ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັນ​ລະ​ຍາ ທ. ​ສົມ​ບັດ ສົມ​ພອນ ຮຽກ​ຮ້ອງ​ຕໍ່ ປະ​ຊາ​ຄົມ​ອາ​ຊຽນ ບໍ່​ໃຫ້ການ​ຫາຍ​ສາບ​ສູນ ຂອງ ທ. ສົມບັດ ຈາງຫາຍໄປ


ທ່ານ ​ສ​ົມ​ບັດ ສົມ​ພ​ອນ ນັກ​ພັດ​ທະ​ນາ​ສັງ​ຄົມ ຫາຍ​ສາບ​ສູນ ຢູ່​ໃນ​ນະ​ຄອນ​ຫຼວງວຽງ​ຈັນ ເມື່ອ​ວັນ​ທີ 12 ທັນ​ວາ ປີ 2015 ຈົນ​ເຖິງ​ເທົ້າ​ປັດ​ຈຸ​ບັນນີ້.
ທ່ານ ​ສ​ົມ​ບັດ ສົມ​ພ​ອນ ນັກ​ພັດ​ທະ​ນາ​ສັງ​ຄົມ ຫາຍ​ສາບ​ສູນ ຢູ່​ໃນ​ນະ​ຄອນ​ຫຼວງວຽງ​ຈັນ ເມື່ອ​ວັນ​ທີ 12 ທັນ​ວາ ປີ 2015 ຈົນ​ເຖິງ​ເທົ້າ​ປັດ​ຈຸ​ບັນນີ້.

ພັນ​ລະ​ຍາ​ທ່ານ​ສົມ​ບັດ ສົມ​ພອນ ຮຽກ​ຮ້ອງ​ໃຫ້ພາກ​ປະ​ຊາ​ສັງ​ຄົມ​ໃນ​ອາ​ຊຽນ ຢ່າ​ຍອມ​
ໃຫ້​ມີ​ການ​ລັກ​ພາ​ໂຕ ຫຼື​ການ​ຫາຍ​ສາບ​ສູນ ​ຄື​ກໍລະນີ​ສາ​ມີຂອງ​ທ່ານ​ນາງ ​ເກີດ​ຂຶ້ນ​ໄດ້​ອີກ
​ໃນທຸ​ກ​ປະ​ເທດ ​ໃນ​ອາ​ຊຽນ ຊຶ່ງ​ຊົງ​ລິດ ໂພ​ນ​ເງິນ ນັກ​ຂ່​າວ ວີ​ໂອ​ເອ ມີ​ລາຍ​ງານ​ ຈາກ​ບາງ
ກອກ ມາ​ສະ​ເໜີ​ທ່ານ.


ທ່ານ​ນາງ​ອຶງ ຊຸຍ ເໝັງ ພັນ​ລະ​ຍາ​ຊາວ​ສິງ​ກະ​ໂປ​ ຂອງ​ທ່ານ​ສົມ​ບັດ​ ສົມ​ພອນ ນັກ​ພັດ
​ທະ​ນາ​ທາງ​ສັງ​ຄົມໃນ​ລາວ ທີ່​ໄດ້​ຮັບ​ລ​າງວັນມາກ​ໄຊ​ໄຊ ໃນ​ຖາ​ນະນັກ​ພັດ​ທະ​ນາ​ສັງ​ຄົມ
​ທີ່​ດີ​ເດັ່ນ​ຂອງ​ອາ​ຊຽນ ​ໃນ​ປີ 2005 ນັ້ນ ຢືນ​ຢັນ​ວ່າ ທ່ານ​ນາງ​ຍັງຄົງ​ທວງ​ຖ​າມ​ທາງ​ການ
​ລາວ ກ່ຽວ​ກັບ​ສາ​ເຫດ ​ທີ່​ມີ​ການ​ລັກ​ພາ​ໂຕ ທ່ານ​ສົມ​ບັດ ຜູ້​ເປັນ​ສາ​ມີ​ຂອງ​ທ່ານ​ນາງ
ຮວມ​ທັງ​ໄດ້​ທວງຖາມ​ເຖິງ​ຄວາມຄືບ​ໜ້າ ໃນ​ການ​ສືບ​ສວນ​ສອບ​ສວນ​ເພື່ອ​ຕິ​ດ​ຕາມ​ຫາ
ທ່ານ​ສົມ​ບັດ ໃນຕະ​ຫຼອດ​ໄລ​ຍະ 6 ປີ ​ທີ່ຜ່ານ​ມາ ແຕ່​ກໍ​ຍັງ​ບໍ່​ໄດ້​ຮັບ​ຄຳ​ຕອບ​ຈາກ​ທາງ
​ການ​ລາວແຕ່​ຢ່າງ​ໃດ​ເລີຍ ​ຈົນ​ເຖິງ​ປັດ​ຈຸ​ບັນ​ນີ້ ຈຶ່ງ​ເຮັດ​ໃຫ້​ທ່ານ​ນາງ ​ໄດ້​ສະ​ແດງ​ການ​
ຮຽກ​ຮ້ອງ​ຕໍ່​ພາກປະ​ຊາ​ສັງ​ຄົມໃນ​ອາ​ຊ​ຽນ ຈົ່ງ​ໄດ້​ຮ່ວມ​ກັນ​ກົດ​ດັນ​ຕໍ່ທາງ​ການ​ລາວ
ແລະ​ຮ່ວ​ມ​ກັນເສີມ​ສ້າງ​ຄວາມ​ເຂັ້ມ​ແຂງ ​ຂອງ​ພ​າກ​ປະ​ຊາສັງຄົມ ​ເພື່ອ​ບໍ່​ຍອມ​ໃຫ້​ເກີດ
​ການ​ລັກ​ພາ​ໂຕ ຫຼື​ການ​ຫາຍ​ສາບ​ສູນ ຄື​ກໍ​ລະ​ນີ​ສາ​ມີ​ຂອງ​ທ່ານ​ນາງ​ເກີດ​ຂຶ້ນ​ອີກ ​ໃນ​
ອາ​ຊຽນ ດັ່ງ​ທີ່​ທ່ານ​ນາງ​ອຶງ ຊຸ​ຍ ເໝັງ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ:

"ດຽວນີ້ ສົມບັດ ຍັງຫາຍສາບສູນຢູ່ ຂ້າພະເຈົ້າບໍ່ມີທາງເລືອກ ຂ້າພະເຈົ້າຈະຢູ່ຢ່າງ
ມິດງຽບບໍ່ໄດ້ ຂ້າພະເຈົ້າ ບໍ່ສາາມາດປ້ອຍໃຫ້ວຽກງານທີ່ສົມບັດ ໄດ້ທຸ້ມເທຊີວິດ
ແລະຄວາມຝັນຂອງລາວ ເພື່ອສ້າງສັງຄົມຢູ່ໃນລາວ ແລະເພື່ອຄົນລາວນັ້ນ ຫາຍ
ສາບສານໄປຄືດັ່ງກັບທ່ານ. ໂລກສາມາດທີ່ຈະອະນຸຍາດ ໃຫ້ສົມບັນ ສົມພອນ ຫາຍສາບສູນໄປບໍ່ ພວກເຮົາສາມາດອະນຸຍາດໃຫ້ການກຳທຳແບບນີ້ ປາດສະຈາກການລົງໂທດ ມີຢູ່ຕໍ່ໄປໄດ້ບໍ່"

ໂດຍ​ໃນ​ໂອ​ກາດ​ຄົບ​ຮອບ 6 ປີ ທີ່​ທ່ານ​ສົມ​ບັດ ​ສົມ​ພອນ ຖືກ​ລັກ​ພາ​ໂຕ​ໄປ​ຈາກ​
ປ້ອ​ມ​ຕຳ​ຫຼວດ​ແຫ່ງ​ນຶ່ງ​ໃນ​ນະ​ຄອນ​ວຽງ​ຈັນ ທ່ານ​ນາງ​ອຶງ ຊຸຍ ເໝັງ ຍັງ​ສືບ​ຕໍ່​ ການ​
ຂຽນ​ຈົດ​ໝາຍ​ເພື່ອ​ເຜີຍ​ແຜ່​ທາງ website ແລະ Facebook ເພື່ອ​ລະ​ນຶກ​ເຖິງ​
ທ່ານ​ສົມ​ບັດ ​ທັງ​ຍັງ​ໄດ້​ບັນ​ລະ​ຍາຍເຖິງ​ ຄວາມ​ທຸກ​ໃຈ ແລະ​ຄວາມ​ຫວັງ​ ທີ່​ທ່າ​ນ​
ນາງ​ຢາກ​ຈະໄດ້​ໂຕ ທ່ານ​ສົມ​ບັດ ​ກັນຄືນ​ມາ​ຢ່າງ​ປອດ​ໄພ.

