ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກນັກ Hackers ທີ່ສະໜັບສະໜູນ Wikileaks ປະກາດ ສົງຄາມທາງອິນເຕີແນັດ


ຮູບພາບເວັບໄຊຂອງກຸ່ມບໍລິສັດບັດເຄຣດິດ MasteCard ທີ່ບໍ່ສາມາດ ດຶງເອົາຂໍ້ມູນທຳງານບໍ່ໄດ້ ໃນວັນພຸດ ທີ 8 ທັນວາ 2010, ວານນີ້ ຍ້ອນຖືກໂຈມຕີແບບປະຕິເສດໃຫ້ການບໍລິການໂດຍ ພວກນັກ Hackers
ຮູບພາບເວັບໄຊຂອງກຸ່ມບໍລິສັດບັດເຄຣດິດ MasteCard ທີ່ບໍ່ສາມາດ ດຶງເອົາຂໍ້ມູນທຳງານບໍ່ໄດ້ ໃນວັນພຸດ ທີ 8 ທັນວາ 2010, ວານນີ້ ຍ້ອນຖືກໂຈມຕີແບບປະຕິເສດໃຫ້ການບໍລິການໂດຍ ພວກນັກ Hackers

ພວກ​ນັກ​ Hackers ຫລື ພວກກໍ່ກວນ​ແລະລັກລອບ​ຂໍ້ມູນທາງ​ອິນ​ເຕີແນັດ ​ໄດ້​ປະກາດ​ສົງຄາມ​ທາງ​ອິນ​ເຕີ​ແນັດ​ ​ເພື່ອ​ສະ​ແດງ​ການ​ສະໜັບສະໜູນຕໍ່ Wikileaks ໂດຍ​ມີກຸ່ມ​ ​ໂຈມຕີນີລະນາມ ​ເຂົ້າໄປ​ລົບ​ກວນ​ເວັບ​ໄຊ໌ຂອງ​ບໍລິສັດບັດ ສິນ​ເຊື່ອ ຫລື ​ເຄຣດິດຄາດ ຕ່າງໆ ​ເພື່ອ​ເປັນ​ການ​ແກ້​ແຄ້ນ​ຄືນ ​ຕໍ່ການທີ່​ພວກ​ບໍລິ​ສັດ​ດັ່ງກ່າວໄດ້​ປະຕິ​ເສດ​ໃຫ້​ການ​ບໍລິການແກ່ ​ເວັບ​ໄຊ໌ Wikileaks ນັ້ນ.

ກຸ່ມ​ດັ່ງກ່າວ ທີ່​ເອີ້ນ​ໂຕ​ເອງວ່າ “ນີລະນາມ” ຫລື “Anonymus” ນັ້ນ​ ໄດ້ປຸກລະດົມ​ເອົາ ​ພວກ​ສະໜັບສະໜູນ​ ໂດຍຜ່ານ​ການຂຽນຂໍ້ຄວາມລົງຢູ່​ໃນ​ເວັບ​ໄຊ້ Twitter ໃນວັນ​ພຸດ​ວານ​ນີ້ ​ຮຽກຮ້ອງ​ໃຫ້​ເຂົາ​ເຈົ້າກຽມ “ອາວຸດ” ຂອງ​ຕົນ​ໃຫ້ພ້ອມ​ ​ເພື່ອ​ທຳ​ການໂຈມຕີ​ເວັບ​ໄຊ໌ ຂອງບໍລິສັດບັດເຄຣດິດ Visa ສໍາລັບ​ບັ້ນ​ຕໍ່​ໄປ ຂອງການ “ປະຕິບັດ​ການ​ແກ້​ແຄ້ນ​ຄືນ”.

ກຸ່ມ​ດຽວກັນນີ້ ຍັງ​ໄດ້​ປະກາດຮັບ​ເອົາ​ຄວາມຮັບຜິດ​ຊອບ​ວ່າ ​ພວກ​ຕົນ​ເປັນ​ຜູ້​ເຮັດ​ໃຫ້​ເວັບໄຊ​ຂອງບໍລິສັດບັດເຄຣດິດ MasteCard ພິການ ຫລື​ທຳ​ງານ​ບໍ່​ໄດ້ໝົດມື້ ​ໃນ​ວັນ​ພຸດ ວານ​ນີ້ ​ໂດຍ​ໃຊ້​ການໂຈມຕີ​ແບບ​ປະຕິ​ເສດ​ໃຫ້ການ​ບໍລິ​ການ, ທີ່ໄດ້​ສົ່ງຜົນ​ໃຫ້​ມີ​ການຮ້ອງ ຂໍ​ເອົາຂໍ້ມູນ​ໄປ​ຍັງ​ເວັບ​ໄຊ໌ ຢ່າງ​ຖ້ວມ​ທົ້ນ ຈົນ​ເຮັດນຳ​ບໍ່​ໄຫວ.

ທັງບໍລິສັດບັດເຄຣດິດ Visa ​ແລະ MasterCard ​ໄດ້ຢຸດເຊົາ​ການບໍລິການ​ສົ່ງ​ເງິນຂອງ ລູກ​ຄ້າ ໃຫ້​ແກ່ເວັບ​ໄຊ໌ Wikileaks ຍ້ອນ​ໄດ້ປະ​ເຊີນ​ກັບການ​ກົດ​ດັນ​ທາງ​ການ​ເມືອງ​ຢ່າງໜັກ ​ເນື່ອງ​ຈາກ​ທາງບໍລິສັດ​ດັ່ງກ່າວ ໄດ້​ພິມ​ເຜີຍ​ແຜ່ໂທລະ​ເລກ​ລັບທາງ​ການ​ທູ​ດຂ​ອງ ສຫລ ທີ່ Wikileaks ນໍາ​ມາ​ເປີດ​ເຜີຍ​ນັ້ນ.

XS
SM
MD
LG