ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

WikiLeaks ເປີດເຜີຍ ຂໍ້ມູນສ່ວນຕົວ ຂອງ ຜູ້ອຳນວຍການ CIA


ຜູ້ອຳນວຍການ ອົງການ ສືບລັບ CIA ທ່ານ John Brennan ຟັງການກ່າວປາໄສ ໂດຍປະທານາທິບໍດີ ບາຣັກ ໂອບາມາ ທີ່ຫ້ອງການຂອງຜູ້ອຳນວຍການ ສືບລັບແຫ່ງຊາດ ເພື່ອສະ ເຫຼີມສະຫຼອງວັນຄົບຮອບ 10 ປີຂອງພວກເຂົາເຈົ້າ ທີ່ເມືອງ McLean, ລັດ ເວີຈີເນຍ, 24 ເມສາ, 2015.
ຜູ້ອຳນວຍການ ອົງການ ສືບລັບ CIA ທ່ານ John Brennan ຟັງການກ່າວປາໄສ ໂດຍປະທານາທິບໍດີ ບາຣັກ ໂອບາມາ ທີ່ຫ້ອງການຂອງຜູ້ອຳນວຍການ ສືບລັບແຫ່ງຊາດ ເພື່ອສະ ເຫຼີມສະຫຼອງວັນຄົບຮອບ 10 ປີຂອງພວກເຂົາເຈົ້າ ທີ່ເມືອງ McLean, ລັດ ເວີຈີເນຍ, 24 ເມສາ, 2015.

ຂໍ້​ມູນ​ຈາ​ກບັນຊີອີ​ເມລສ່ວນ​ຕົວ​ຂອງ​ຜູ້ອຳ​ນວຍການ ອົງການ​ສື​ບລັບ CIA ທ່ານ John Brennan ​ໄດ້​ຖືກ​ເປີດ​ເຜີ​ດອອກ​ສູ່​ສາທາ ລະນະ, ພຽງ​ມື້​ດຽວ​ຫຼັງ​ຈາກ​ນັກ​ລັກ​ຂໍ້​ມູນ ຫຼື Hacker ​ໄດ້​ເວົ້າ​ໂອ້​ອວດ​ວ່າ​ຕົນ ໄດ້​ລັກລອບ​ເຂົ້າ​ໄປ​ເອົາ​ຂໍ້​ມູນຂອງ​ທ່ານ.

​ອົງການ Wikileaks ​ໃນ​ວັນ​ພະຫັດ​ມື້​ນີ້​ໄດ້ພິມເຜີຍແຜ່​ຫຼາຍ​ເອກະ​ສານ​ຈາກບັນຊີ​ດັ່ງກ່າວ, ລວມທັງ​ສິ່ງທີ່​ປະກົດ​ວ່າ​ ຈະ​ເປັນ​ຮ່າງ​ເອກະສານ​ກ່ຽວ​ກັບ ສິ່ງ​ທ້າທາຍ​ຕ່າງໆ​ທີ່​ປະ​ເຊີນ​ໜ້າ​ກັບປະຊາ ຄົມສືບລັບ ສະຫະ ລັດ ​ແລະ ຄຳ​ແນະນຳ​ສຳລັບ​ວິ​ທີ​ທີ່​ ສະຫະລັດ ຄວນ​ຮັບ​ມື​ກັບ ອີຣ່ານ. ​ເວັບ​ໄຊ​ທ໌ຕໍ່ຕ້ານການ​ເກັບ​ຄວາມ​ລັບນີ້ ​ຍັງ​ໄດ້ພິມເຜີຍແຜ່ ​ຮ່າງຄຳຮ້ອງ​ຂໍການອະນຸມັດກ່ຽວກັບເລື້ອງຄວາມ ປອດໄພຂອງ​ທ່ານ Brennan, ​ເຊິ່ງບັນຈຸ​ຂໍ້​ມູນ​ສ່ວນ​ຕົວ ​ເຊັ່ນ​ເລກ ສະຫວັດດີ​ການ​ສັງຄົມ.

​ອົງການ Wikileaks ໄດ້ກ່າວປ້ອງກັນການກະທຳຂອງຕົນໂດຍເວົ້າວ່າ ທ່ານ Brennan ໃຊ້ບັນຊີນີ້ ເປັນບາງຄັ້ງບາງຄາວ ທີ່ພົວພັນກັບໂຄງ ການສືບລັບຫຼາຍໆເລື້ອງ. ແລະເວົ້າວ່າ ຕົນມີແຜນການທີ່ຈະເປີດເຜີຍ ເອກະສານເພີ້ມເຕີມໃນໄລຍະສອງສາມມື້ຕໍ່ໜ້ານີ້.

ແຕ່ແນວໃດກໍຕາມ ໂຄສົກ​ຂອງອົງການ CIA ​ໄດ້​ປະຕິ​ເສດ​ຕໍ່​ການ​ກ່າວອ້າງ​ຂອງ​ເວັບ​ໄຊທ໌ Wikileaks ໂດຍ​ກ່າວ​ວ່າ “ມັນໄດ້​ບົ່ງ​ບອກ​ສິ່ງໃດໆ​ຂອງ​ເອກະສານ​ທີ່​ໄດ້​ຖືກ​ເປີດ​ເຜີຍ ສຳລັບ​ເຈົ້າ​ໜ້າ​ທີ່​ກ່ຽວຂ້ອງ​ນັ້ນ.” ​ໂຄສົກ​ໄດ້​ກ່າວ​ຕື່ມ, ໂດຍອະທິບາຍ​ມັນແທນວ່າ “​ເອກະ ສານ​ທີ່​ປະຊາຊົນ​ທຳ​ມະ​ດາຄົນ​ໜຶ່ງ​ຜູ້​ທີ່​ມີ​ຄວາມ​ສົນ​ໃຈ ​ແລະ​ ຊ່ຽວຊານ​ດ້ານຄວາມ​ ໝັ້ນຄົງ​ແຫ່ງ​ຊາດ ຄວນ​ທີ່​ຈະ​ຕ້ອງມີ​ຢູ່​ແລ້ວ.”

​ໂຄສົກ​ກໍ​ຍັງ​ໄດ້​ເອີ້​ນກາ​ນລັກ​ຂໍ້​ມູນ​ດັ່ງກ່າວ​ນັ້ນ​ວ່າ​ເປັນ​ການ​ກໍ່​ອາ​ຊະ​ຍາ​ກຳ.

ທ່ານ​ໂຄສົກ​ໄດ້​ກ່າວ​ວ່າ “ຄອບຄົວ​ຂອງ​ທ່ານ Brennan ​ແມ່ນ​ຜູ້​ປະ​ສົບ​ເຄາະ​ຮ້າຍ, ການ​ຮັກສາ​ຂໍ້​ມູນ​ສ່ວນ​ຕົວ​ທາງ​ອີ​ເລັກ​ໂທຣນິກ ຂອງ​ຄອບ ຄົວ​ທ່ານ Brennan ​ໄດ້​ຖືກ​ປຸ້ນສະດົມ ດ້ວຍ​ເຈ​ຕະນາຮ້າຍ ​ແລະຕອນນີ້​ໄດ້​ຖືກ​ກະຈາຍ​ໄປ​ທົ່ວ​ເຄືອ​ຂ່າຍ​ຄອມ​ພິວ​ເຕີ.

XS
SM
MD
LG