ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພົນທະຫານ Manning ໄປຟັງຄຳໃຫ້ການ ກ່ອນການດຳເນີນຄະດີ (ເບິ່ງວີດີໂອ)


ພົນທະຫານຊັ້ນນຶ່ງ Bradley Manning
ພົນທະຫານຊັ້ນນຶ່ງ Bradley Manning

ທະຫານອະເມຣິກັນຄົນນຶ່ງ ທີ່ຖືກກ່າວຫາວ່າ ເປີດເຜີຍເອກກະສານລັບຫຼາຍພັນສະບັບນັ້ນ
ໄດ້ໄປປາກົດໂຕເພື່ອຮັບຟັງຄຳໃຫ້ການກ່ອນການດຳເນີນຄະດີໃນມື້ວັນສຸກວານນີ້ໂດຍທີ່ທະ ນາຍຄວາມຂອງຜູ້ກ່ຽວກ່າວວ່າ ມີຄວາມລຳອຽງແລະຮຽກຮ້ອງໃຫ້ປົດນາຍທະຫານທີ່ເປັນຜູ້
ກຳກັບນຳຄະດີນັ້ນ.

ການໄປຟັງຄຳໃຫ້ການທີ່ຄ້າຍ Fort Meade ຊຶ່ງຕັ້ງຢູ່ນອກກຸງວໍຊິງຕັນ ແມ່ນເພື່ອພິຈາລະ
ນາເບິ່ງວ່າ ພົນທະຫານຊັ້ນນຶ່ງ Bradley Manning ຄວນຖືກດຳເນີນຄະດີ ໂດຍສານທະ
ຫານຫຼືບໍ່. ການດຳເນີນການໄດ້ຖືກເລື່ອນໃນມື້ວານນີ້ ແລະຈະເລີ່ມຄືນໃໝ່ໃນວັນເສົາມື້ນີ້.

ທະນາຍ David Coombs ກ່າວໂຕ້ແຍ້ງໃນມື້ວານນີ້ວ່າ ນາຍທະຫານທີ່ເປັນຜູ້ຮັບຟັງຄຳ
ໃຫ້ການຄວນລາອອກ ຍ້ອນຜູ້ກ່ຽວໄດ້ເຮັດວຽກເປັນໄອຍະການ ຂອງກະຊວງຍຸຕິທຳໃນຊີ
ວິດພົນລະເຮືອນ ຂອງຜູ້ກ່ຽວ. ກະຊວງຍຸຕິທຳຂອງສະຫະລັດ ໄດ້ທຳການສືບສວນສອບ
ສວນຕ່າງຫາກ ກ່ຽວກັບນາຍ Julian Assange ຜູ້ກໍ່ຕັ້ງເວັບໄຊທ໌ວິກກີ້ລິກສ໌ ທີ່ພິມເຜີຍ
ແຜ່ຄວາມລັບຊຶ່ງໄດ້ມີການກ່າວຫາວ່າ ລາວໄດ້ຮັບເອກກະສານລັບເຫຼົ່ານີ້ຈາກພົນທະຫານ
Manning ນັ້ນ.

ພົນທະຫານ Manning ອະດີດນັກວິເຄາະຂອງໜ່ວຍສືບລັບກອງທັບບົກຂອງສະຫະລັດຖືກ
ກ່າວຫາວ່າ ໄດ້ດາວໂລດເອົາເອກກະສານລັບຫຼາຍຮ້ອຍພັນສະບັບຂະນະທີ່ໄປຮັບໜ້າທີ່ຢູ່ໃນ
ອີຣັກລະຫວ່າງເດືອນພະຈິກປີ 2009 ຫາເດືອນພຶດສະພາປີ 2010. ພວກຕໍ່ສູ້ປ້ອງກັນຄະດີ ໄດ້ຕັ້ງຄຳຖາມໃນວັນສຸກວານນີ້ວ່າ ແມ່ນຄວາມເສຍຫາຍອັນໃດແດ່ ທີ່ການເປີດເຜີຍເອກກະ
ສານລັບເຫຼົ່ານີ້ເປັນສາເຫດ.

ພົນທະຫານ Manning ທີ່ຍັງບໍ່ທັນທຳການຮ້ອງຮຽນຕໍ່ສານເທື່ອນັ້ນໄດ້ຖືກກ່າວຫາວ່າມອບ ເອກກະສານລັບເຫຼົ່ານີ້ໃຫ້ແກ່ເວັບໄຊທ໌ວິກກີລິກສ໌ ທີ່ເລິ່ມພິມເຜີຍແຜ່ເອກກະສານໃນເດືອນກໍ
ລະກົດປີ 2010 ນັ້ນ.

XS
SM
MD
LG