ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນເຊື່ອວ່າ ເກົາຫລີເໜືອ ແລະໃຕ້ ຄວນຈະໂຮມກັນ


ໜ້າເວບໄຊ້ທ໌ WikiLeaks ທີ່ເອົາໂທລະເລກລັບ ຂອງສະຖານທູດສະຫະລັດ ອອກມາແຜ່ແບ.
ໜ້າເວບໄຊ້ທ໌ WikiLeaks ທີ່ເອົາໂທລະເລກລັບ ຂອງສະຖານທູດສະຫະລັດ ອອກມາແຜ່ແບ.

ໂທລະ​ເລກ​ທາງ​ການ​ທູດ​ຂອງ​ສະຫະລັດ ທີ່ WikiLeaks
ໄດ້ເປີດເຜີຍ​ອອກ​ມາ​ນັ້ນ ກ່າວ​ວ່າ ບັນດາ​ເຈົ້າ​ໜ້າ​ທີ່​ຈີນ
ເຊື່ອ​ວ່າເກົາຫລີ​ເໜືອ​ແລະ​ເກົາຫລີ​ໃຕ້​ຄວນ​ຈະ​ທ້ອນໂຮມ​
ກັນ​ຄືນ​ພາຍໃຕ້​ການ​ຄວບ​ຄຸມ​ຂອງ​ກຸງ​ໂຊນ ຖ້າ​ເກົາຫລີ​
ເໜືອ​ພັງ​ທະລາ​ຍລົງ.ລາຍ​ລະອຽດ​ຂອງ​ໂທລະ​ເລກ​ເຫລົ່າ
ນີ້​ ໄດ້​ຖືກ​ພິມ​ເຜີຍ​ແຜ່​ໂດຍ​ຫລາຍ​ອົງການ​ຂ່າວ ຮວມທັງ
ໜັງສືພິມ New York Times ແລະ​ໜັງສືພິມ The
Guardian ຂອງ ​ອັງກິດ​ນໍາ.

ເນື້ອໃນຂອງ​ໂທລະ​ເລກ​ເຫລົ່າ​ນີ້​ເວົ້າ​ວ່າ ຮອງ​ລັດຖະ
ມົນຕີ​ການຕ່າງປະ​ເທດ​ເກົາຫລີ​ໃຕ້ ທ່ານ Chun Yung-Woo ໄດ້ກ່າວ​ຕໍ່​ເອກ​ອັກຄະ​ລັດ
ຖະທູດ​ສະຫະລັດ​ຢູ່​ທີ່​ນັ້ນວ່າ​ ບັນດາ​ເຈົ້າ​ໜ້າ​ທີ່​ຈີນ​ຈະ​ຮັບ​ເອົາ ຖ້າຫາກວ່າເກົາຫລີທີ່ທ້ອນ
ໂຮມ​ເຂົ້າກັນນັ້ນ​ ເປັນ​ພັນທະ​ມິດ​ແບບບໍ່ມີການພົວພັນກັນຢ່າງແຂງຂັນ​ກັບ​ສະຫະລັດ​.
ແຕ່​ທ່ານ Chun Yung-woo ກ່າວ​ວ່າ ຈີນ​ຈະ​ບໍ່​ຮັບ​ເອົາ​ການ​ມີໜ້າ​ຂອງທະຫານ​ສະຫະ
ລັດ ຢູ່​ໃນ​ເຂດທີ່ຢູ່​ເໜືອ​ເຂດ​ປອດ​ທະຫານ ທີ່​ແບ່ງ​ແຍກແຫລມ​ເກົາຫລີເປັນ​ສອງ​ປະ​ເທດ​ໃນ​ ປັດຈຸບັນ​ນີ້.

ໂທລະ​ເລກ​ອີກສະບັບ​ນື່ງ​ໃນ​ເດືອນ​ມິຖຸນາ ປີ 2009 ເວົ້າເຖິງລາຍງານສະບັບນຶ່ງ​ຈາກ​ເອກ
ອັກຄະ​ລັດຖະທູດ​ສະຫະລັດ​ປະຈໍາ Kazakhstan ​ທ່ານ Richard Hoagland ທີ່ເວົ້າ​ວ່າ
ເຈົ້າໜ້າທີ່ທູດ​ຂອງຈີນ​ຄົນນຶ່ງຢູ່​ທີ່​ນັ້ນ ມີ​ຄວາມ​ເປັນ​ຫ່ວງ​ຢ່າງ​ຈິງ​ຈັງ​ນໍາການ​ທົດ​ລອງ​ລູກ​ສອນ
ໄຟ​ນີວ​ເຄລຍຂອງ​ເກົາຫລີ​ເໜືອ​ນັ້ນ. ໂທລະເລກ​ອ້າງ​ຄໍາ​ເວົ້າ​ຂອງ​ທູດຈີນທ່ານ​ນີ້ ທີ່ເວົ້າ​ວ່າ
ການ​ທົດ​ລອງ​ເຫລົ່າ​ນັ້ນ ເປັນໄພ​ຂົ່ມຂູ່​ຕໍ່​ຄວາມ​ໝັ້ນ​ຄົງ​ຂອງໂລກ​ທັງ​ໝົດ.

XS
SM
MD
LG