ພັນລະຍາຂອງທ່ານ ສົມບັດ ສົມພອນ ຮຽກຮ້ອງໃຫ້ພາກປະຊາສັງຄົມໃນ ອາຊຽນ ຢ່າຍອມໃຫ້ມີການລັກພາຕົວໃຫ້ຫາຍສາບສູນ ໃນຂະນະທີ່ລັດຖະບານ ລາວ ຍັງບໍ່ສາມາດໃຫ້ສັດຕະຍາບັນ ເພື່ອສະກັດກັ້ນການພັກພາຕົວດັ່ງກ່າວ.
ທ່ານນາງ ອຶນ ຊຸ້ຍ ເໝິງ ພັນລະຍາຊາວ ສິງກະໂປ ຂອງທ່ານ ສົມບັດ ສົມພອນ ນັກພັດທະນາສັງຄົມໃນ ລາວ ທີ່ໄດ້ຮັບລາງວັນ ແມັກໄຊໄຊ ໃນຖານະນັກພັດທະນາສັງຄົມທີ່ດີເດັ່ນຂອງ ອາຊຽນ ໃນປີ 2005 ນັ້ນຢືນຢັນວ່າ ທ່ານນາງຍັງຄົງທວງຖາມທາງການ ລາວ ກ່ຽວກັບ ສາເຫດທີ່ມີການລັກພາຕົວທ່ານ ສົມບັດ ຜູ້ເປັນສາມີຂອງທ່ານນາງ ລວມທັງຍັງໄດ້ທວງຖາມເຖິງຄວາມຄືບໜ້າໃນການສືບສວນສອບສວນ ເພື່ອຕິດຕາມຫາທ່ານ ສົມບັດ ໃນຕະຫຼອດໄລຍະ 7 ປີທີ່ຜ່ານມາ ແຕ່ກໍຍັງບໍ່ໄດ້ຮັບຄຳຕອບຈາກທາງການ ລາວ ແຕ່ຢ່າງໃດເລີຍ ຈົນເຖິງປັດຈຸບັນນີ້ ຈຶ່ງເຮັດໃຫ້ທ່ານນາງໄດ້ສະແດງການຮຽກຮ້ອງຕໍ່ພາກປະຊາສັງຄົມໃນ ອາຊຽນ ຈົ່ງໄດ້ຮ່ວມກັນກົດດັນຕໍ່ທາງການ ລາວ ແລະ ຮ່ວມກັນເສີມສ້າງຄວາມແຂັ້ມແຂງຂອງພາກປະຊາສັງຄົມ ເພື່ອບໍ່ຍອມໃຫ້ເກີດການລັກພາຕົວ ຫຼື ການຫາຍສາບສູນຄືກໍລະນີຂອງນາງເກີດຂຶ້ນອີກໃນ ອາຊຽນ ດັ່ງທີ່ທ່ານນາງ ອຶນ ຊຸ້ຍ ເໝິງ ໄດ້ໃຫ້ການຢືນຢັນວ່າ
ໂດຍໃນໂອກາດຄົບຮອບ 7 ປີທີ່ທ່ານ ສົມບັດ ຖືກລັກພາຕົວໄປຈາກປ້ອມຕຳຫຼວດແຫ່ງນຶ່ງໃນນະຄອນຫຼວງ ວຽງຈັນ ທ່ານນາງ ຊຸຍ ເມັງ ຍັງສືບຕໍ່ການຂຽນຈົດໝາຍເພື່ອເຜີຍແຜ່ທາງເວັບໄຊ້ ແລະ ເຟສບຸກ ເພື່ອລະນຶກເຖິງທ່ານ ສົມບັດ ທັງຍັງໄດ້ບັນລະຍາຍເຖິງຄວາມທຸກໃຈ ແລະ ຄວາມຫວັງທີ່ທ່ານນາງຢາກຈະໄດ້ຕົວທ່ານ ສົມບັດ ກັບຄືນມາຢ່າງປອດໄພຊຶ່ງກໍເຊັ່ນດຽວກັນກັບບັນດາຜູ້ຕາງໜ້າຂອງອົງການສາກົນ ແລະ ອົງການບໍ່ຂຶ້ນກັບລັດຖະບານຈຳນວນນຶ່ງທີ່ໄດ້ຮ່ວມກັນຈັດພິທີລະນຶກເຖິງທ່ານ ສົມບັດ ໃນໂອກາດຄົບຮອບ 23 ປີຂອງການສ້າງຕັ້ງສູນຝຶກອົບຮົມ ເພື່ອເສີມສ້າງການມີສ່ວນຮ່ວມໃນການພັດທະນາໃນ ລາວ ທີ່ທ່ານ ສົມບັດ ໄດ້ກໍ່ຕັ້ງຂຶ້ນນັບຕັ້ງແຕ່ປີ 1996 ເປັນຕົ້ນມາ ແລະ ສຳລັບໃນວັນທີ 15 ທັນວາ 2019 ກໍໄດ້ມີການຈັດງານລະນຶກເຖິງທ່ານ ສົມບັດ ຢູ່ທີ່ວັດປ່ານາຄູນນ້ອຍ ນະຄອນຫຼວງ ວຽງຈັນ.
ສ່ວນວັນທີ 14-15 ທັນວາ 2019 ບັນດານັກເຄື່ອນໄຫວເພື່ອປົກປ້ອງສິດທິມະນຸດສາກົນ ທົ່ວອາຊຽນ ກໍໄດ້ຮ່ວມກັນຈັດເວທີເສວະນາ ກ່ຽວກັບ ຊີວິດ, ຜົນງານ, ແນວຄິດ, ອຸດົມການ ແລະ ວິທີການປະຕິບັດງານຂອງທ່ານ ສົມບັດ ເພື່ອເຜີຍແຜ່ອອກສູ່ການຮຽນຮູ້ຂອງເຍົາວະຊົນ ແລະ ສາທາລະນະຊົນໃນວົງກວ້າງຕໍ່ໄປຢ່າງບໍ່ຢຸດຢັ້ງ ອັນຖືເປັນກິດຈະກຳເພື່ອທວງຖາມຄວາມຍຸຕິທຳໃຫ້ກັບທ່ານ ສົມບັດ ຊຶ່ງໄດ້ຈັດຂຶ້ນຢູ່ທີ່ສະໂມສອນນັກຂ່າວຕ່າງປະເທດໃນ ບາງກອກ ປະເທດ ໄທ ໂດຍເຂົ້າຮ່ວມການເສວະນາໃນຄັ້ງນີ້ກໍມີທັງຜູ້ຕາງໜ້າຂອງຄະນະກຳມາທິການ ສິດທິມະນຸດ ອາຊຽນ, ສະມາຊິກລັດຖະສະພາຂອງ ມາເລເຊຍ ແລະ ນັກເຄື່ອນໄຫວເພື່ອປົກປ້ອງສິດທິມະນຸດໃນ ອາຊຽນ ໂດຍໄດ້ຖະແຫຼງການຮ່ວມກັນເພື່ອຮຽກຮ້ອງໃຫ້ລັດຖະບານຂອງທຸກປະເທດໃນ ອາຊຽນ ຈົ່ງໄດ້ຮ່ວມກັນກົດດັນລັດຖະບານ ລາວ.
ທັງນີ້ທ່ານນາງ ເປຣມລຶດີ ດາວເຣືອງ ຜູ້ປະສານງານໃນການຈັດງານໃນຄັ້ງນີ້ໄດ້ໃຫ້ການອະທິບາຍວ່າ ກໍລະນີການຫາຍຕົວໄປຂອງທ່ານ ສົມບັດ ບໍ່ແມ່ນບັນຫາພຽງໃນ ລາວ ເທົ່ານັ້ນ ຫາກແຕ່ວ່າເປັນບັນຫາທີ່ລັດຖະບານໃນ ອາຊຽນ ຈະຕ້ອງໃຫ້ການຄຸ້ມຄອງສະຫວັດດີພາບຂອງພົນລະເຮືອງອາຊຽນຢ່າງແທ້ຈິງ ດ້ວຍການໃຫ້ສັດຕະຍາບັນເພື່ອຮັບຮອງປະຈິນຍາສາກົນວ່າດ້ວຍການປ້ອງກັນການບັງຄັບໃຫ້ສູນຫາຍ ຊຶ່ງທາງການ ລາວ ຍັງບໍ່ທັນໄດ້ໃຫ້ສັດຕະຍາບັນແຕ່ຢ່າງໃດ.
ກ່ອນໜ້ານີ້ ກົມໃຫຍ່ຕຳຫຼວດໃນສັງກັດກະຊວງປ້ອງກັນຄວາມສະຫງົບໃນ ລາວ ຢືນຢັນວ່າ ໄດ້ມີການສືບສວນສອບສວນ ເພື່ອຄົ້ນຫາຄວາມຈິງ ກ່ຽວກັບ ກໍລະນີຂອງທ່ານ ສົມບັດ ຢູ່ເລື້ອຍມາ ດັ່ງທີ່ເຈົ້າໜ້າທີ່ຕຳຫຼວດ ລາວ ໄດ້ຖະແຫຼງຢືນຢັນວ່າ
"ຕຳຫຼວດສາກົນ ລາວ ໄດ້ເຮັດໜັງສືແຈ້ງເຖິງບັນດາປະເທດສະມາຊິກຕຳຫຼວດສາກົນ ແລະ ອາຊຽນ ຊ່ວຍຊອກຫາຂໍ້ມູນ ແລະ ຕົວທ້າວ ສົມບັດ ສົມພອນ ວັນທີ 24 ເດືອນ 4 2013 ໄດ້ເຊີນນາງ ອຶນ ຊຸຍ ເມັງ ຜູ້ມາແຈ້ງຄວາມການຫາຍຕົວຂອງທ້າວ ສົມບັດ ມາຊາບຜົນການສືບສວນສອບສວນຜ່ານມາ ແລະ ສືບຕໍ່ພ້ອມກັນເກັບກຳຂໍ້ມູນຕື່ມອີກ ມາຮອດປັດຈຸບັນຍັງບໍ່ພົບເຫັນຕົວຜູ້ກ່ຽວເທື່ອ."
ທັງນີ້ໂດຍທາງການຕຳຫຼວດ ລາວ ໄດ້ຖະແຫຼງຂ່າວຄັ້ງສຸດທ້າຍ ກ່ຽວກັບ ກໍລະນີຂອງທ່ານ ສົມບັດ ເມື່ອກາງປີ 2013 ແລະ ຫຼັງຈາກນັ້ນກໍບໍ່ມີການຖະແຫຼງຂ່າວກ່ຽວກັບກໍລະນີດັ່ງກ່າວນີອີກເລີຍ.