ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເປັ​ນ​ຫຍັງ​ຫວຽດ​ນາມຈຶ່ງ​ຫ​ຍັບ​ເຂົ້າ​ໃກ້ ແຕ່ກໍ​ບໍ່ໃຫ້​ໃກ້ເກີນ​ໄປ ກັບ​ສະ​ຫະ​ລັດ


ທ່າ​ເຮືອ ກຳຕຽນ​ຊາ ເມືອງ​​ດາ​ນັ່ງ, ປະ​ເທດ​ຫວຽດ​ນາມ.
ທ່າ​ເຮືອ ກຳຕຽນ​ຊາ ເມືອງ​​ດາ​ນັ່ງ, ປະ​ເທດ​ຫວຽດ​ນາມ.

ໃນ​ຮອບ​ຫຼາຍ​ປີ​ທີ່​ຜ່ານ​ມາ ສະ​ຫະ​ລັດ​ໄດ້​ສົ່ງ​ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ​ລຳ​ທີ​ສອງ​ເຂົ້າ​ໄປໃຫ້​ຫວຽດ​ນາມໃນ​ອາ​ທິດ​ນີ້ ຊຶ່ງ​ເປັນ​ເວ​ລາບໍ່​ພໍ​ເທົ່າ​ໃດ​ຫຼັງ​ຈາກມີ​ການ​ປະ​ຕິ​ບັດເຄັ່ງ​ຄັດ​ຂຶ້ນ ຕໍ່​ສະ​ພາບເສດ​ຖະ​ກິດ​ຂອງ​ປະ​ເທດ​ເອເ​ຊຍ​ຕາ​ເວັນອອກ​ສຽງ​ໃຕ້​ແຫ່ງ​ນັ້ນ ຍ້ອນ​ບັນ​ຫາ​ກ່ຽວ​ກັບການ​ເກີນ​ດູນ​ການ​ຄ້າ​ສອງ​ຝ່າຍ ແລະຫວຽດ​ນາມ ເຫັນ​ດີກັບ​ການ​ເຄື່ອນ​ໄຫວທັງ​ສອງ​ຢ່າງນັ້ນ ແຕ່​ກໍຍັງ​ບໍ່​ເຫັ​ນ​ພ້​ອມໝົດ​ເທື່ອ.

ຫວຽດ​ນາມ ແລະ​ສະ​ຫະ​ລັດ​ ມີ​ສາຍ​ພົວ​ພັນ​ທທີ​ໃກ້​ຊິດ​ຂຶ້ນ​ນັບ​ມື້ນັບ​ຫລາຍ​ຂຶ້ນ ເຖິງ​ແມ່ນວ່າ​ເຂົ້າ​ເຈ້າ​ມີສົງ​ຄາມ​ອັນ ຂົມ​ຂື່ນ​ຕໍ່​ກັນເມື່ອ 50 ປີ​ກ່ອນນັ້ນກໍ​ຕາມ ຍ້ອນ​ວ່າທັງ​ສອງປະ​ເທດ​ຢາກກວດ​ກາ​ເບິ່ງ​ການ​ຂ​ະຫຍາຍ​ຕົວ​ຂອງ​ປັກ​ກິ່ງ​ຢູ່​ເຂດ​ທ​ຫະ​ເລ​ຈີນ​ໃຕ້,​ ອີງ​ຕາມ​ຄຳ​ເວົ້າ​ຂອງ​ນັກ​ວິ​ເຄາະທັງ​ຫຼາຍ.

ລະ​ບົບ​ການ​ເມືອງຄອມ​ມິວ​ນິ​ສຫວຽດ​ນາມ ແລະ​ການ​ດຳ​ເນີນ​ນະ​ໂຍ​ບາຍ​ແບບ​ຫຼາຍ​ປະ​ເທດ​ຕາ​ເວັນ​ຕົກ​ເທົ່າ​ນັ້ນ ຂ້ອນ​ຂ້າງຈະ​ເຮັດ​ໃຫ້​ວໍ​ຊິງ​ຕັນ​ຍັບ​ເຂົ້າ​ໃຫ້​ປະ​ເທດ​ດັ່ງ​ກ່າວ​ໄດ້​ຫຼ​າຍ​ເກີນ​ໄປ.

ສຳ​ລັບ​ສ່ວນ​ຂອງ​ເຂົາ​ເຈົ້າ​ນັ້ນ ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ ເປັນ​ຫ່ວງ​ກ່ຽວ​ກັບ​ການ​ເກີນ​ດຸນ​ທາງ​ການ​ຄ້າ​ຂອງ​ຫວຽດ​ນາມ​ກັບ​ສະ​ຫະ​ລັດ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG