ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂທລະເລກເວົ້າວ່າ ອັຟການີສຖານ ມີການສໍ້ລາດບັງຫລວງ ຢ່າງແຜ່ຫລາຍ


ເວບໄຊ້ທ໌ Wikileaks
ເວບໄຊ້ທ໌ Wikileaks

ໂທລະເລກທາງການທູດຂອງສະຫະລັດຫລາຍຮ້ອຍສະບັບ
ທີ່ຖືກນໍາມາແຜ່ແບ ໂດຍເວບໄຊ້ທ໌ Wikileaks ໄດ້ເວົ້າ
ເຖິງອັຟການີສຖານ ວ່າເປັນປະເທດທີ່ມີການສໍ້ລາດບັງ
ຫລວງຢ່າງແຜ່ຫລາຍຢູ່ໃນທຸກໆລະດັບຂອງລັດຖະບານ.

ໂທລະເລກດັ່ງກ່າວ ຊຶ່ງອອກມາຈາກສະຖານທູດສະຫະ
ລັດທີ່ນະຄອນຫລວງກາບູລ ໄດ້ບັນລະຍາຍກ່ຽວກັບຂອບ
ເຂດການສໍ້ລາດບັງຫລວງ ຢູ່ໃນວົງການລັດຖະບານອັຟກາ
ນີສຖານ ວ່າຄອບງໍາຢູ່ໃນທຸກໆຫົນແຫ່ງແລະທຸກໆລະດັບ
ພ້ອມກັບການກ່າວຫາ ທີ່ໂຮມທັງການກິນສິນບົນ ການ ຟອກເງິນ ແລະຕັກຕວງກໍາໄລ ຈາກການຄ້າຂາຍຢາເສບຕິດ.

ເອກະສານເຫລົ່ານັ້ນເວົ້າເຖິງປະທານາທິບໍດີ Hamid Karzai ວ່າອ່ອນແອ ແລະດ້ອຍ
ປະສິດທິຜົນ. ໂທລະເລກສະບັບ ນຶ່ງເວົ້າ ເຖິງທ່ານ Asif Rahimi ລັດຖະມົນຕີກະຊວງ
ກະເສດ ວ່າເປັນພຽງສະມາຊິກຄົນດຽວ ຢູ່ໃນຄະນະລັດຖະບານຂອງອັຟການີສຖານ ທີ່
ບໍ່ມີການກ່າວຫາໃດໆຕໍ່ທ່ານ ກ່ຽວກັບການສໍ້ລາດບັງຫລວງນັ້ນ.

XS
SM
MD
LG