ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຈົ້າຂອງ WikiLeaks ຖືກຈັບ ທີ່ລອນ​ດອນ


ນາຍ Julian Assange ເຈົ້າຂອງ Website WikiLeaks
ນາຍ Julian Assange ເຈົ້າຂອງ Website WikiLeaks

















ສານ​ແຫ່ງ​ນຶ່ງ​ໃນ​ກຸງ​ລອນ​ດອນ ​ໄດ້​ປະຕິ​ເສດ​ຕໍ່​ການ​ຂໍ​ປະກັນ​ໂຕ​ນາຍ Julian Assange ຜູ້​ກໍ່​ຕັ້ງ WikiLeaks ​ໃນ​ຂະນະ​ທີ່​ຜູ້ກ່ຽວ​ກໍາລັງ​ຕໍ່ສູ້​ກັບ​ການ​ຖືກສົ່ງ​ໂຕ​ໄປ​ຍັງ Sweden ບ່ອນ​ທີ່​ທາງ​ການ​ຕ້ອງການ​ໂຕ​ຜູ້​ກ່ຽວ​ໄປ​ສອບ​ປາກ​ຄໍາ​ກ່ຽວ​ກັບ ຂໍ້ກ່າວ​ຫາ ກະທໍາ​ຄວາມ​ຜິດ​ທາງ​ເພດ​ນັ້ນ.

ໃນ​ວັນ​ອັງຄານ​ວານ​ນີ້ ສານ​ໄດ້​ສັ່ງ​ໃຫ້​ກັກ​ໂຕ​ນາຍ Assange ​ໄວ້​ໃນ​ອັງກິດ​ຈົນ​ຮອດ​ເວລາ​ນາຍ Assange ຈະ​ໄປ​ປາກົດ​ໂຕ​ຕໍ່​ສານເທື່ອ​ໜ້າ​ ຄື​ວັນ​ທີ 14 ​ເດືອນນີ້. ນາຍ Assange ​ຖືກ​ຈັບ​ ເວລາເຂົ້າ​ມອບ​ໂຕ​ຕໍ່​ຕໍາຫລວດ​ໃນ​ກຸງ​ລອນ​ດອນ ​ຫລັງ​ຈາກ​ທາງ​ການ​ຂອງ Sweden ​ໄດ້ອອກ​ໝາຍ​ຈັບ​ຜູ້​ກ່ຽວ​ໃນ​ຂໍ້ຫາ​ຖານ​ທໍາ​ຄວາມ​ຜິດທາງ​ເພດ ຊຶ່ງ​ນາຍ Assange ​ປະຕິ​ເສດ​ຕໍ່​ຂໍ້​ກ່າວ​ຫາ​ທັງ​ໝົດ​ນັ້ນ.

ຄະດີ​ນາຍ Assange ​ເກີດ​ມາ​ຈາກ​ການ​ປະ​ເຊີນ​ໜ້າ​ຂອງ​ຜູ້ກ່ຽວ​ກັບ​ແມ່ຍິງ 2 ຄົນໃນ
ເດືອນ​ສິງຫາ​ຜ່ານ​ມາ. ທະນາຍຄວາມ​ຂອງ​ລາວ​ກ່າວ​ວ່າ ຂໍ້​ຂັດ​ແຍ້​ງກັນ​ນັ້ນ​ແມ່ນ​ ​ອັນ​ທີ່ທ່ານ​ເອີ້ນ​ວ່າ ການ​ຮ່ວມ​ເພດ​ດ້ວຍການ​ເຫັນ​ດີ​ຈາກ​ທັງ​ສອງ​ຝ່າ​ຍ ໂດຍ​ບໍ່​ໃຊ້ສິ່ງ​ປ້ອງ​ກັນ​ ​ແລະ​ກ່າວ​ຫາ​ຄືນວ່າ ການ​ກ່າວ​ຫາ​ເຫລົ່າ​ນີ້​ທັງ​ໝົດ​ ແມ່ນ​ມີ​ຈຸດປະສົງ​ທາງ​ການ​ເມືອງ.

XS
SM
MD
LG