Web site WikiLeaks ໄດ້ພິມເຜີຍແຜ່ໂທລະເລກທາງການທູດທີ່ຫລໍ່ແຫລມຂອງສະຫະ
ລັດ ຫລາຍຮ້ອຍພັນສະບັບ ໃນການເຄື່ອນໄຫວທີ່ຖືກປະນາມຈາກລັດຖະບານສະຫະລັດ.
ເອກະສານເຫລົ່ານີ້ເປີດເຜີຍລາຍລະອຽດຂອງການຕີລາຄາທາງການທູດຢ່າງກົງໄປກົງມາ
ຂອງສະຫະລັດ ກ່ຽວກັບພວກຜູ້ນໍາປະເທດໃນໂລກແລະເຫດການຕ່າງໆ ແລະອ້າງຄໍາເວົ້າ
ຈາກການໂອ້ລົມສົນທະນາໃນລະດັບສູງກັບບັນດາເຈົ້າໜ້າທີ່ໃນທົ່ວໂລກ.
ໜັງສືພິມ New York Times ແລະໜັງສືພິມ The Guardian ຂອງອັງກິດຊຶ່ງຮວມ
ຢູ່ໃນພວກໜັງສືພິມຕ່າງໆ ທີ່ WikiLeaks ໄດ້ປ່ອຍເອກະສານພວກນີ້ ອອກໃຫ້ລ່ວງ
ໜ້ານັ້ນ ກ່າວວ່າ ໃນຈໍານວນພວກໂທລະເລກເຫລົ່ານັ້ນບາງສະບັບ ເວົ້າວ່າກະສັດ
Abdullah ແຫ່ງ Saudi Arabia ໄດ້ຮຽກຮ້ອງຊໍ້າແລ້ວຊໍ້າອີກ ໃຫ້ສະຫະລັດທໍາການ
ໂຈມຕີອິຣ່ານ ເພື່ອທໍາລາຍໂຄງການນີວເຄລຍຂອງອິຣ່ານນັ້ນ ແລະເວົ້າວ່າ “ໃຫ້ຕັດ
ຫົວງູເສຍ" ເພື່ອຕັດບັນຫາ.
ລາຍງານຍັງເວົ້າອີກວ່າ ສະຫະລັດໄດ້ທໍາຄວາມພະຍາຍາມຢ່າງລັບໆ ນັບແຕ່ປີ 2007
ເປັນຕົ້ນມາແລ້ວ ເພື່ອເອົາທາດຢູເຣນຽມເກຣດສູງອອກມາຈາກເຕົາແຍກນີວເຄລຍແຫ່ງ
ນຶ່ງຂອງປາກິສຖານ ເພາະພວກເຈົ້າໜ້າທີ່ສະຫະລັດຢ້ານວ່າ ທາດຢູເຣນຽມທີ່ວ່ານີ້ອາດ
ສາມາດຖືກຈັດສົ່ງໄປທາງອື່ນແລະນໍາໄປໝຸນໃຊ້ໃນໂຄງການນີວເຄລຍທີ່ຜິດກົດໝາຍນັ້ນ.
ລາຍງານເຫລົ່ານີ້ຍັງຊີ້ໃຫ້ເຫັນວ່າ ສະມາຊິກຂັ້ນອາວຸໂສທ່ານນຶ່ງໃນກົມການເມືອງຂອງ
ຈີນ ໄດ້ເປັນຜູ້ອອກຄໍາສັ່ງໃຫ້ທໍາການໂຈມຕີລະບົບຄອມພີວເຕີຂອງ Google ນັ້ນ.
ທໍານຽບຂາວໄດ້ປະນາມການເຜີຍແບເອກະສານຫລົ່ານີ້ ໂດຍກ່າວວ່າ ພຶດຕິກໍາຂອງ
WikiLeaks ເຮັດໃຫ້ເປົ້າໝາຍຂອງການຕໍ່ສູ້ເພື່ອສິດທິມະນຸດ ຕົກຢູ່ໃນການສ່ຽງໄພ
ພ້ອມທັງຊີວິດແລະວຽກງານຂອງພວກຄົນທີ່ໄດ້ຖືກເອີ່ຍເຖິງ ຢູ່ໃນໂທລະເລກເຫລົ່ານັ້ນ.