ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເວັບໄຊ້ທ໌ Wikileaks ແຜ່ແບຂໍ້ມູນກ່ຽວກັບ ເກົາຫຼີເໜືອ


ທ່ານ Yu Myung-hwan ອະດີດລັດຖະມົນຕີ ຕ່າງປະເທດເກົາຫລືໃຕ້.
ທ່ານ Yu Myung-hwan ອະດີດລັດຖະມົນຕີ ຕ່າງປະເທດເກົາຫລືໃຕ້.

ໂທລະເລກການທູດສະບັບນຶ່ງຂອງສະຫະລັດ ທີ່ວັບໄຊ້ທ໌Wikileaks ໄດ້ນໍາອອກມາແຜ່
ແບນັ້ນ ໄດ້ເປີດເຜີຍໃຫ້ຮູ້ກ່ຽວກັບການໂຕນໜີທີ່ບໍ່ໄດ້ມີການລາຍງານໃຫ້ຮູ້ມາກ່ອນຂອງ
ເຈົ້າໜ້າທີ່ຂັ້ນສູງຂອງເກົາຫລີເໜືອຫລາຍຄົນ ແລະວ່າມີບັນຫາຫລາຍຢ່າງຫລາຍແນວ
ກັບແຜນການສືບທອດອໍານາດຂອງເກົາຫລີເໜືອໃນຕົ້ນປີນີ້.

ໂທລະເລກສະບັບດັ່ງກ່າວ ທີ່ລົງວັນທີ 14 ເດືອນມັງກອນ2010 ນີ້ ແລະເອກອັກຄະລັດ
ຖະທູດສະຫະລັດ ປະຈໍາເກົາຫລີໃຕ້ ທ່ານນາງ Kathleen Stephens ສົ່ງມາຍັງວໍຊິງຕັນ
ນັ້ນ ໄດ້ອ້າງເຖິງການສົນທະກັນ ລະຫວ່າງ​ເຈົ້າ​ໜ້າ​ທີ່ສະຖານທູດ​ທ່ານ​ນຶ່ງ​ ກັບ​ທ່ານ Yu
Myung-hwan ທີ່​ດໍາລົງຕໍາ​ແໜ່​ງລັດຖະມົນຕີ​ການ​ຕ່າງປະ​ເທດ​ເກົາຫລີ​ໃຕ້​ ມາ​ຮອດເດືອນ ​ກັນຍາ​ປີ​ນີ້.

ໂທລະ​ເລກ​ເວົ້າ​ວ່າ ທ່ານ Yu ໄດ້​ເປີດ​ເຜີຍວ່າ ມີ​ເຈົ້າ​ໜ້າ​ທີ່ຂັ້ນ​ສູງ​ຂອງ​ເກົາຫລີ​ເໜືອ​
ຫລາຍຄົນ ​ຊຶ່ງ​ທ່ານ​ບໍ່​ໄດ້​ບອກ​ຈໍານວນ​ທີ່​ແທ້​ຈິງ​ໃຫ້ຮູ້​ທີ່ເຮັດ​ວຽກ​ຢູ່ຕ່າງປະ​ເທດ​ໄດ້​ໂຕນ​ໜີ​
ໄປ​ຍັງ​ເກົາຫລີ​ໃຕ້​ໃນ​ຫວ່າງໄວໆ​ຜ່ານ​ມາ​ນີ້. ​ໂທລະ​ເລກ​ໄດ້​ເອົາ​ເລື່ອງ​ການ​ໂຕນ​ໜີ​ນີ້ໄປ​
ພົວພັນກັບ​ສະພາບຄວາມ​ສັບສົນ​ວຸ້ນ​ວານ​ທີ່ເພີ່ມທະວີ​ຂຶ້ນ​ໃນ​ເກົາຫລີເໜືອ ຫລັງ​ຈາກເກົາ
ຫລີ​ເໜືອ​ໄດ້​ທໍາ​ຄວາມ​ພະຍາຍາມ​ປະຕິ​ຮູບ​ເງິນຕາຂອງ​ຕົນ ທີ່ປະຊາຊົນ​ບໍ່​ນິຍົມ​ນໍານັ້ນ.

ໂທລະ​ເລກ​ນີ້​ຍັງ​ອ້າງ​ຄໍາ​ເວົ້າ​ຂອງ​ທ່ານ Yu ທີ່ວ່າການ​ປະຕິ​ຮູບ​ເງິນຕາໄດ້​ສ້າ​ງບັນຫາຢ່າງ​
ໃຫຍ່ຫລວງໃຫ້​ອໍານາດ​ປົກຄອງເກົາຫລີ​ເໜືອແລະວ່າ ການ​ໂອນ​ອໍານາດ​ທີ່ວາງ​ແຜນ​ໄວ້
ຈາກ​ຜູ້ນໍ່ສູງ​ສຸດ ທ່ານ​ກິມຈົງອີລ ​ໃຫ້​ລູກ​ຊາຍ​ຫລ້າ​ ທ້າວ​ກິມຈົງ​ອູ​ນ ນັ້ນ ບໍ່​ໄດ້​ດໍາ​ເນີນ​ໄປ
ຢ່າງ​ລາ​ບລື່ນ.

XS
SM
MD
LG