັນ. ​ໃນ​ລະຍະ​ສາມ​ຊົ່ວ​ໂມງ​ທີ່ ລາວໃຫ້ການນັ້ນ ທ້າວ
Manning ກ່າວ​ວ່າ ໃນ​ຂະນະ​ທີ່​ລາວ​ໄດ້ໃຊ້​ເວລາ​ຢ່າງ​ໂດດ
ດ່ຽວ ໃນຫ້ອງ​ຄຸມຂັງນັ້ນ​ແມ່ນ​ສູນ​ເສຍ​ໄປ​ໂດຍ​ເປົ່າ​ປະ ​ໂຫຍ​ດ.
ລາວ​ເວົ້າວ່າ ຫລາຍ​ຄັ້ງ​ທີ່ລາວຄິດ​ວ່າ ລາວ​ຈະ​ຕາຍຢູ່​ທີ່​ນັ້ນ.

ທ້າວ Manning ​ໄດ້​ຖືກ​ກ່າວ​ຫາ​ວ່າ ດາວ​ໂຫລ​ດ​ເຄ​ເບີລການທູດລົງ​ໃສ່ແຜ່ນ CD ທີ່​ສົ່ງ​ໄປ​ໃຫ້ WikiLeak ຊຶ່ງ​ເປັນເວັບ​ໄຊທ໌ ​ເປີດ​ເຜີຍ​ຄວາມ​ລັບ. ລາວ​ໄດ້​ສະ​ເໜີ​ຮັບ​ເອົາ​ຄວາມ​ຮັບຜິດຊອບ ​ກ່ຽວ​ກັບ​ການ​ຮົ່ວ​ໄຫລຂອງ​ຄວາມ​ລັບ ​ໂດຍຍອມ​ຮັບຜິດ ​ເພື່ອ​ຈະ​ໄດ້ຫຼຸດ
ຜ່ອນໂທດ. ການ​ຕັດສິນ​ໃຈ​ກ່ຽວກັບ​ຂໍ້​ສະ​ເໜີດັ່ງກ່າວ ​ຍັງ​ບໍ່​ທັນ​ໄດ້ມີ​ການລົງ​ຄວາມ​ເຫັນ​ເທື່ອ.

ຈຳ​ເລີຍ​ກ່າວ​ວ່າ ​ໃນ​ຂະນະ​ທີ່​ລາວຖືກ​ຄຸມ​ຂັງ ຢູ່​ຄ້າຍ Quantico ນັ້ນ ລາວໄດ້​ຖືກຂັງດ່ຽວ ​ໃນ​ຫ້ອງ​ທີ່​ບໍ່​ມີ​ປ່ອງຢ້ຽມ 23 ຊົ່ວ​ໂມງຕໍ່​ມື້ ​ແລະ​ຖືກ​ບັງ​ຄັບ​ໃຫ້​ນອນ​ປະ​ເປືອຍ.

ກອງທັບສະຫະລັດ ກ່າວ​ວ່າ ການ​ປະຕິບັດ​ດັ່ງກ່າວ ​ເປັນ​ສິ່ງຈໍາ​ເປັນ ​ເພາະວ່າ​ລາວ​ອາດ​ຈະ​ຂ້າ​ໂຕ​ຕາຍ.

ບັນດາ​ທະນາຍຄວາມ​ຂອງ ທ້າວ Manning ​ໄດ້​ຂໍ​ຮ້ອງໃຫ້​ຍົກ​ເ​ລີກ ການ​ກ່າວ​ຫາຕໍ່ຜູ້
ກ່ຽວ ​ໂດຍ​ກ່າວ​ວ່າ ສະພາບ​ການກ່ອນ​ການ​ດຳ​ເນີນ​ຄະດີນັ້ນ ກໍຮ້າຍ​ແຮງ​ພຽງພໍຢູ່​ແລ້ວ.

ກ່ຽວຂ້ອງກັນ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 18 ເມສາ 2024

XS
SM
MD
LG