ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັນລະຍາຂອງ ທ. ສົມບັດ ສົມພອນ ຮຽກຮ້ອງໃຫ້ ອົງການປະຊາສັງຄົມ ໃນອາຊຽນ ແລະອົງການສາກົນ ຢ່າຍອມໃຫ້ມີການລັກພາຕົວໄປ ເກີດຂຶ້ນອີກ


ອົງການປະຊາສັງຄົມ ໃນອາຊຽນ ຈັດການລົນນະລົງເພື່ອລະນຶກເຖິງການຫາຍສາບສູນໄປຂອງທ່ານສົມບັດ ສົມພອນ ເມື່ອ 24 ປິກ່ອນ ຢູ່ໃນນະຄອນຫຼວງວຽງຈັນ.
ອົງການປະຊາສັງຄົມ ໃນອາຊຽນ ຈັດການລົນນະລົງເພື່ອລະນຶກເຖິງການຫາຍສາບສູນໄປຂອງທ່ານສົມບັດ ສົມພອນ ເມື່ອ 24 ປິກ່ອນ ຢູ່ໃນນະຄອນຫຼວງວຽງຈັນ.

ພັນລະຍາຂອງທ່ານສົມບັດ ສົມພອນ ຮຽກຮ້ອງໃຫ້ພາກປະຊາສັງຄົມໃນອາຊຽນ ຢ່າຍອມໃຫ້ມີການລັກພາຕົວໃຫ້ຫາຍສາບສູນ ໃນຂະນະທີ່ທາງການລາວ ຍັງບໍ່ມີຄວາມຄືບໜ້າໃນການສືບສວນແຕ່ຢ່າງໃດ.

ທ່ານນາງ ອຶ່ງ ສຸຍ ເມັງ ພັນລະຍາຊາວສິງກະໂປ ຂອງທ່ານສົມບັດ ສົມພອນ ນັກພັດທະນາທາງສັງຄົມໃນລາວ ທີ່ໄດ້ຮັບລາງວັນ ແມັກໄຊໄຊ (Magsaysay) ໃນຖານະນັກພັດທະນາສັງຄົມທີ່ດີເດັ່ນຂອງອາຊຽນໃນປີ 2005 ນັ້ນ ຢືນຢັນວ່າ ທ່ານນາງຍັງຄົງທວງຖາມທາງການລາວ ກ່ຽວກັບສາເຫດທີ່ມີການລັກພາຕົວ ທ່ານສົມບັດ ຜູ້ເປັນສາມີຂອງທ່ານນາງ ຮວມທັງໄດ້ທວງຖາມເຖິງຄວາມຄືບໜ້າໃນການສືບສວນສອບສວນ ເພື່ອຕິດຕາມຫາທ່ານສົມບັດ ໃນຕະຫຼອດໄລຍະ 8 ປີທີ່ຜ່ານມາ ແຕ່ກໍຍັງບໍ່ທັນຄຳຕອບຈາກທາງການລາວ ແຕ່ຢ່າງໃດເລີຍ ຈົນເຖິງປັດຈຸບັນນີ້ ຈຶ່ງເຮັດໃຫ້ທ່ານນາງ ໄດ້ສະແດງການຮຽກຮ້ອງຕໍ່ພາກປະຊາສັງຄົມໃນອາຊຽນ ຈົ່ງໄດ້ຮ່ວມກັນກົດດັນຕໍ່ທາງການລາວ ແລະຮ່ວມກັນເສີມສ້າງຄວາມເຂັ້ມແຂງຂອງພາກປະຊາສັງຄົມເພື່ອບໍ່ຍອມໃຫ້ເກີດການລັກພາຕົວ ຫຼືການຫາຍສາບສູນຄືກໍລະນີສາມີຂອງນາງ ເກີດຂຶ້ນອີກໃນອາຊຽນ ດັ່ງທີ່ທ່ານນາງອຶ່ງ ສຸຍ ເມັງ ໄດ້ໃຫ້ການຢືນຢັນວ່າ:

