ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ຍັງບໍ່ມີຂໍ້ມູນໃດໆ ກ່ຽວກັບ ທ່ານສົມບັດ ສົມພອນ ຈົນເຖິງດຽວນີ້


ທ່ານສົມບັດ ສົມພອນ ໃນພິທີຮັບ ລາງວັນແມັກໄຊໄຊ ໃນ​ຖານະ​ນັກ​ພັດທະນາ​ທາງ​ສັງຄົມ​ທີ່​ດີ​ເດັ່ນ​ຂອງ​ທະວີບ​ເອ​ເຊຍ ​ເມື່ອ ປີ 2005.
ທ່ານສົມບັດ ສົມພອນ ໃນພິທີຮັບ ລາງວັນແມັກໄຊໄຊ ໃນ​ຖານະ​ນັກ​ພັດທະນາ​ທາງ​ສັງຄົມ​ທີ່​ດີ​ເດັ່ນ​ຂອງ​ທະວີບ​ເອ​ເຊຍ ​ເມື່ອ ປີ 2005.

ພັນ​ລະ​ຍາ​ຂອງ​ທ່ານ​ສົມບັດ ສົມ​ພອນ ຢືນຢັນ​ວ່າ​ ນາງ​ຍັງບໍ່​ໄດ້​ຮັບ​ຂໍ້​ມູນ​ຫຍັງ​ເລີຍ ​ຈາກ​ທາງ​ການ​ລາວ ​ເຖິງ​ແມ່ນ​ວ່າ​ສາມີ​ຂອງ​ທ່ານນາງ​ ​wfhຖືກ​ລັກ​ພາ​ຕົວ​ໄປ ​ຈາກ​ປ້ອມ​ຕໍາຫຼວດ ໄດ້ເກືອບ​ 3 ອາທິ​ດ​ແລ້ວ​ກໍ​ຕາມ.

ທ່ານ​ນາງ Ng Shui Meng ພັນ​ລະ​ຍາ​ຊາວ​ສິງ​ຄະ​ໂປ​ຂອງ​
ທ່ານ​ສົມບັດ ສົມ​ພອນ ນັກ​ພັດທະນາ​ທາງ​ສັງຄົມ​ເພື່ອ​ຄົນ​ທຸກ​
ໃນ​ລາວ ຊຶ່ງ​ໄດ້​ຮັບ​ລາງວັນ Magsaysay ​ໃນ​ຖານະ​ນັກ​ພັດ
ທະນາ​ທາງ​ສັງຄົມ​ທີ່​ດີ​ເດັ່ນ​ຂອງ​ທະວີບ​ເອ​ເຊຍ​ເມື່ອ ປີ 2005
ທີ່​ຜ່ານ​ມາ​ນັ້ນ ​ໄດ້​ໃຫ້ການ​ຢືນຢັນ​ຕໍ່​ບັນດາ​ສື່​ມວນ​ຊົນ​ຕ່າງປະ​
ເທດ​ວ່າ​ ນັບຕັ້ງ​ແຕ່​ທີ່​ທ່ານ​ສົມບັດ​ໄດ້​ຖືກ​ລັກ​ພາ​ຕົວ​ໄປ​ໃນ​ຕອນ​
ແລງ​ຂອງ​ວັນ​ທີ 15 ທັນວາປີ​ກາຍ​ນີ້ ທ່ານ​ນາງ​ກໍ​ໄດ້​ຍື່ນ​ຈົດໝາຍ
​ຮ້ອງ​ຮຽນ​ເຖິງ​ທາງ​ການ​ລາວ ​ເພື່ອ​ຂໍ​ໃຫ້​ສືບ​ຫາ ຜູ້​ເປັນ​ສາມີຂອງ
ທ່ານ​ນາງ ​ແຕ່​ວ່າ​ຈົນ​ເຖິງ​ເວລາ​ນີ້ ກໍ​ໄດ້​ຜ່ານ​ໄປ​ເກືອບ​ 3 ອາທິດ
ແລ້ວ ທ່ານ​ນາງ​ຍັງ​ບໍ່​ໄດ້ຮັບຂໍ້​ມູນຫຼືການ​ຕອບ​ສະໜອງ​ຈາກ​ທາງ​
ການ​ລາວ​ແຕ່​ຢ່າງໃດ ດັ່ງ​ທີ່​ທ່ານ​ນາງ​ໄດ້​ກ່າວ​ວ່າ:

ສຽງພາສາອັງກິດ...

ທ່ານນາງ Ng Shui Meng ບອກວ່າ ທ່ານນາງໄດ້ຍື່ນໜັງສືຮ້ອງຮຽນເຖິງທາງການຕໍາ ຫຼວດລາວໃນເຂດນະຄອນວຽງຈັນໃນວັນທີ 17 ທັນວາ ແລະກໍຕໍ່ເນື່ອງດ້ວຍການຍື່ນໜັງ ສືຮ້ອງຮຽນເຖິງທ່ານທອງບັນ ແສງອາພອນ ລັດຖະມົນຕີວ່າ ການກະຊວງປ້ອງກັນຄວາມ ສະຫງົບພາຍໃນຂອງລາວ ໃນວັນທີ 18 ທັນວາ ຫາກແຕ່ນັບຈາກນັ້ນເປັນຕົ້ນມາ ກໍຍັງບໍ່ ໄດ້ຮັບຂໍ້ມູນຫຼືຄວາມຄືບໜ້າແນວໃດຈາກທາງການລາວ.

ກ່ອນໜ້ານີ້ ກຸ່ມອົງການສິດທິມະນຸດສາກົນໃນປະເທດໄທ ໃຊ້ຊື່ວ່າ ຄະນະທໍາງານໃນໄທ ຕໍ່ກໍລະນີການຫາຍຕົວໄປຂອງທ່ານ ສົມບັດ ນັ້ນກໍໄດ້ພາກັນເດີນທາງໄປ ຍື່ນໜັງສືຕໍ່ທາງ ການສະຖານທູດລາວປະຈໍາບາງກອກໃນຕອນເຊົ້າຂອງວັນທີ 25 ທັນວາ ເພື່ອເປັນການ ສະແດງອອກເຖິງຄວາມເປັນຫ່ວງເປັນໃຍຕໍ່ການຫາຍຕົວໄປ ຂອງທ່ານສົມບັດ ພ້ອມທັງ ໄດ້ຮຽກຮ້ອງໃຫ້ທາງການລາວເລັ່ງດໍາເນີນການສືບສວນຫາຄວາມຈິງຕໍ່ກໍລະນີດັ່ງກ່າວ ຢ່າງຈິງຈັງ ເພື່ອຈະໃຫ້ການຊ່ວຍເຫຼືອທ່ານ ສົມບັດຢ່າງຮີບດ່ວນທີ່ສຸດນັ້ນເອງ.

ທ່ານນາງ ເປຣມຣຶດີ ດາວເຣືອງ ຜູ້ປະສານງານເພື່ອການປຸກລະດົມໃຫ້ບັນດາອົງການ ສິດທິມະນຸດແລະອົງການພັດທະນາຕ່າງໆທັງໃນອາຊ່ຽນ ແລະ ລະດັບສາກົນ ເພື່ອການ ຮ່ວມມືກັນເຂົ້າໃນການຊອກຫາຄວາມຈິງກ່ຽວກັບການຫາຍຕົວໄປຂອງທ່ານ ສົມບັດ ກໍ ໄດ້ຢືນຢັນວ່າການເຄື່ອນໄຫວດັ່ງກ່າວ ຖືເປັນມາດຕະການສ່ວນນຶ່ງ ທີ່ບັນດາອົງການສາ ກົນຈະໄດ້ຮ່ວມມືກັນດໍາເນີນການຕໍ່ໄປ ຢ່າງຕັ້ງໜ້າ ຊຶ່ງກໍຄື ການເພີ່ມມາດຕະການກົດ ດັນຕໍ່ລັດຖະບານລາວໃຫ້ຫຼາຍຂຶ້ນ ຢ່າງບໍ່ຢຸດຍັ້ງຈົນກວ່າ ຈະຮູ້ຄວາມຈິງກ່ຽວກັບການ ຫາຍຕົວໄປ ຫຼືວ່າໄດ້ໃຫ້ການ ຊ່ວຍເຫຼືອທ່ານສົມບັດຈົນປອດໄພແລ້ວ.
ທ່ານສົມບັດ ສົມພອນ ກ່າວຄໍາປາໄສທີ່ກອງປະຊຸມ FCCT
ທ່ານສົມບັດ ສົມພອນ ກ່າວຄໍາປາໄສທີ່ກອງປະຊຸມ FCCT


ທັງນີ້ໂດຍນອກຈາກມາດຕະການທີ່ໄດ້ດໍາເນີນການມາແລ້ວ
ກໍຄືການຈັດສົ່ງໜັງສື ຮຽກຮ້ອງໄປເຖິງລັດຖະບານລາວ ເພື່ອ ໃຫ້ເລັ່ງສືບສວນຫາຄວາມຈິງກ່ຽວກັບກໍລະນີດັ່ງກ່າວນີ້ ເພື່ອ
ວ່າ ຈະໄດ້ໃຫ້ການຊ່ວຍເຫຼືອແກ່ທ່ານສົມບັດ ໄດ້ຢ່າງທ່ວງ
ທັນແລ້ວ ກໍຍັງໄດ້ຍົກລະດັບການຮຽກຮ້ອງໄປເຖິງບັນດາຜູ້
ນໍາຂອງກຸ່ມອາຊ່ຽນ ອົງການສະ ຫະປະຊາດ ແລະບັນດາລັດ
ຖະສະພາຂອງນານາຊາດ ເພື່ອຂໍໃຫ້ຮ່ວມມືກັນເຂົ້າ ໃນການ ກົດດັນລັດຖະບານລາວຈາກທຸກທິດທຸກທາງດ້ວຍ ຊຶ່ງໃນ
ຕະຫຼອດອາທິດທີ່ ຜ່ານມານີ້ ກໍປາກົດວ່າໄດ້ຮັບການຕອບສະໜອງເປັນຢ່າງດີ ເຊັ່ນໂຄງ ການປັນຍາຊົນສາທາລະນະແຫ່ງເອເຊຍ ອົງການພາກສ່ວນປະຊາຊົນໄທ 61 ອົງການ
ກຸ່ມປະຊາຄົມຂອງລັດຖະບານຕ່າງໆໃນທົ່ວໂລກ ກະຊວງການຕ່າງປະເທດສະຫະລັດ ອະເມລິກາ ສະຫະພາບຢູ່ໂຣບ ສໍານັກງານຂ້າຫຼວງໃຫຍ່ເພື່ອສິດທິມະນຸດ ແຫ່ງສະຫະ ປະຊາຊາດ ອົງການນັກກິດຈະກໍາທາງສັງຄົມນານາຊາດ 55 ອົງ ການ ແລະອົງການສິດ ທິມະນຸດສາກົນນັ້ນຕ່າງກໍໄດ້ສົ່ງຈົດໝາຍຮຽກຮ້ອງຕໍ່ກໍລະນີດັ່ງກ່າວນີ້ ເຖິງນາຍົກລັດຖະ ມົນຕີລາວຢ່າງຕໍ່ເນື່ອງ.

ທ່ານສົມບັດ ສົມພອນ ໄດ້ຖືກກຸ່ມຄົນບໍ່ຮູ້ວ່າຝ່າຍໃດ ຄວບຄຸມຕົວໄປຈາກປ້ອມຕໍາຫຼວດ ແຫ່ງນຶ່ງຢູ່ທາງໄປທ່າເດື່ອໃນເຂດນະຄອນວຽງຈັນນັບຕັ້ງແຕ່ຕອນ ແລງຂອງວັນທີ່ 15 ທັນວາເປັນຕົ້ນມາ ຊຶ່ງຈາກການກວດສອບພາບທີ່ບັນທຶກ ໄວ້ໂດຍກ້ອງວົງຈອນປິດຂອງ ທາງການລາວເອງ ກໍພົບວ່າຜູ້ທີ່ສັ່ງໃຫ້ທ່ານສົມບັດຕ້ອງຢຸດຈອດລົດຍົນສ່ວນຕົວ ແລະລົງ ຈາກລົດ ແລ້ວຍ່າງໄປທີ່ປ້ອມຕໍາຫຼວດ ດັ່ງກ່າວກໍຄືເຈົ້າໜ້າ ທີ່ຕໍາຫຼວດລາວນັ້ນເອງ ໃນ ຂະນະທີ່ທາງການລາວກໍໄດ້ອອກ ຖະແຫຼງການໂດຍລະບຸພຽງວ່າເປັນບັນຫາຄວາມຂັດ
ແຍ້ງສ່ວນບຸກຄົນເທົ່ານັ້ນແລະ ຈົນເຖິງຂະນະນີ້ກໍຍັງບໍ່ຊາດສາເຫດຂອງການລັກພາຕົວ ທັງຍັງບໍ່ຮູ້ສະຖານທີ່ທີ່ໃຊ້ກັກຂັງ ແລະບໍ່ຮູ້ຊະຕາກໍາຂອງທ່ານສົມບັດອີກດ້ວຍ.
XS
SM
MD
LG