ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັນລະຍາຂອງ ທ່ານສົມບັດ ສົມພອນ ຍັງຄອຍຖ້າ ການກັບມາ ຂອງສາມີ


ທ່ານສົມບັດ ສົມພອນ ແລະພັນລະຍາ ທ່ານນາງ Ng Shui Meng
ທ່ານສົມບັດ ສົມພອນ ແລະພັນລະຍາ ທ່ານນາງ Ng Shui Meng
ພັນ​ລະ​ຍາ​ຂອງ​ທ່ານ​ສົມບັດ ສົມ​ພອນ ຍັງ​ຄອຍຖ້າ​ການ​ກັບ​ມາ​
ຂອງ​ຜູ້​ເປັນ​ສາມີ​ຢູ່​ເລື້​ອຍມາ ​ເຖິງ​ແມ່​ນວ່າ ທ່ານ​ສົມບັດ ຈະ​ໄດ້​
ຫາຍ​ຕົວ​ໄປ​ໂດຍ​ບໍ່​ຮູ້​ຊະ​ຕາ​ກໍາ​ນັບ​ເປັນ​ເວລາ​ກວ່າ​ 1 ປີ ມາ​ແລ້ວ​
ກໍ​ຕາມ.


ທ່ານ​ນາງ Ng Shui Meng ພັນ​ລະ​ຍາ​ຂອງ​ທ່ານ​ສົມ​ບັດ ສົມ​ພອນ
ນັກ​ພັທະ​ນາລາ​ວ ຜູ້ດີ​ເດັ່ນຂອງ​ອາ​ຊ່ຽນ ທີ່​ຫາຍ​ຕົວ​ໄປ​ນັບ​ຕັ້ງ​ແຕ່
​ວັນ​ທີ 15 ທັນວາ​ 2012 ​ເປັນ​ຕົ້ນມາ​ນັ້ນ ​ໄດ້​ອອກ​ຖະ​ແຫຼ​ງການ​ໃນ​ໂອກາດ​ການ​ຫາຍ​ຕົວ​
ໄປຂອງທ່ານ​ສົມບັດ ຄົບຮອບ 1 ປີ ​ເພື່ອ​ເຊີນຊວນ ​ໃຫ້​ບັນດາ​ຜູ້​ທີ່​ຮັກ​ແພງ​ຄວາມ​ເປັນທໍາ​
ທັງ​ທີ່ຢູ່​ໃນ​ລາວ​ແລະ​ຕ່າງປະ​ເທດ ​ໄດ້​ຮ່ວມກັນ​ຂຽນ​ຈົດໝາຍ​ເຖິງ​ທ່ານ​ສົມບັດ ທີ່​ມີ​ເນື້ອ​ຫາ
​ກ່ຽວ​ກັບ​ຊີວິດ​ຜົນງານ ​ແນວ​ຄິດ ອຸດົມ​ການ ​ແລະ​ວິທີ​ປະຕິບັດ​ງານ​ຂອງ​ທ່ານ​ສົມບັດ ​ເພື່ອ
​ເຜີຍແຜ່​ ອອກ​ສູ່​ການ​ຮຽນ​ຮູ້​ ຂອງ​ສາທາ​ລະນະ​ຊົນ ​ໃນ​ວົງ​ການຕໍ່​ໄປ​.