ຊຶ່ງ​ກໍ​ເຊັ່ນ​ດຽວ​ກັນ​ກັບ​ບັນ​ດາ​ຜູ້​ຕາງ​ໜ້າ​ຂອງ​ອົງ​ການ​ສາ​ກົນ ແລະ​ອົງ​ການ​ບໍ່​ຂຶ້ນ​ກັບ
​ລັດ​ຖະ​ບານ​ຈຳ​ນວນ​ນຶ່ງ ທີ່​ໄດ້​ຮ່ວມ​ກັນ​ຈັດ​ພິ​ທີ​ລະ​ນຶກ​ເຖິງ​ ທ່ານ​ສົມ​ບັດ ໃນ​ໂອ​ກາດ
​ຄົບ​ຮອບ 22 ປີ​ ຂອງ​ການ​ສ້າງ​ຕັ້​ງ​ສູນ​ເຝິກ​ອົບ​ຮົມ ເພື່ອ​ເສີມ​ສ້າງ​ການ​ມີ​ສ່ວນ​ຮ່ວມ​
ໃນ​ການ​ພັດ​ທະ​ນາ​ໃນ​ລາວ (PADETC) ທີ່​ທ່າ​ນ​ສົມ​ບັດ ໄດ້​ກໍ່​ຕັ້ງ​ຂຶ້ນ​ນັບ​ຕັ້ງ​ແຕ່​ປີ
1996 ເປັນ​ຕົ້ນ​ມາ​ອີກ​ດ້ວຍ.

ສ່ວນ​ໃນ​ວັນ​ທີ 12 ທັນ​ວາ 2018 ບັນ​ດາ​ນັກ​ເຄື່ອນ​ໄຫວ​ເພື່ອ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ
ຊະຍະຊົນສາ​ກົນ​ທົ່ວ​ອາ​ຊຽນ ກໍ​ໄດ້​ຮ່ວມ​ກັນ​ຈັດ​ເວ​ທີເ​ສວະນາ ​ກ່ຽວ​ກັບ​ຊີ​ວິດຜົນ​ງ​ານ
ແນວ​ຄິດ ​ອຸ​ດົມ​ການ ແລະ​ຊີ​ວິດ​ການ​ປະ​ຕິ​ບັດ​ງານ ຂອງ​ທ່ານ​ສົມ​ບັດ ເພື່ອ​ເຜີຍ​ແຜ່​
ອອກ​ສູ່​ການ​ຮຽ​ນຮູ້​ຂອງ​ເຍົາ​ວະ​ຊົນ ແລະ​ສາ​ທາ​ລະ​ນະ​ຊົນ​ ໃນ​ວົງ​ກວ້າງ​ຕໍ່​ໄປ​ ຢ່າງ​
ບໍ່​ຢຸດ​ຢັ້ງ ​ທີ່​ຖື​ເປັນ​ກິດຈະ​ກຳ​ນຶ່ງ ​ເພື່ອ​ທວງ​ຖາມ​ຄວາມ​ຍຸ​ຕິ​ທຳ​ໃຫ້​ກັ​ບ ​ທ່ານ​ສົມ​ບັດ
ທີ່​ຈັດ​ຂຶ້ນ ​ຢູ່​ທີ່​ບາງກອກ​ ປະ​ເທດ​ໄທ​ ໂດຍ​ເຂົ້າຮ່ວມການ​ເສວະ​ນາ​ ໃນ​ຄັ້ງ​ນີ້ ​ປະ​ກອບ
​ດ້ວຍ ທ່າ​ນ​ນາງ​ ອຶງ ຊຸຍເໝັງ ທ່າ​ນ ແອດ​ມັນ ບອນ ຜູ້​ຕາງ​ໜ້າ​ຂອງ​ລັດ​ຖະ​ບານ​
ມາ​ເລ​ເຊຍ​ ໃນ​ຄະ​ນະກຳ​ມາ​ທິການ ສິດ​ທິ​ມະ​ນຸດ​ຊະຍະຊົນ​ອາ​ຊຽນ ທ່ານ​ ຊາ​ສ​ຈ໌
ແຊນ​ຕີ​ອາ​ໂກ ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ ມາເລ​ເຊຍ ແລະ​ທ່ານ​ນາງ ​ເປ​ຣ​ມ​ລື​ດີ
ດາວ​ເຣືອງ ນັກ​ເຄື່ອນ​ໄຫວ​ເພື່ອ​ປົກ​ປ້ອງ​ສິດ​ທິ​ມະນຸດຊະຍະ​ຊົນ​ ໃນ​ອາ​ຊ​ຽນ ໂດຍ​
ໄດ້​ຖະ​ແຫຼງ​ການ​ຮ່ວມ​ກັນ​ ເພື່ອ​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ຂອງ​ທຸກ​ປະ​ເທດ​ ໃນ​ອາ​ຊຽນ
​ຈົ່ງ​ໄດ້​ຮ່ວມ​ກັນ​ກົດ​ດັນ​ລັດ​ຖະ​ບານ​ລາວ ເພື່ອ​ໃຫ້​ດຳ​ເນີນ​ມາດ​ຕະ​ການ​ຢ່າງ​ຈິງ​ຈັງ ​
ເຂົ້າ​ໃນ​ການ​ສືບ​ສວນ​ຫາ​ຄວາມ​ຈິງ ແລະ​ຕິດ​ຕາ​ມ​ຫາ ທ່ານ​ສົມ​ບັດທີ່​ຖືກ​ລັກ​ພາ​ໂຕ​ໄປ
​ຈາກ​ດ່ານ​ຕຳ​ຫຼວດ​ແຫ່ງ​ນຶ່ງ​ ໃນ​ນະ​ຄອນ​ຫຼວງ​ວຽງ​ຈັນ ນັບ​ແຕ່​ຕອນແລງ​ວັນ​ທີ 15 ທັນ​ວ່າ
2012 ເປັນ​ຕົ້ນ​ມາ​ ຈົນ​ເຖິງ​ປັດ​ຈຸ​ບັນ​ນີ້.

ທັງ​ນີ້​ໂດຍ​ທ່ານ​ນາງ​ເປ​ຣມລື​ດີ ດາວ​ເຣືອງ ໄດ້​ໃຫ້​ການ​ອະ​ທິ​ບາຍ​ວ່າ ​ກໍ​ລະ​ນີການ​ຫາຍ
​ໂຕ​ໄປ​ ຂອງ​ທ່ານ​ສົມ​ບັດ ບໍ່​ແມ່ນ​ເລື່ອງ​ຂອງ​ລາວ​ປະ​ເທດ​ດຽວ ຫາກ​ແຕ່​ເປັນ​ເລື່ອງ​ຂອງ​
ຄວາມ​ຮັບ​ຜິດ​ຊອບ​ຮ່ວມ​ກັນ ທັງ​ຂອງ​ພາກ​ລັດ​ຖະ​ບານ ແລະ​ປະ​ຊາ​ຊົນ​ໃນ​ທົ່ວ​ອາ​ຊຽນ
​ທີ່​ຈະ​ຕ້ອງ​ເຮັດ​ໃຫ້​ເກີດ​ຂຶ້ນ​ໃຫ້​ໄດ້​ ຢ່າງ​ເປັນ​ຮູບ​ປະ​ທຳ ເພາະ​ວ່າ​ອາ​ຊຽນໄດ້​ເປັນ​ປະ​ຊາ​
ຄົມ​ດຽວ​ກັນ​ແລ້ວ ​ໃນ​ປັດ​ຈຸ​ບັນ​ນີ້.

ກ່ອນ​ໜ້າ​ນີ້ ກົມ​ໃຫຍ່​ຕຳ​ຫຼວດ​ ໃນ​ສັງ​ກັດ​ກະ​ຊວງ​ປ້ອງ​ກັນ​ຄວາ​ມ​ສະ​ຫງົບ​ພາຍ​ໃນ​ລາວ
​ໃຫ້​ການ​ຢືນ​ຢັນ​ກ່ຽວ​ກັບ​ກໍ​ລະ​ນີ​ການ​ຫາຍ​ໂຕ​ໄປ​ ຂອງ​ທ່ານ​ສົມ​ບັດ ວ່າ​ ທາງ​ການ​ຕຳ
​ຫຼວດ​ລາວ ​ໄດ້​ທຳ​ການ​ສືບ​ສວນ​ສອບ​ສວນ ເພື່ອ​ຄົ້ນ​ຫາ​ຄວາ​ມ​ຈິງ​ ກ່ຽວ​ກັບ​ກໍ​ລະ​ນີ​ດັ່ງ
​ກ່າວ​ຢູ່​ເລື້ອຍ​ມາ ຫາກ​ແຕ່​ວ່າ ກໍຍັງ​ບໍ່​ມີ​ຄວາມ​ຄືບ​ໜ້າ​ຢ່າ​ງ​ໃດ​ເລີຍ ທັງ​ນີ້​ໂດຍ​ທາງ​ການ​
ຕຳ​ຫຼວດລາວ ໄດ້​ຖະ​ແຫຼງ​ຂ່າວ​ຄັ້ງ​ສຸດ​ທ້າຍ ກ່ຽວ​ກັບກໍ​ລະ​ນີ​ຂອງ​ທ່ານ​ສົມ​ບັດ ເມື່ອ​
ກາງ​ປີ 2013 ແລະ​ຫຼັງ​ຈາ​ກ​ນັ້ນ​ເປັນ​ຕົ້ນ​ມາ ທາງ​ການ​ຕຳ​ຫຼວດ​ລາວ ກໍ​ບໍ່​ມີ​ການ​ຖະ​ແຫຼງ​
ຂ່າວ​ກ່ຽວ​ກັບກໍ​ລະ​ນີ​ການ​ຫາຍ​ໂຕ​ໄປ​ຂອງ ທ່ານ​ສົມ​ບັດ ອີກ​ເລີຍ ຈົນ​ເຖິງ​ປັດ​ຈຸ​ບັນນີ້.

XS
SM
MD
LG