“ແລະຂ້າພະເຈົ້າຂໍຮອງຮ້ອງໄປຍັງ ອົງການທີ່ບໍ່ຂຶ້ນກັບລັດຖະບານແລະອົງການສາກົນ ກ່ຽວກັບເລື້ອງນີ້ ເພື່ອບໍ່ໃຫ້ເລື້ອງຂອງສົມບັດ ສົມພອນ ຫລົງລືມໄປ ເຖິງແມ່ນວ່າຂ້າພະເຈົ້າບໍ່ໄດ້ຮັບຄຳຕອບກໍຕາມ ແຕ່ຂ້າພະເຈົ້າເຊື່ອວ່າ ຄວາມເຫັນທັງຫຼາຍຂອງອົງການສາກົນ ແລະອົງການສິດທິມະນຸດ ທີ່ໄດ້ສົ່ງອອກໄປ ແມ່ນໄດ້ຖືກຮັບຟັງ ບາງທີລັດຖະບານລາວ ຫວັງວ່າ ຊື່ຂອງສົມບັດ ກໍຈະມິດໄປ ໂດຍການມິດງຽບຢູ່ ໂດຍການປ່ອຍໃຫ້ກຳແພງກີດກັ້ນເລື້ອງນີ້ ທີ່ວ່າປະຊາຊົນຈະເບື່ອໜ່າຍແລ້ວຢຸດເຊົາຖາມ ຂ້າພະເຈົ້າເຊື່ອວ່າ ພວກເຮົາບໍ່ສາມາດຢຸດເຊົາໄດ້ ຂ້າພະເຈົ້າເຊື່ອວ່າ ໃນທີ່ສຸດພວກເຮົາກໍຈະຫາຄວາມຈິງໄດ້.”

ໂດຍໃນໂອກາດຄົບຮອບ 8 ປີທີ່ທ່ານສົມບັດ ຖືກລັກພາຕົວໄປຈາກປ້ອມຕຳຫຼວດແຫ່ງນຶ່ງໃນນະຄອນວຽງຈັນ ທ່ານນາງ ອຶ່ງ ສຸຍ ເມັງ ຍັງສືບຕໍ່ການຂຽນຈົດໝາຍເພື່ອເຜີຍແຜ່ທາງເວັບໄຊ ແລະເຟສບຸກ ເພື່ອລະນຶກເຖິງທ່ານສົມບັດ ທັງຍັງໄດ້ບັນລະຍາຍເຖິງຄວາມທຸກໃຈ ແລະຄວາມຫວັງທີ່ທ່ານນາງຢາກຈະໄດ້ຕົວທ່ານສົມບັດ ກັບຄືນມາຢ່າງປອດໄພ ຊຶ່ງກໍເຊັ່ນດຽວກັນກັບບັນດາຜູ້ຕ່າງໜ້າຂອງອົງການສາກົນແລະອົງການບໍ່ຂຶ້ນກັບລັດຖະບານຈຳນວນນຶ່ງ ທີ່ຈະຮ່ວມກັນຈັດພິທີລະນຶກເຖິງທ່ານສົມບັດ ໃນໂອກາດຄົບຮອບ 24 ປີ ຂອງການຕັ້ງສູນຝຶກອົບຮົມເພື່ອເສີມສ້າງການມີສ່ວນຮ່ວມໃນການພັດທະນາໃນລາວ (PADETC) ທີ່ທ່ານສົມບັດ ໄດ້ກໍ່ຕັ້ງຂຶ້ນນັບຕັ້ງແຕ່ປີ 1996 ເປັນຕົ້ນມາ ແລະສຳລັບໃນວັນທີ 15 ທັນວາ 2020 ກໍຈະມີການຈັດງານລະນຶກເຖິງ ທ່ານສົມບັດ ຢູ່ທີ່ວັດປ່ານາຄູນນ້ອຍ ນະຄອນວຽງຈັນ.

ສ່ວນວັນທີ 14-15 ທັນວາ 2020 ບັນດານັກເຄື່ອນໄຫວເພື່ອປົກປ້ອງສິດທິມະນຸດສາກົນຈາກທົ່ວອາຊຽນ ກໍຈະຮ່ວມກັນຈັດເວທີເສວະນາກ່ຽວກັບຊີວິດ ຜົນງານ ແນວຄິດ ອຸດົມການ ແລະວິທີການປະຕິບັດງານຂອງທ່ານສົມບັດ ເພື່ອເຜີຍແຜ່ອອກສູ່ການຮຽນຮູ້ຂອງເຍົາວະຊົນ ແລະສາທາລະນະຊົນໃນວົງກວ້າງຕໍ່ໄປ ຢ່ງບໍ່ຢຸດຢັ້ງອັນຖືເປັນກິດຈະກຳນຶ່ງເພື່ອທວງຖາມຄວາມຍຸຕິທຳໃຫ້ກັບ ທ່ານສົມບັດ ຊຶ່ງຈະຈັດຂຶ້ນຢູ່ທີ່ສະໂມສອນນັກຂ່າວຕ່າງປະເທດທີ່ບາງກອກ ປະເທດໄທ ໂດຍເຂົ້າຮ່ວມການເສວະນາຄັ້ງນີ້ ກໍຈະມີທັງຜູ້ຕ່າງໜ້າຂອງຄະນະກຳມາທິການສິດທິມະນຸດຊົນອາຊຽນ ສະມາຊິກໃນລັດສະພາອາຊຽນ ຮວມເຖິງນັກເຄື່ອນໄຫວເພື່ອປົກປ້ອງສິດທິມະນຸດຊົນໃນອາຊຽນ ຊຶ່ງຈະມີຖະແຫລງການຮ່ວມກັນເພື່ອຮຽກຮ້ອງໃຫ້ລັດຖະບານຂອງທຸກປະເທດໃນອາຊຽນ ຈົ່ງໄດ້ຮ່ວມກັນກົດດັນຕໍ່ລັດຖະບານລາວດ້ວຍ.

ທັງນີ້ ໂດຍທ່ານນາງເປຣມລຶດີ ດາວເຮືອງ ຜູ້ປະສານງານໃນການຈັດງານໃນຄັ້ງນີ້ ໄດ້ໃຫ້ການອະທິບາຍວ່າ ກໍລະນີການຫາຍຕົວໄປຂອງທ່ານສົມບັດ ບໍ່ແມ່ນບັນຫາພຽງໃນລາເທົ່ານັ້ນ ຫາກແຕ່ວ່າ ເປັນບັນຫາທີ່ລັດຖະບານໃນອາຊຽນຈະຕ້ອງໃຫ້ການຄຸ້ມຄອງສະຫວັດດີພາບຂອງພົນລະເມືອງອາຊຽນຢ່າງແທ້ຈິງ.

ກ່ອນໜ້ານີ້ ກົມໃຫຍ່ຕຳຫຼວດໃນສັງກັດກະຊວງປ້ອງກັນຄວາມສະຫງົບພາຍໃນລາວ ຢືນຢັນວ່າ ໄດ້ມີການສືບສວນສອບສວນເພື່ອຄົ້ນຫາຄວາມຈິງກ່ຽວກັບກໍລະນີຂອງທ່ານສົມບັດ ຢູ່ເລື້ອຍມາ ແຕ່ວ່າກໍຍັງບໍ່ມີຄວາມຄືບໜ້າຢ່າງໃດເລີຍ ດັ່ງທີ່ເຈົ້າໜ້າທີ່ຕຳຫຼວດລາວ ໄດ້ຖະແຫລງຢືນຢັນວ່າ:

“ຕໍາຫຼວດສາກົນລາວ ໄດ້ເຮັດໜັງສືແຈ້ງເຖິງບັນດາປະເທດສະມາຊິກຕໍາຫຼວດສາກົນແລະອາຊຽນ ຊ່ວຍຊອກຫາຂໍ້ມູນແລະໂຕທ້າວສົມບັດ ສົມພອນ ວັນທີ 24 ເດືອນເມສາ 2013 ໄດ້ເຊີນນາງ ອຶ່ງ ສຸຍ ເມັງ ຜູ້ມາແຈ້ງຄວາມການຫາຍໂຕຂອງທ້າວສົມບັດ ມາຊາບຜົນການສືບສວນສອບສວນຜ່ານມາ ແລະສືບຕໍ່ພ້ອມກັນເກັບກຳຂໍ້ມູນຕື່ມອີກ ມາຮອດປັດຈຸບັນ ຍັງບໍ່ພົບເຫັນໂຕຜູ້ກ່ຽວເທື່ອ.”

ທັງນີ້ ໂດຍທາງການຕຳຫຼວດລາວ ໄດ້ຖະແຫລງຂ່າວຄັ້ງສຸດທ້າຍກັບກໍລະນີຂອງທ່ານສົມບັດ ເມື່ອກາງປີ 2013 ແລະຫລັງຈາກນັ້ນ ກໍບໍ່ໄດ້ມີການຖະແຫລງກ່ຽວກັບຄວາມຄືບໜ້າຂອງການສືບສວນໃນກໍລະນີການຫາຍຕົວໄປຂອງທ່ານສົມບັດ ອີກເລີຍ.

XS
SM
MD
LG