ທັງ​ນີ້​ໂດ​ຍທ່ານ​ນາງ Ng Shui Meng ​ໄດ້​ຮຽກຮ້ອງ​ວ່າການ​ຂຽນ​ຈົດໝາຍເຖິງ​ທ່ານ ສົມບັດ ດັ່ງກ່າວ​ ຄວນ​ມີ​ເນື້ອ​ຫາ​ທີ່​ສ້າງສັນ ຫຼື​ສະ​ແດງ​ເຖິງ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍ ​ແລະ​ບໍ່​ຄວນມີ​ເນື້ອ​ຫາ​ດ້ານ​ລົບ ຫຼື​ເປັນ​ການ​ກ່າວ​ຫາ​ຢ່າງ​ສ້າງສັນ ພ້ອມ​ກັນ​ນີ້ ຜູ້​ຂຽນ​ຈົດໝາຍ​ຍັງ​ຈະ​ຕ້ອງ​ລົງ​ຊື່​ກ່ອນ ທີ່​ຈະ​ຖືກ​ຄັດ​ເລື​ອກ​ໃຫ້​ລົງ​ເຜີຍ​ແຜ່ໃນ Website ​ແລະ Facebook ທີ່​ຊື່ວ່າ Sombath Somphone ຕໍ່​ໄປ.

ທ່ານ ສົມບັດ ສົມພອນ ກັບເຍົາວະຊົນລາວ
ທ່ານ ສົມບັດ ສົມພອນ ກັບເຍົາວະຊົນລາວ

​ໂດຍ​ການ​ປະຕິບັດ​ດັ່ງກ່າວ​ນີ້ ກໍ​ເພື່ອ​ເປັນ​ການ​ສົ່ງ​ກໍາ​ລັງ​ໃຈ ​ແລະ​
ຄວາມ​ປາດ​ຖະໜາ​ດີ​ໄປ​ເຖິງ​ທ່ານ​ສົມບັດທີ່​ຫາຍ​ຕົວ​ໄປ​ນັບ​ເປັນ​
ລະຍະ​ເວລາ​ກວ່າ 1 ປີ​ມາແລ້ວ​ ຫາ​ກ​ແຕ່​ວ່າ​ສໍາລັບ​ທ່ານ​ນາງ Ng
Shui meng ນັ້ນກໍ​ຍັງ​ມີ​ຄວາມ​ຫວັງ​ແລະ​ຄອຍ​ຖ້າ ການ​ກັບ​ຄືນ​
ມາ​ຂອງ​ ຜູ້​ເປັນສາມີ​ ຢູ່​ຕະຫຼອດ​ເວລາ ດັ່ງ​ທີ່​ທ່ານ​ນາງ ​ໄດ້​ເຜີຍ​
ເຖິງ​ ຄວາມ​ໃນ​ໃຈ ດັ່ງກ່າວ​ວ່າ:

ສຽງ...

ນອກຈາກ​ການ​ເຊີນຊວນ​ໃຫ້​ມີ​ການ​ຂຽນ​ຈົດໝາຍ​ເຖິງ​ທ່ານ​ສົມບັດດັ່ງກ່າວ​ແລ້ວ ບັນດາ
ອົງການ​ຄຸ້ມ​ຄອງ​ສິດທິ​ມະນຸດ​ສາກົນ ​ເຊັ່ນ​ເຄືອ​ຂ່າຍ​ສະໝານ​ສັນ​ພາກ​ປະຊາຊົນ​ອາ​ຊ່ຽນ
ຄະນະ​ປະສານ​ງານມະຫະກໍາ​ພາກ​ປະຊາຊົນ​ອາ​ຊ່ຽນ​ກັບ​ຢູ​ໂຣບ ຄະນະ​ກໍາມະການ​ປະ
ສານ​ງານ​ອົງ​ກອນ​ພັດທະ​ນາ​ເອກ​ກະ​ຊົນ​ໄທ​ ​ເຄືອ​ຂ່າຍ​ອົງ​ກອນ​ພັດທະນາ​ເອກ​ກະ​ຊົນ​
ຍີ່ປຸ່ນ ​ແລະ​ເຄືອ​ຂ່າຍ ເຍົາວະ​ຊົນ​ອາ​ຊ່ຽນ ກໍ​ໄດ້​ພາກັນ​ຈັດ​ກິດຈະ​ກໍາ​ເພື່ອ​ຮຽກຮ້ອງ​ຂໍ​ໃຫ້​
ທາງ​ການ​ລາວ​ຕາມ​ຫາ ​ແລະ ​ໃຫ້ການ​ຊ່ວຍ​ເຫຼືອ​ທ່ານ​ສົມບັດ ຢ່າງ​ຈິງ​ຈັງ​ອີກ​ດ້ວຍ.

ກ່ອນ​ໜ້າ​ນີ້ ທ່ານ Walden Bello ຮອງ​ປະທານ​ຄະນະ​ກໍາມະການ​ດ້ານ​ສິດທິ​ມະນຸດ​ຂອງ​ລັດຖະສະພາ​ອາ​ຊ່ຽນ ​ໄດ້​ຖະ​ແຫຼ​ງການ ​ໃນ​ໂອກາດ​ທີ່​ຄະນະ​ຜູ້​ແທນ​ຂອງ​ລັດຖະ ສະພາ​ຢູ​ໂຣບຢ້ຽມຢາມ ສປປ.ລາວ ຢ່າງ​ເປັນ​ທາງ​ການ ​ໃນ​ວັນ​ທີ 28 ຕຸລາ ວ່າ​ຖື​ເປັນ​ໂອກາດ​ນຶ່ງ
ທີ່​ຈະ​ໄດ້​ທວງ​ຖາມ​ທາງ​ການ​ລາວ​ ເຖິງ​ຄວາມ​ຄືບໜ້າ​ຂອງ​ການ​ສືບ​ຫາ​ຄວາມ​ຈິງກ່ຽວ​ກັບ​
ກໍລະນີ​ຂອງ​ທ່ານ​ສົມບັດ ສົມ​ພອນ ນັກ​ພັດທະນາ​ລາວ ຜູ້ດີ​ເດັ່ນ​ຂອງ​ອາ​ຊ່ຽນ ທີ່​ໄດ້​ຫາຍ​
ຕົວໄປ​ ນັບ​ຕັ້ງ​ແຕ່​ວັນ​ທີ 15 ທັນວາ 2012 ​ເປັນ​ຕົ້ນ​ມາ.

ຄະນະ​ຜູ້​ແທນ​ ຂອງ​ລັດຖະສະພາ​ຢູ​ໂຣບ ທີ່​ຢ້ຽມຢາມ​ລາວ​ດັ່ງກ່າວ​ ນໍາ​ໂດຍ​ທ່ານ Werner Langen ປະທານ​ລັດຖະພາ​ຢູ​ໂຣບ ຊຶ່ງຄະນະ​ຂອງ​ທ່ານ​ໄດ້​ພົບ​ປະ​ເຈລະຈາ​ຮ່ວມ​ກັນ​ກັບ​ຄະນະ​ຜູ້​ແທນ​ຂອງ​ສະພາ​ແຫ່ງ​ຊາດ​ລາວ​ທີ່​ມີ ທ່ານ​ໄຊ​ສົມ​ພອນ ພົມວິຫານ ຮອງ​ປະທາ​ນສະ
ພາ​ແຫ່ງ​ຊາດ​ລາວ​ເປັນ​ຫົວໜ້າ​ຄະນະ ​ໂດຍທັງສອງ​ຝ່າຍ​ກໍ​ໄດ້​ແລກ ປ່ຽນ​ທັດສະນະ​ຄວາມ​ເຫັນ​ທັງ​ໃນ​ດ້ານ​ການ​ພັດທະນາ​ເສດຖະກິດ ສັງຄົມ ​ແລະ​ສິດທິ​ມະນຸດ ທັງ​ທີ່​ເປັນ​ການ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ​ລາວ​ກັບ​ລັດຖະສະພາ​ຢູໂຣບ ​ແລະ​ລັດຖະສະພາ​ອາ​ຊ່ຽນ​ອີກ​ດ້ວຍ.

ແຕ່​ຢ່າງ​ໃດ​ກໍ​ຕາມ​ ສະມາຊິກ​ລັດຖະສະພາ​ຢູ​ໂຣບ ກໍ​ເຄີຍ​ພົບ​ປະ​ເຈລະຈາ​ກັບເຈົ້າໜ້າທີ່​
ຂອງ​ທາງ​ການ​ລາວ​ຢູ່​ນະຄອນ​ວຽງ​ຈັນມາ​ແລ້ວ​ຄັ້ງ​ນຶ່ງ ​ເມື່ອ​ເດືອນ​ສິງຫາ​ປີ​ນີ້ ​ໂດຍ​ຄະນະ​ ຜູ້ແທນ​ຂອງ​ລັດຖະສະພາ​ຢູ​ໂຣບຢືນຢັນ​ວ່າ​ ຈະ​ດໍາ​ເນີນ​ມາດ​ຕະການ​ກົດ​ດັນລັດຖະບານ​
ລາວ​ຫຼາຍຂຶ້ນ​ ໃນ​ກໍລະນີ​ການ​ຫາຍ​ຕົວ​ໄປ​ຂອງ​ທ່ານ​ສົມບັດ ​ເພາະ​ເຫັນ​ວ່າ​ທາງ​ການລາວ
ບໍ່​ໄດ້​ດໍາ​ເນີນ​ການ ຢ່າງ​ຈິງ​ຈັງ​ໃນ​ການ​ສືບສວນ​ເພື່ອ​ຄົ້ນ​ຫາ​ຄວາມ​ຈິງ.

ທັງ​ນີ້​ໂດຍ​ກໍ​ລະ​ນີ ທີ່​ສະທ້ອນ​ໃຫ້​ເຫັນ​ເຖິງ ຄວາມ​ຈິງຈັງ​ຂອງ​ທາງ​ການ​ລາວ​ໄດ້​ຢ່າງ​ຊັດ​
ເຈນ ກໍ​ຄື​ການ​ທີ່​ບໍ່​ໄດ້​ໃຊ້​ປະ​ໂຫຍ​ດຈາກ​ພາບ ທີ່​ກ້ອງ​ວົງ​ຈອນ​ປິດຂອງ​ທາງ​ການ​ລາວ​
ບັນທຶກ​ໄວ້​ໄດ້​ໃນ​ຕອນ​ແລງ​ຂອງ​ວັນ​ທີ 15 ທັນວາ 2012 ຊຶ່ງ​ເປັນ​ມື້​ທີ່​ທ່ານ​ສົມບັດຖືກ
ລັກພາ​ຕົວ​ໄປ​ຈາກ ປ້ອມ​ຕໍາຫຼວດ​ໃນ​ເຂດ​ນະຄອນ​ວຽງ​ຈັນ.

ກ່ອນ​ໜ້າ​ນີ້ ພັນ​ເອກ ​ເພັງ​ສະຫວັນ ທິບ​ພະ​ວົງ​ໄຊ ຮອງ​ຫົວໜ້າ​ກົມ​ໃຫຍ່ຕໍາຫຼວດ ກະຊວງ​
ປ້ອງ​ກັນ​ຄວາມ​ສະຫງົບ​ພາຍ​ໃນ ​ໄດ້​ໃຫ້ການ​ຢືນຢັນ​ໃນ​ໂອກາດຖະ​ແຫຼ​ງຂ່າວ​ຢ່າງ​ເປັນ​
ທາງ​ການ​ຄັ້ງ​ທີ 3 ກ່ຽວ​ກັບ​ກໍລະນີ​ການ​ຫາຍ​ຕົວ​ໄປ​ຂອງ ທ່ານ​ສົມບັດ ວ່າ​ທາງ​ການ​ຕໍາ
ຫຼວດ​ລາວ​ໄດ້​ດໍາ​ເນີນ​ການ​ສືບສວນ​ສອບ​ສວນ​ ເພື່ອ​ຄົ້ນ​ຫາ​ຄວາມຈິງ​ກ່ຽວ​ກັບ​ກໍລະນີ​
ດັ່ງກ່າວ​ນີ້​ຢູ່​ເລື້ອຍ​ມາ.
XS
SM
MD
LG