ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັນລະຍາ ຂອງທະນາຍຄວາມສິດທິມະນຸດ ຊາວຈີນ ທີ່ຖືກຈັບຢູ່ໃນລາວ ຫາທາງເພື່ອໃຫ້ທາງການລາວ ປ່ອຍໂຕ


ຮູບພາບທະນາຍຄວາມຈີນ ທ່ານລູ ຊິເວ ທີ່ຜູ້ຖ່າຍບໍ່ປະສົງບອກຊື່ ແລະສະຖານທີ່ ໃັນທີ 27 ກໍລະກົດ 2023
ຮູບພາບທະນາຍຄວາມຈີນ ທ່ານລູ ຊິເວ ທີ່ຜູ້ຖ່າຍບໍ່ປະສົງບອກຊື່ ແລະສະຖານທີ່ ໃັນທີ 27 ກໍລະກົດ 2023

ນາງຊັງ ຈຸນຊຽວ ພັນລະຍາຂອງທະນາຍຄວາມສິດທິມະນຸດ ຊາວຈີິນ ທ່ານລູ ຊີເວ ກຳລັງຮຽກຮ້ອງໃຫ້ປ່ອຍໂຕສາມີຂອງນາງ ຜູ້ທີ່ໄດ້ຖືກຈັບຢູ່ປະເທດລາວ ໃນວັນສຸກອາທິດແລ້ວນີ້ ໃນຂະນະທີ່ລາວກຳລັງຂຶ້ນລົດໄຟໄປປະເທດໄທ.

ນາງຊັງ ໄດ້ກ່າວຕໍ່ ວີໂອເອ ພາສາຈີນກາງ ໃນວັນຈັນວານນີ້ວ່າ ທ່ານລູໄດ້ຖືກຍ້າຍໂຕຈາກຫ້ອງການກວດຄົນເຂົ້າເມືອງ ໃນນະຄອນຫລວງວຽງຈັນ ໄປໃຫ້ກົມກວດຄົນເຂົ້າເມືອງແຫ່ງຊາດຂອງລາວ.

ນາງຊັງ ໄດ້ກ່າວວ່າ ໃນຂໍຄວາມສຸດທ້າຍຂອງທ່ານລູທີ່ສົ່ງມາໃຫ້ນາງເມື່ອຕອນແລງວັນສຸກ ຊຶ່ງທ່ານໄດ້ກ່າວວ່າ ເຈົ້າໜ້າທີ່ຕຳຫຼວດສາມຄົນ ແມ່ນຢູ່ນຳບາວ ເພື່ອນຳເອົາຕົວລາວໄປ ແລະ ລາວອາດຈະບໍ່ສາມາດສົ່ງຂໍ້ຄວາມມາໃຫ້ນາງໄດ້ອີກ.

ທ່ານປີເຕີ ດາລິນ ຜຸູ້ກໍ່ຕັ້ງອົງການທີ່ບໍ່ຂຶ້ນກັບລັດຖະບານ (NGO) ທີ່ເອີ້ນວ່າ Safeguard Defender ໄດ້ຢືນຢັນຕໍ່ ວີໂອເອ ພະແນກພາສາຈີນກາງ ຢູ່ໃນອີແມລວ່າ ທ່ານລູ ໄດ້ຖືກນຳພາໂຕໄປຫ້ອງການໃຫຍ່ຂອງກົມກວດຄົນເຂົ້າເມືອງ ຢູ່ໃກ້ກັບສະໜາມບິນນະຄອນວຽງຈັນ ໃນຕອນເຊົ້າວັນຈັນວານນີ້ ຕາມເວລາໃນປະເທດລາວ.

ທ່ານໄດ້ກ່າວວ່າ “ນີ້ສະແດງໃຫ້ເຫັນວ່າ ເຂົາເຈົ້າວາງແຜນທີ່ຈະດຳເນີນການເນລະເທດທ່ານໃນມື້ນີ້ ແລະແຫລ່ງຂ່າວນຶ່ງໃນທ້ອງຖິ່ນ ບອກພວກເຮົາວ່າ ພະນັກງານສະຖານທູດຈີນ ກໍຢູ່ໃນສະຖານທີ່ແຫ່ງນັ້ນເຊັ່ນກັນ. ມັນອາດຈະເກີດຂຶ້ນໃນບໍ່ຊ້ານີ້ ໃນຂະນະທີ່ປາກົດວ່າ ໃກ້ຈະເກີດຂຶ້ນຢູ່ນັ້ນ ເວັນເສຍແຕ່ວ່າ ມີການກົດດັນຈາກລັດຖະບານອື່ນໆ ທີ່ເຮັດໃຫ້ລັດຖະບານລາວ ຈຶ່ງພິຈາລະນາຄືນໃໝ່.”

“ການເນລະເທດຂອງທ່ານ ຈະເຮັດໃຫ້ເຂົາເຈົ້າລະເມີດຕໍ່ທັງຄວາມໝັ້ນໝາຍ ທີ່ຜູກມັດທາງດ້ານກົດໝາຍ ພາຍໃຕ້ສົນທິສັນຍາໃນການຕ້ານການທໍລະມານຂອງສະຫະປະຊາຊາດ ແຕ່ຍັງເປັນຫລັກການທົ່ວໄປຂອງການບໍ່ບັງຄັບໃຫ້ສົ່ງກັບຄືນສູ່ບ່ອນທີ່ເປັນໄພອັນຕະລາຍ ນັ້ນຄື ບໍ່ສົ່ງຄົນກັບຄືນໄປ ຖ້າຫາກເຂົາເຈົ້າມີຄວາມສ່ຽງຕໍ່ການທໍລະມານ ຫລືການປະຕິລັດຕໍ່ທີ່ບໍ່ດີ” ທ່ານດາລິນ ໄດ້ກ່າວເພີ້ມ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG