ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ກ່າວວ່າ ການເປີດເຜີຍຂອງ ວີກີລີກສ໌ ບໍ່ແຊກແຊງການດໍາເນີນການທູດ


ຊາຍຄົນນຶ່ງກໍາລັງເບິ່ງຂ່າວ WikiLeaks ທີ່ບ່ອນຂາຍໜັງພິມແຫ່ງນຶ່ງໃນກຸງລອນດອນ ວັນທີ29 ພະຈິກ
ຊາຍຄົນນຶ່ງກໍາລັງເບິ່ງຂ່າວ WikiLeaks ທີ່ບ່ອນຂາຍໜັງພິມແຫ່ງນຶ່ງໃນກຸງລອນດອນ ວັນທີ29 ພະຈິກ

ທ່ານ​ນາງ Hillary Clinton ລັດຖະມົນຕີ​ການ​ຕ່າງປະ​ເທດ
ສະຫະລັດ​ກ່າວ​ວ່າ ການເປີດເຜີຍເອກະສານ​ລັບ​ຫລາຍ​ພັນ
ສະບັບ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ​ຈະ​ບໍ່​ແຊກ​ແຊງ​ນໍາ
ການ​ດໍາ​ເນີນ​ງານ​ທາງ​ການ​ທູດຂອງ​ອາ​ເມ​ຣິ​ກາ ໃນທາງໃດ
ທັງນັ້ນ. ທ່ານ​ນາງຄລິ​ນຕັນ​ກ່າວ​ຖ້ອຍ​ຖ​ະ​ແຫລ​ງດັ່ງກ່າວ​ນີ້
ອອກ​ມາ​ ທີ່ກາ​ຊັກ​ສະຖານ​ໃນວັນ​ພຸດ​ວານ​ນີ້ ບ່ອນ​ທີ່​ທ່ານ
ນາງ​ໄປເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຢູ່​ນັ້ນ.

ແຕ່ເຖິງ​ແມ່ນ​ໄດ້ມີການສະແດງ​ຄວາມ​ເຫັນ​ໃນ​ແງ່​ດີ​ຂອງ​
ທ່ານນາງຄລິນ​ຕັນ​ກໍ​ຕາມ ທ່ານ William Burns ຮອງ
ລັດຖະມົນຕີການ​ຕ່າງປະ​ເທດ​ສະຫະລັດ ກໍໄດ້ກ່າວ​ຢູ່​ທີ່​ກຸງ​ວໍ​ຊິງ​ຕັນວ່າ ການ​ເຜີຍ​ແບ​ເອກະ
ສານ​ລັບ​ເຫລົ່າ​ນີ້ ​ໂດຍ WikiLeaksໄດ້​ສ້າງ​ຄວາມ​ເສຍ​ຫາຍຢ່າງ​ຫລວງຫລາຍ​ໃຫ້​ແກ່​ຄວາມ​
ພະຍາຍາມ​ຕ່າງໆ​ທາງການ​ທູດ​ຂອງ​ສະຫະລັດ. ທ່ານ Burns ກ່າວຕໍ່​ຄະນະ​ກໍາມາ​ທິການ
ລັດຖະສະພາ​ສະຫະລັດຄະນະນຶ່ງ​ວ່າ ການ​ເປີດເຜີຍເອກະສານເຫລົ່າ​ນີ້ເປັນ​ການລະ​ເມີດຕໍ່​ ຄວາມ​ໄວ້ວາງໃຈຢ່າງ​ຮ້າຍ​ກາດ.

ໃນ​ວັນ​ພຸດ​ວານ​ນີ້​ເຊ່ນ​ກັນ website Amazon.com ​ຂອງສະຫະລັດ ກໍໄດ້ຂັດຂວາງບໍ່​ໃຫ້
WikiLeaks ໃຊ້​ເວັບໄຊ້ທ໌ຂອງ​ບໍລິສັດ​ເຜີຍແຜ່​ເອກະສານ​ເຫລົ່າ​ນັ້ນ ຊຶ່ງການ​ເຄື່ອນ​ໄຫວ​ດັ່ງ
ກ່າວຂອງ​ Amazon.com ມີ​ຂຶ້ນຫລັງ​ຈາກ​ໄດ້​ຮັບ​ການ ​ກົດ​ດັນ​ຈາກບັນດາ​ສະມາຊິກລັດຖະ
ສະ​ພາ​ສະຫະລັດ. ທ່ານ Joe Lieberman ສະມາຊິກ​ສະພາສູງ​ສະຫະລັດ​ໄດ້​ຊົມເຊີຍການ
ຕັດສິນ​ໃຈ​ຂອງ Amazon.com ​ແລະ​ຮຽກຮ້ອງ​ໃຫ້​ບໍລິສັດ​ອື່ນໆ​ທີ່​ປ່ອຍ​ໃຫ້ WikiLeaks
ໃຊ້ການບໍລິການທາງອິນເຕີແນັທຂອງຕົນ ເພື່ອເຜີຍແຜ່ເອກະສານນັ້ນ ຢຸດ​ການພົວພັນ​ ຂອງ​ຕົນ ​ກັບWikiLeaks ນັ້ນ
ເສຍ.

XS
SM
MD
LG