ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເອກົວດໍ ກ່າວວ່າ ໄດ້ຫ້າມການເຊື່ອມໂຍງ ອິນເຕີແນັດຂອງ ທ່ານ Assange


ຜູ້ກໍ່ຕັ້ງ WikiLeaks ທ່ານ Julian Assange.
ຜູ້ກໍ່ຕັ້ງ WikiLeaks ທ່ານ Julian Assange.

ລັດຖະບານ Ecuador ຮັບ​ຮູ້​ໃນ​ວັນ​ອັງຄານ​ວານ​ນີ້ ​ວ່າຕົນ​ໄດ້​ “ຈຳກັດ​ຊົ່ວ​ຄາວ” ​ການ​ໃຊ້ອິ​ນ​ເຕີ​ແນັດຂອງ ທ່ານ Julian Assange ຜູ້​ກໍ່​ຕັ້ງ​ກຸ່ມ​ຕ້ານ​ຄວາມ​ລັບ Wikileaks ຜູ້​ທີ່​ໄດ້​ລີ້​ຊ່ອນ​ຢູ່​ສະຖານທູດ​ອາ​ເມຣິກາ​ໃຕ້ແຫ່ງນັ້ນ ​ໃນ​ນະຄອນຫລວງ​ລອນ​ດອນຕັ້ງ​ແຕ່ກາງ​ປີ 2012 ເປັນຕົ້ນມາ.

ຖະ​ແຫ​ລງການ​ກະຊວງ​ຕ່າງປະ​ເທດ​ກ່າວ​ວ່າ ​ໃນ​ຂະນະ​ທີ່​ຢືນ​ຢູ່​ກັບ​ການ​ຕັດສິນ​ໃຈ​ໃນ​ປີ 2012 ທີ່​ອະນຸຍາດ​ໃຫ້​ທ່ານ Assange ລີ້​ໄພນັ້ນ ຕົນ​ບໍ່​ໄດ້​ລົບ​ກວນການ​ເລືອກຕັ້ງ​ຢູ່​ຕ່າງປະ​ເທດ. ລັດຖະບານ ປະທານາທິບໍດີ​ຝ່າ​ຍຊ້າຍ ທ່ານ Rafael Correa ກ່າວ​ວ່າ ​ດ້ວຍຕົວຕົນ​ເອງ ​ແລະ​ບໍ່​ໄ​ດ້ຍິນ​ຍອ​ມຕໍ່​ຄວາມ​ກົດ ​ດັນ​ໃດໆຈາກ​ຕ່າງປະ​ເທດ.

Wikileaks ຢູ່ໃນ Tweet ຕອນ​ເຊົ້າ​ວັນ​ອັງຄານ​ວານ​ນີ້​ໄດ້​ກ່າວ​ຫາ​ວ່າ ລັດຖະ ມົນຕີ​ຕ່າງ​ປະ​ເທດ​ສະຫະລັດ ທ່ານ John Kerry ​ໄດ້​ຂໍຮ້ອງ Ecuador ​ໃຫ້​ຫ້າມ ທ່ານ Assange ບໍ່ໃຫ້​ເຜີຍ​ແພ່ເອກ​ກະສາ​ນກ່ຽວ​ກັບ ຜູ້​ສະ​ໜັກ​ປະທານາທິບໍດີ​ພັກ​ເດ​ໂມ​ແຄ​ຣັດ ທ່ານ​ນາງ Hillary Clinton.

​ໂຄສົກ​ກະຊວງ​ຕ່າງ​ປະ​ເທດ​ສະຫະລັດ ທ່ານ John Kirby ​ໄດ້​ປະຕິ​ເສດ​ການ​ກ່າວ​ຫາ​ດັ່ງກ່າວ.

ທ່ານ Kirby ກ່າວ​ວ່າ “​ໃນ​ຂະນະ​ທີ່​ຄວາມ​ເປັນ​ຫ່ວງ​ຂອງ​ພວກ​ເຮົາ​ກ່ຽວ​ກັບ Wikileaks ທີ່ ຢືນ​ຢູ່​ຍາວ​ນານ ການສະ​ເໜີ​ໃດໆ​ທີ່​ລັດຖະມົນຕີ​ຕ່າງປະ​ເທດ ທ່ານ Kerry ຫລື​ກະຊວງ​ຕ່າງ​ໄດ້​ພົວພັນ​ໃນ​ການ​ປິ​ດ Wikileaks ລົງ​ນັ້ນ​ເປັນ​ເລື້​ອງທີ່ບໍ່​ມີ​ຄວາມ​ຈິງ​. ລາຍ​ງານ​ທີ່​ວ່າ ລັດຖະມົນຕີ​ຕ່າງປະ​ເທດ ທ່ານ Kerry ​ໄດ້​ສົນທະນາ​ກັບບັນດາ​ເຈົ້າ​ໜ້າ​ທີ່ Ecuador ກ່ຽວ​ກັບ​ເລື້ອງ​ນີ້​ນັ້ນ​ບໍ່​ມີ​ຄວາມ​ຈິງ.”

ຫ້ອງການໃຫຍ່ແຫ່ງຊາດ ຂອງພັກເດໂມແຄຣັດ ທີ່ນະຄອນຫລວງ ວໍຊິງຕັນ ທີ່ຖືກຣັດເຊຍທັບມ້າງທາງອິນເຕີແນັດ.
ຫ້ອງການໃຫຍ່ແຫ່ງຊາດ ຂອງພັກເດໂມແຄຣັດ ທີ່ນະຄອນຫລວງ ວໍຊິງຕັນ ທີ່ຖືກຣັດເຊຍທັບມ້າງທາງອິນເຕີແນັດ.

ການ​ກ່າວ​ຫາ​ຈາກ​ທາງ​ອິນ​ເຕີ​ແນັດ ທີ່​ຮົ່ວໄຫລ​ອອກ​ມາ ​ໄດ້​ນຳ​ສົ່ງ​ຕິດຕາມ​ອອກ​ມາ​ທາງ tweets ຫລັ່ງ​ໄຫລ​ອອກ​ມາ​ໃນ​ຂະນະ​ທີ່ Wikileaks ​ໄດ້​ເຜີຍ​ແຜ່​ຫລາຍ​ພັນ​ເລື້ອງ​ທີ່​ເຫັນ​ວ່າ​ທັບ​ມ້າງ​ຈາກ​ອີ​ແມ​ລຂອງ​ທ່ານ John Podesta ຫົວໜ້າ​ໂຄສະນາ​ຫາ​ສຽງ​ຂອງ ທ່ານ​ນາງ Clinton.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG