ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ທາງ​ການ​ລາວ ຍັງ​ບໍ່​ມີ​ຄຳ​ຕອບ ​ກ່ຽວກັບ​​ ການຫາ​ຍ​ສາບ​ສູນ ຂອງ​ທ່ານ​ສົມ​ບັດ ສົມ​ພອນ ຄົບ​ຮອບ 10 ປີ


ທ່ານນາງ ອຶງ ຊຸຍ ເມັງ, ພັນລະຍາຂອງທ່ານ ສົມບັດ ສົມພອນ ຖືແຜ່ນພັບ ທີ່ມີຮູບຂອງທ່ານ ສົມບັດ ສົມພອນ.
ທ່ານນາງ ອຶງ ຊຸຍ ເມັງ, ພັນລະຍາຂອງທ່ານ ສົມບັດ ສົມພອນ ຖືແຜ່ນພັບ ທີ່ມີຮູບຂອງທ່ານ ສົມບັດ ສົມພອນ.

ວັນ​ທີ 15 ທັນ​ວາ ເປັນ​ວັນ​ຄົບ​ຮອບ 10 ປີ​ ໃນ​ການ​ຫາຍ​ສາບ​ສູນ​ໄປ​ ຂອງ​ທ່ານ​ສົມ​ບັດ ສົມ​ພອນ ນັກ​ພັດ​ທະ​ນາ​ ທີ່​ໄດ້​ຮັບ​ລາງວັນ​ແມັກ​ໄຊ​ໄຊ​ຂອງ​ລາວ ໃນ​ຂະ​ນະ​ທີ່​ທ່ານ​ພວມ​ເດີນ​ທາງ​ກັບ​ບ້ານ ຢູ່ທີ່​ປ້ອມ​ຕຳ​ຫຼວດ​ແຫ່ງ​ນຶ່ງໃນ​ນະ​ຄອນ​ວຽງ​ຈັນ ແຕ່​ທາງ​ການ​ລາວ​ກໍ​ຍັງ​ບໍ່​ມີ​ຄຳ​ຕອບ ແລະ​ການ​ອະ​ທິ​ບາຍ​ໃດໆ ກ່ຽວ​ກັບ​ສາ​ເຫດ​ເບື້ອງ​ຫຼັງ ​ໃນ​ການ​ຫາຍ​ສາ​ບ​ສູນ ທີ່​ມີ​ການ​ສົງ​ໄສວ່າ ທ່ານ​ຖືກ​ລັກ​ພາ​ຕົວໄປ​ນັ້ນ.

ທ່ານ​ນາງ​ອຶງ ຊຸຍ ເມັງ ພັນ​ລະ​ຍາ​ຂອງ​ທ່ານ​ສົມ​ບັດ ກ່າວ​ວ່າ ເດືອນ​ທັນ​ວາ​ປີນີ້ ແມ່ນ​ວັນ​ຄົບ​ຮອບ 10 ​ປີ ໃນ​ການ​ຫາຍ​ສູນ​ສູນ​ຂອງ​ສາ​ມີ​ທ່ານ​ນາງ ຊຶ່ງ​ທ່ານ​ນາງ ກ່າວ​ຕື່ມ​ວ່າ:

“​ໃນ​ໄລ​ຍະສິບ​ປີ​ທີ່​ຜ່ານ​ມານີ້ ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ ທີ່​ຂ້າ​ພະ​ເຈົ້າ​ສາ​ມາດ​ເຮັດ​ໄດ້ ເພື່ອ​ພະ​ຍາ​ຍາມ​ໃຫ້​ເຈົ້າ​ໜ້າ​ທີ່​ລາວ ແລະ​ໜ່ວຍ​ງານ​ຮັກ​ສາ​ຄວາມ​ສະ​ຫງົບ​ເພື່ອ​ໃຫ້​ຂໍ້​ມູນ​ກ່ຽວ​ກັບ​ວ່າ ​ແມ່ນ​ຫຍັງ​ໄດ້​ເກີດ​ຂຶ້ນ​ກັບ​ທ່ານ​ສົມ​ບັດ? ລາວ​ຖືກ​ນຳ​ໂຕ​ໄປ​ໄວ້​ຢູ່​ບ່ອນ​ໃດ? ແລະ​ເພື່ອ​ໃຫ້​ປ່ອຍ​ລາວ. ແຕ່​ຂ້າ​ພະ​ເຈົ້າ​ໄດ້​ປະ​ເຊີນ​ໜ້າ​ກັບ​ການ​ປະ​ຕິ​ເສດ​ ໂດຍ​ການ​ຈັດ​ຕັ້ງ​ຂອງ​ລັດ​ຖະ​ບານ​ລາວ​ທີ່​ວ່າ ​ເຂົາ​ເຈົ້າບໍ່ໄດ້​ລັກ​ພາ​ຕົວ​ທ່ານ​ສົມ​ບັດ.”

ທ່ານ​ນາງ​ອຶງ ຊຸຍ ເມັງ ໄດ້​ມີ​ການ​ໂອ​ກາດ​ຕິດ​ຕໍ່​ພົວ​ພັນ​ກັບ​ໜ່ວຍ​ງານ​ຂອງ​ລັດ​ຖະ​ບານ​ລາວເທື່ອ​ສຸດ​ທ້າຍ​ກໍ​ແມ່ນ​ໃນ​ທ້າຍ​ປີ 2017 ແລະ​ຫຼັງ​ຈາກນັ້ນ​ບໍ່​ໄດ້​ມີ​ໂອ​ກາດ​ເລີຍ ເຖິງ​ແມ່ນ​ໄດ້​ພະ​ຍາ​ຍາມ​ຕິດ​ຕໍ່​ໄປ​ຫາ​ໜ່ວຍ​ງານ​ທີ່​ກ່ຽວ​ຂ້ອງ​ເລື້ອຍ​ມາ ​ກໍ​ຕາມ.

ໃນ​ໂອ​ກາດ​ວັນ​ຄົບ​ຮອບສິບ​ປີຂອງ​ການ​ຫ​າຍ​ສາບ​ສູນ​ໄປ​ຂອງ​ທ່ານ​ສົມ​ບັດ​ນີ້ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ​ພົນ​ເຮືອນ​ໃນປະ​ເທດ​ໄທ ​ແລະ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້​ເກືອບ 70 ອົງ​ການ​ແລະ​ສ່ວນ​ບຸກ​ຄົນໄດ້​ຍື່ນ​ໜັງ​ສື​ເປີດ​ຊອງ​ໄປ​ຍັງ​ລັດ​ຖະ​ບານ​ລາວເພື່ອ​ຢາກ​ຮູ້​ຄຳ​ຕອບ ​ກ່ຽວ​ກັບ​ການ​ບັງ​ຄັບ​ໃຫ້​ຫາຍ​ສາບ​ສູນ ​ໃນ​ກໍ​ລະ​ນີ​ຂອງ​ທ່ານ​ສົມ​ບັດ ສົມ​ພອນ ແລະ​ເວົ້າ​ວ່າ ພວກ​ເຂົາ​ເຈົ້າ​ຈະ​ສືບ​ຕໍ່​ຕິດ​ຕາມ​ເບິ່ງ​ຄວາມ​ກ້າວ​ໜ້າ ຈົນ​ກວ່າ​ຈະ​ໄດ້​ຮັບ​ຄຳ​ຕອບ.

XS
SM
MD
LG