ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ.ນ. ອຶງ ຊຸຍ ເມັງ ຢືນຢັນວ່າ ຍັງບໍ່ໄດ້ຄຳຕອບ ຈາກທາງການລາວ ເລື່ອງການລັກພາໂຕ ທ່ານສົມບັດ


ທ່ານນາງ ອຶງ ຊຸຍ ເມັງ (Ng Shui Meng) ພັນລະຍາຊາວສິງກະໂປ ຂອງທ່ານສົມບັດ
ສົມພອນ
ທ່ານນາງ ອຶງ ຊຸຍ ເມັງ (Ng Shui Meng) ພັນລະຍາຊາວສິງກະໂປ ຂອງທ່ານສົມບັດ ສົມພອນ

ພັນລະຍາຂອງທ່ານສົມບັດ ສົມພອນ ຢືນຢັນວ່າ ຍັງບໍ່ໄດ້ຮັບຄຳຕອບ ຈາກທາງການ
ລາວ ກ່ຽວກັບສາເຫດ ທີ່ມີການລັກພາໂຕ ທ່ານສົມບັດ ທັງບໍ່ມີຄວາມຄືບໜ້າ ໃນການ
ຕິດຕາມຫາໃນຕະຫຼອດ 5 ປີມານີ້ ອີກດ້ວຍ.

ທ່ານນາງ ອຶງ ຊຸຍ ເມັງ (Ng Shui Meng) ພັນລະຍາຊາວສິງກະໂປ ຂອງທ່ານສົມບັດ
ສົມພອນ ນັກພັດທະນາທາງສັງຄົມໃນລາວ ທີ່ໄດ້ຮັບລາງວັນ Magsaysay ໃນຖານະ
ນັກພັດທະນາສັງຄົມ ທີ່ດີເດັ່ນຂອງອາຊຽນ ໃນປີ 2005 ນັ້ນ ຢືນຢັນວ່າ ທ່ານນາງຍັງຄົງ
ທວງຖາມທາງການລາວ ກ່ຽວກັບສາເຫດທີ່ມີການລັກພາໂຕ ທ່ານສົມບັດ ຜູ້ເປັນສາມີ
ຂອງທ່ານນາງ ຮວມທັງໄດ້ທວງຖາມເຖິງຄວາມຄືບໜ້າ ໃນການສືບສວນສອບສວນ
ເພື່ອຕິດຕາມຫາທ່ານສົມບັດ ໃນຕະຫຼອດໄລຍະ 5 ປີທີ່ຜ່ານມາ ແຕ່ຍໍຍັງບໍ່ໄດ້ຮັບຄຳ
ຕອບ ຈາກທາງການລາວ ແຕ່ຢ່າງໃດເລຍ ຈົນເຖິງທຸກມື້ນີ້ ດັ່ງທີ່ທ່ານນາງ ອຶງ ສຸຍ ເມັ່ງ
ໄດ້ໃຫ້ການຢືນຢັນວ່າ:

ໂດຍໃນວັນທີ 15 ທັນວາ 2017 ອັນເປັນວັນຄົບຮອບ 5 ປີ ທີ່ທ່ານສົມບັດ ຖືກລັກພາໂຕ
ໄປຈາກປ້ອມຕຳຫຼວດແຫ່ງນຶ່ງ ໃນນະຄອນວຽງຈັນນັ້ນ ທ່ານນາງ ອຶງ ຊຸຍ ເມັງ ກໍໄດ້ຂຽນ
ຈົດໝາຍເຜີຍແຜ່ທາງ ເວັບໄຊ ແລະ ເຟສບຸກ ເພື່ອລະນຶກເຖິງທ່ານສົມບັດ ທັງຍັງບັນລະ
ຍາຍເຖິງຄວາມທຸກໃຈ ແລະຄວາມຫວັງທີ່ທ່ານນາງຢາກຈະໄດ້ທ່ານສົມບັດ ກັບຄືນມາ
ຢ່າງປອດໄພ ແລະໃນມື້ດຽວກັນນີ້ ບັນດາຜູ້ຕາງໜ້າອົງການສາກົນ ອົງການທີ່ບໍ່ຂຶ້ນກັບ
ລັດຖະບານ ນັກການທູດຕ່າງປະເທດ ແລະເຍົາວະຊົນລາວ ຈຳນວນນຶ່ງ ກໍໄດ້ຮ່ວມກັນ ຈັດພິທີລະນຶກເຖິງ ທ່ານສົມບັດ ທັງຍັງເພື່ອເປັນການຈັດງານໃນໂອກາດຄົບຮອບ 21
ປີ ຂອງສູນຝຶກອົບຮົມເພື່ອການມີສ່ວນຮ່ວມ ໃນການພັດທະນາໃນລາວ (PADETC)
ທີ່ທ່ານສົມບັດ ກໍ່ຕັ້ງຂຶ້ນ ນັບຕັ້ງແຕ່ປີ 1996 ເປັນຕົ້ນມາ ອີກດ້ວຍ.

ບັນດານັກເຄື່ອນໄຫວ ລາວ ລົນນະລົງ ເພື່ອຂໍຄວາມເປັນທຳໃຫ້ແກ່ ທ່ານສົມບັດ ສົມພອນ.
ບັນດານັກເຄື່ອນໄຫວ ລາວ ລົນນະລົງ ເພື່ອຂໍຄວາມເປັນທຳໃຫ້ແກ່ ທ່ານສົມບັດ ສົມພອນ.

ກ່ອນໜ້ານີ້ ບັນດານັກເຄື່ອນໄຫວ ເພື່ອປົກປ້ອງສິດທິມະນຸດຊົນສາກົນຈາກທົ່ວໂລກ
ກໍຮ່ວມກັນລົງນາມໃນຖະແຫລງການຮ່ວມທີ່ບາງກອກ ໃນຕົ້ນເດືອນທັນວາ ແລະກໍໄດ້
ຈັດສົ່ງຖະແຫລງການຮ່ວມດັ່ງກ່າວນີ້ ໄປເຖິງບັນດາຜູ້ນຳ ລັດຖະບານຂອງປະເທດ
ສະມາຊິກ ອາຊຽນ ໃນວັນທີ 15 ທັນວາ 2017 ເພື່ອຮຽກຮ້ອງຂໍໃຫ້ລັດຖະບານ ຂອງ
ທຸກປະເທດໃນອາຊຽນ ຈົ່ງໄດ້ຮ່ວມກັນດຳເນີນມາດຕະການກົດດັນລັດຖະບານລາວ
ຕໍ່ກໍລະນີ ທີ່ໄດ້ມີການລະເມີດສິດທິມະນຸດໃນລາວ ຢ່າງຮຸນແຮງ ທັງຍັງບໍ່ໄດ້ດຳເນີນ
ມາດຕະການຢ່າງຈິງຈັງ ໃນການສືບສວນຫາຄວາມຈິງ ແລະຕິດຕາມຫາ ທ່ານສົມບັດ
ທີ່ຖືກລັກພາໂຕໄປຈາກດ່ານກຳຫຼວດແຫ່ງນຶ່ງ ໃນນະຄອນວຽງຈັນ ນັບແຕ່ຕອນແລງ
ວັນທີ 15 ທັນວາ 2012 ເປັນຕົ້ນມາ ແລະຈົນເຖິງປັດຈຸບັນນີ້ ກໍຍັງຄົງບໍ່ຮູ້ຊະຕາກຳ
ຂອງງທ່ານສົມບັດ ແຕ່ຢ່າງໃດ.

ກຸ່ມສັງຄົມພົນລະເມືອງ ເພື່ອສິດທິມະນຸດ ຢູ່ຕ່າງປະເທດ ຮຽກຮ້ອງໃຫ້ລັດຖະບານລາວ ປ່ອຍໂຕ ທ່ານສົມບັດ ສົມພອນ
ກຸ່ມສັງຄົມພົນລະເມືອງ ເພື່ອສິດທິມະນຸດ ຢູ່ຕ່າງປະເທດ ຮຽກຮ້ອງໃຫ້ລັດຖະບານລາວ ປ່ອຍໂຕ ທ່ານສົມບັດ ສົມພອນ

ບັນດາອົງການປົກປ້ອງສິດທິມະນຸດສາກົນ ໄດ້ໃຫ້ເຫດຜົນວ່າ ສາເຫດທີ່ລັດຖະບານ
ອາຊຽນທັງກຸ່ມ ຈະຕ້ອງກົດດັນຕໍ່ລັດຖະບານລາວນັ້ນ ກໍເພາະວ່າ ກໍລະນີການຫາຍ
ໂຕໄປຂອງທ່ານສົມບັດ ນີ້ ບໍ່ໄດ້ເປັນພຽງບັນຫາພາຍໃນລາວເທົ່ານັ້ນ ຫາກແຕ່ຖືເປັນ
ພາລະໜ້າທີ່ຂອງທັງກຸ່ມອາຊຽນ ທີ່ຈະຕ້ອງຮ່ວມກັນ ເພື່ອຄົ້ນຫາຄວາມຈິງ ທີ່ເກີດຂຶ້ນ
ໃນລາວ ທີ່ເປັນປະເທດສະມາຊິກຂອງກຸ່ມອາຊຽນດ້ວຍ.

ໂດຍທ່ານຈັກໄຊ ໂສມທອງດີ ນັກເຄື່ອນໄຫວພາກປະຊາສັງຄົມໃນອາຊຽນ ໄດ້ໃຫ້
ການ ອະທິບາຍວ່າ ກໍລະນີການຫາຍໂຕໄປຂອງທ່ານສົມບັດ ບໍ່ແມ່ນເລື່ອງຂອງລາວ
ປະເທດດຽວ ຫາກແຕ່ເປັນເລື່ອງຂອງຄວາມຮັບຜິດຊອບຮ່ວມກັນ ຂອງພາກລັດ ແລະ
ປະຊາຊົນໃນທົ່ວອາຊຽນ ທີ່ຈະຕ້ອງເຮັດໃຫ້ເກີດຂຶ້ນ ຢ່າງເປັນຮູບປະທຳ ເພາະວ່າ
ອາຊຽນ ໄດ້ເປັນປະຊາຄົມດຽວກັນແລ້ວ ໃນປັດຈຸບັນ ຈຶ່ງເຮັດໃຫ້ລັດຖະບານ ຂອງ
ປະຊາຄົມ ອາຊຽນ ຈະຕ້ອງສະແດງຈຸດຢືນ ໃນການເຄົາລົບສິດທິພົນລະເມືອງຂອງ
ອາຊຽນ ດ້ວຍນັ້ນເອງ.

ທາງດ້ານທ່ານນາງ ອຶງ ຊຸຍ ເມັງ ພັນລະຍາຊາວສິງກະໂປ ຂອງທ່ານສົມບັດ ກໍໄດ້ຮຽກ
ຮ້ອງ ຂໍໃຫ້ຜູ້ທີ່ຮັກຄວາມເປັນທຳ ທັງໃນລາວ ແລະຕ່າງປະເທດ ຈົ່ງໄດ້ພາກັນສືບຕໍ່
ຂຽນຈົດໝາຍເຖິງທ່ານສົມບັດ ທີ່ມີເນື້ອຫາກ່ຽວກັບຊີວິດ ຜົນງານ ແນວຄິດ ອຸດົມການ
ແແລະວິທີການປະຕິບັດງານຂອງທ່ານສົມບັດ ເພື່ອເຜີຍແຜ່ອອກສູ່ການຮຽນຮູ້ຂອງ
ເຍົາວະຊົນ ແລະສາທາລະນະຊົນໃນວົງກວ້າງຕໍ່ໄປ ຢ່າງບໍ່ຢຸດຢັ້ງ ໂດຍຖືວ່າ ເປັນ
ກິດຈະກຳນຶ່ງ ເພື່ອທວງຖາມຄວາມຍຸຕິທຳໃຫ້ກັບ ທ່ານສົມບັດ ນັ້ນເອງ.

ກ່ອນໜ້ານີ້ ກົມໃຫຍ່ຕຳຫຼວດໃນສັງກັດ ກະຊວງປ້ອງກັນຄວາມສະຫງົບພາຍໃນລາວ
ໃຫ້ການຢືນຢັນໃນໂອກາດການຖະແຫລງຂ່າວ ຄັ້ງທີ 3 ກ່ຽວກັບກໍລະນີ ການຫາຍໂຕ
ໄປຂອງທ່ານສົມບັດ ວ່າ ທາງການຕຳຫຼວດລາວ ໄດ້ດຳເນີນການສືບສວນສອບສວນ
ເພື່ອຄົ້ນຫາຄວາມຈິງກ່ຽວກັບກໍລະນີດັ່ງກ່າວຢູ່ເລື້ອຍມາ ຫາກແຕ່ກໍຍັງບໍ່ມີຄວາມຄືບ
ໜ້າຢ່າງໃດເລີຍ ໃນຕະຫຼອດໄລຍະ 5 ປີມານີ້ ຍິ່ງໄປກວ່ານັ້ນ ທາງການຕຳຫຼວດລາວ
ກໍຍັງບໍ່ມີການຖະແຫລງຂ່າວກ່ຽວກັບກໍລະນີ ຂອງທ່ານສົມບັດ ອີກເລີຍ ນັບແຕ່ກາງປີ
2013 ເປັນຕົ້ນມາ.

XS
SM
MD
LG