ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ ຣາ​ນີ​ລ ວິກ​ເກຣມ​ເມີ​ຊິງ​ ​ຖືກ​ເລືອກ​ເຂົ້າ​ຮັບ​ຕຳ​ແໜ່ງ ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ສ​ຣີລັງ​ກາ ອີກ​ຄັ້ງ​ນຶ່ງ.


ທ່ານ ຣາ​ນີ​ລ ວິກ​ເກຣມ​ເມີ​ຊິງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ ສ​ຣີລັງ​ກາ ນັ່ງ​ຢູ່​ໃນ​ສະ​ພາ ທີ່​​ນະ​ຄອນຫຼວງ ໂຄ​ລົມ​ໂບ ວັນ​ທີ 12 ທັນ​ວາ 2018.
ທ່ານ ຣາ​ນີ​ລ ວິກ​ເກຣມ​ເມີ​ຊິງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ ສ​ຣີລັງ​ກາ ນັ່ງ​ຢູ່​ໃນ​ສະ​ພາ ທີ່​​ນະ​ຄອນຫຼວງ ໂຄ​ລົມ​ໂບ ວັນ​ທີ 12 ທັນ​ວາ 2018.

ທ່ານ ຣາ​ນີ​ລ ວິກ​ເກຣມ​ເມີ​ຊິງ​ ໄດ້​ຖືກ​ເລືອກ​ເຂົ້າ​ຮັບ​ຕຳ​ແໜ່ງ ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ
ປະ​ເທດ ​ສ​ຣີລັງ​ກາ ອີງ​ຄັ້ງ​ນຶ່ງ.

ທ່ານ ວິກ​ເກຣມ​ເມີ​ຊິງ​ ໄດ້​ສາບ​ານ​ໂຕ​ເຂົ້າ​ຮັບ​ຕຳ​ແໜ່ງ​ໃນ​ວັນ​ອາດ​ທິດ​ມື້​ນີ້ ໂດຍ​ປະ​ທ​າ
​ນາ​ທິ​ບໍ​ດີ ​ໄມຕຣີປາ​ລາ ຊີ​ຣິ​ເຊ​ນາ ຜູ້​ທີ່​ໄດ້​ປົດ​ທ່ານ​ອອກ​ຈາກ​ຕຳ​ແໜ່ງ​ໃນ​ເດືອນ​ຕຸ​ລາ​ທີ່
​ຜ່ານ​ມາ.

ປະ​ທາ​ນາ​ທິ​ບໍ​ດີ​ໄດ້ແຕ່ງ​ຕັ້ງທ່ານ ວິກ​ເກຣມ​ເມີ​ຊິງ​ ເຂົ້າ​ດຳ​ລົງ​ຕຳ​ແໜ່ງ​ແທນ ​ທ່ານມາ​ຮິນ
​ດາ ຣາ​ຈາ​ປັກ​ຊາ ອ​ະ​ດີດ​ປະ​ທ​າ​ນາ​ທິ​ບໍ​ດີ​ ແລະ​ເປັນນຳຜູ້ຜະເດັດການຂອງ​ປະ​ເທດ.

​ແນວ​ໃດ​ກໍ​ຕາມ ທ່ານ ຣາ​ຈາ​ປັກ​ຊາ ໄດ້​ປະ​ຕິ​ເສດທີ່ຈະລາ​ອອກ ແລະ ຍັງຄົງ​ຢູ່​ໃນ
​ບ້ານ​ພັກ​ທາງ​ການຂອງນາຍົກ​ລັດ​ຖະ​ມົນ​ຕີ​ ຄືເກົ່າ ໃນ​ນະ​ຄອນຫຼວງ ​ໂຄ​ລອມ​ໂບ.

ນາ​ຍົກ​ລັດ​ຖະ​ມົນ​ຕີ ສ​ຣີ​ ລັງ​ກາ ທ່ານ ​ມາ​ຮິນ​ດາ ຣາ​ຈາ​ປັກ​ຊາ ໂບກ​ມື​ຕໍ່​ນັກ​ຂ່າວ ເວ​ລາ​ມາ​ເຖິງ​ນະ​ຄອນ​ໂຄ​ລ​ົມ​ໂບ ສ​ຣີ ລັງ​ກາ ວັນ​ທີ 29 ພະ​ຈິກ 2018.
ນາ​ຍົກ​ລັດ​ຖະ​ມົນ​ຕີ ສ​ຣີ​ ລັງ​ກາ ທ່ານ ​ມາ​ຮິນ​ດາ ຣາ​ຈາ​ປັກ​ຊາ ໂບກ​ມື​ຕໍ່​ນັກ​ຂ່າວ ເວ​ລາ​ມາ​ເຖິງ​ນະ​ຄອນ​ໂຄ​ລ​ົມ​ໂບ ສ​ຣີ ລັງ​ກາ ວັນ​ທີ 29 ພະ​ຈິກ 2018.

ຫຼັງ​ຈາກ ​ທ່ານ​ ຣາ​ຈາ​ປັກ​ຊາ ບໍ່ສາ​ມາດ​ຄວ້າ​ໄຊ​ຊະ​ນະ​ ໃນ​ການ​ລົງ​ຄະ​ແນນ​ສຽງຄວາມ
ໄວ້ວາງໃຈທີ່ມີຄວາມຈຳເປັນ ໃນສະພາແຫ່ງຊາດ ເພື່ອເຮັດວຽກເປັນນາຍົກລັດຖະມົນ
​ຕີ​ນັ້ນ, ປະທານາທິບໍດີ ກໍໄດ້ຫຍຸບສະພາ ແລະ ໄດ້ປະກາດໃຫ້ມີການເລືອກຕັ້ງກ່ອນ
ກຳນົດ, ແຕ່​ສານ​ສູງ​ສຸດ​ຂອງ ສ​ຣີ ລັງ​ກາ ໄດ້ຕັດ​ສິນ​ວ່າ​ການດຳ​ເນີນ​ການດັ່ງກ່າວ ​ແມ່ນ
​ຜິດ​ກົດ​ໝາຍ.

ໃນ​ຊ່ວງເວລາດັ່ງກ່າວ, ສະ​ພາແຫ່ງ​ຊາດ​ແມ່ນ​ບໍ່​ສາ​ມາດ​ທີ່​ຈະຕົກລົງກັນ ກ່ຽວ​ກັບ​ງົບ​ປະ
​ມານ​ສຳ​ລັບ​ ປີ 2019, ຈົນສົ່ງຜົນໃຫ້ອົງການຈັດອັດດັບເຄຣດິດຕ່າງໆ ຕ້ອງຫລຸດ​ລະ
ດັບໜີ້ສິນ ຂອງ ສຣີລັງກາ ລົງ ແລະ​ ໄດ້ກໍ່ໃຫ້ເກີດ ຄວາມຢ້ານກົວວ່າຈະບໍ່ສາມາດ
ຈ່າຍໜີ້ ຕາມກຳນົດໄດ້​.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG