ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໗ ມິຖຸນາ ໒໐໒໓

ພັນລະຍາ ນັກສຶກສາ ທີ່ຖືກຈັບ ຢູ່ ອີຣ່ານ ຂໍໃຫ້ ປ. ທຣໍາ ຊ່ວຍເຫຼືອ


ນາງຮົວ ຈູ ກ່າວຕໍ່ຝູງຊົນ ທີ່ເຂົ້າຮ່ວມ ຢູ່ມະຫາວິທະຍາໄລ ປຣິນສຕັນ.

ພັນ​ລະ​ຍາ​ຂອງ​ນັກ​ສຶກສາຈາກມະຫາວິທະຍາ​ໄລ​ປຣິນສ​ຕັນ ທ້າວຊິ​ຢູ ວັງ ທີ່ຖືກ ​ຕິ​ດຄຸກ
ຢູ່​ນະຄອນຫຼວງ​ເຕຫະຣ່ານ ​ໃນ​ຂໍ້ຫາສອດແນມ ​ໃນ​ຂະນະ​ທີ່​ທຳການ​ຄົ້ນ​ຄວ້າການຂຽນວິ
ທະຍານິພົນ ຢູ່ໃນ​ອີຣ່ານ ກຳລັງ​ຊອກ​ຫາ​ຊ່ອງທາງຂໍການ​ຊ່ວຍ​ເຫລືອ​ຈາກປະທານາທິບໍ
ດີີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ​ເພື່ອເຂົ້າແຊກແຊງໃນ​ກໍລະນີ​ສາມີ​ຂອງ​ນາງ ​ໂດຍ​ກ່າວ
​ວ່າ ທຳນຽບຂາວ​ແມ່ນຈຸດເພັ່ງເລັງໃນ “ຄວາມ​ຫວັງທັງ​ໝົດ​ຂອງ​ຂ້າພະ​ເຈົ້າ.”

ຢູ່ໃນ​ການ​ໃຫ້ສຳພາດຈາກ​ນະຄອນຫລວງ​ປັກ​ກິ່ງກັບ​ວີ​ໂອ​ເອພາກພາສາ​ຈີນກາງ ພັນ​ລະ
​ຍາ​ຂອງ​ທ້າວ​ວັງ ນາງ​ຮົວ ຈູ ກ່າວ​ວ່າ “ຂ້າພະ​ເຈົ້າ​ ໄດ້​ພະຍາຍາມ​ທຸກ​ໆ​ຢ່າງ​ເທົ່າ​ທີ່​ຜ່າ​ນ
ມາ ​ແຕ່​ວ່າ​ໃນ​ທີ່ສຸດແລ້ວ ທໍານຽບຂາວ ​ຕ້ອງ​ເຂົ້າ​ມາ​ກົດດັນໃຫ້​ອີຣ່ານປ່ອຍ​ໂຕ​ລາວ.”

ນາງຈູ ກ່າວ​ວ່າ “​ທີ່ຈິງແລ້ວ ຄວາມ​ຫວັງ​ທັງ​ໝົດ​ຂອງ​ຂ້າພະ​ເຈົ້າ ​ຢູ່​ທີ່​ທຳນຽບຂາວ ຢູ່​ໃນ​ລັດຖະບານ​ຂອງ​ທ່ານ​ທຣໍາ.”

ທ້າວ​ວັງ ຜູ່​ທີ່​ເກີດ​ຢູ່​ປະ​ເທດ​ຈີນ ແຕ່ເປັນ​ສັນຊາດ​ສະຫະລັດ ​ໄດ້​ເຂົ້າຮ່ວມ​ໃນ​ໂຄງການ​
ປະລິນຍາ​ເອກ ຢູ່​ມະຫາວິທະຍາ​ໄລ​ປຣິນສ​ຕັນ. ເວັບ​ໄຊ​ແຫ່ງ​ນຶ່ງ ​ທີ່​ພົວພັນ​ກັບລະບົບ
ຕຸລາການຂອງອີຣ່ານກ່າວ​ວ່າ ທ້າວ​ວັງ “​ໄດ້​ເກັບ​ກໍາ​ເອົາ​ຂໍ້​ມູນ​ລັບ​ຢ່າງ​ຫຼວງຫລາຍ” ລະ
ຫວ່າງທີ່ລາວສຶກສາຄົ້ນຄວ້າຢູ່ໃນອີຣ່ານ.

ລາວໄດ້ຖືກກັກຂັງໃນເດືອນສິງຫາປີ 2016 ແລະໄດ້ຖືກຕັດສິນລົງໂທດໃນຖານ “ຮ່ວມ
ມືກັບລັດຖະບານຕ່າງປະເທດ” ແລະສົ່ງໄປເຂົ້າຄຸກ. ໄອຍະການອີຣ່ານ ໃຫ້ການຢືນຢັນ ໃນເດືອນກັນຍາວ່າ ການຂໍອຸທອນລາວໄດ້ຖືກປະຕິເສດ.

ປຣິນສຕັນ ນາງຈູແລະພວກເຈົ້າໜ້າທີ່ສະຫະລັດ ໄດ້ປະຕິເສດວ່າ ລາວໄດ້ມີສ່ວນພົວ
ພັນກັບກິດຈະການທີ່ບໍ່ຖືກຕ້ອງໃດໆແລະໂຄສົກກະຊວງການຕ່າງປະເທດສະຫະລັດ ໄດ້ຮ້ອງຂໍໃຫ້ປ່ອຍໂຕລາວຊໍ້າແລ້ວຊໍ້າອີກຮວມທັງໃນອາທິດນີ້.

ໂຄສົກກະຊວງຕ່າງປະເທດ ທ່ານນາງແຮ​ເຕີ ນາວເອີດທ໌ ກ່າວໃນວັນພຸດ ທີ່ຜ່ານມານີ້
ວ່າ “ພວກເຮົາຍັງສືບຕໍ່ຮ້ອງຂໍໃຫ້ປ່ອຍທ້າວວັງແລະພວກທີ່ຖືກກັກຂັງທີ່ບໍ່ເປັນທຳອື່ນໆ ໃນທັນທີ. ພວກເຮົາຂໍປະນາມຢ່າງແຮງ ທີ່ອີຣ່ານ ໄດ້ບັງຄັບໃຫ້ທ້າວວັງ ແລະພວກນັກ ໂທດຄົນອື່ນໆ ປາກົດໂຕຢູ່ໃນວີດີໂອ. ພວກເຮົາຂໍຮ້ອງໃຫ້ອີຣ່ານປ່ອຍລາວ ໃນທັນທີ.”

ທ່ານນາງນາວເອີດທ໌ ກ່າວວ່າ “ມະຫາວິທະຍາໄລ ພຣິນສເຕີນ ໄດ້ຢືນຢັນ ຕໍ່ພວກເຮົາ
ວ່າ ທ້າວວັງ ເປັນນັກສຶກສາປະລິນຍາໂທ ຜູ້ທີ່ປະຕິບັດງານຄົ້ນຄວ້າ ທີ່ຖືກຕ້ອງຢູ່ໃນອີ
ຣ່ານ. ລາວບໍ່ໄດ້ພົວພັນກັບລັດຖະບານສະຫະລັດ ແລະບໍ່ເຄີຍໄດ້ສົ່ງຂໍ້ມູນໃດໆໃຫ້ແກ່
ລັດຖະບານສະຫະລັດກ່ຽວກັບອີຣ່ານ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG