ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເປັນຫຍັງ ເຂດພາກໃຕ້ຂອງລາວ ຈຶ່ງກາຍເປັນເຂດດຸເດືອດ ໃນການລະບາດຂອງໂຄວິດ-19


ແຮງງານລາວ ທີ່ຕົກງານຢູ່ໄທ ກໍາລັງຂີ່ລົດໄປຫາດ່ານຊາຍແດນຢູ່ຝັ່ງຂອງໄທ ເພື່ອຈະຂ້າມມາລາວ.
ແຮງງານລາວ ທີ່ຕົກງານຢູ່ໄທ ກໍາລັງຂີ່ລົດໄປຫາດ່ານຊາຍແດນຢູ່ຝັ່ງຂອງໄທ ເພື່ອຈະຂ້າມມາລາວ.

ປັດຈຸບັນການລະບາດຂອງພະຍາດໂຄວິດ-19 ໃນພາກໃຕ້ຂອງລາວ ແລະແຂວງພາກກາງ ທີ່ໃກ້ຄຽງກັນນັ້ນ ກໍາລັງກາຍເປັນ ຈຸດດຸເດືອດທີ່ສຸດ ສາ ເຫດທີ່ພາໃຫ້ເປັນເຊັ່ນນັ້ນ ແມ່ນມີຫລາຍຢ່າງ. ໄຊຈະເລີນສຸກ ມີລາຍງານຈາກນັກຂ່າວຂອງພວກເຮົາ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ບັນດາແຂວງພາກໃຕ້ ໂດຍສະເພາະ ແຂວງຈໍາປາສັກ ແລະ ສະຫວັນນະເຂດ ແລະແຂວງທີ່ມີຊາຍແດນຕິດກັັນ ກໍຄືແຂວງຄໍາມ່ວນນັ້ນ ແມ່ນມີຈໍານວນຄົນຕິດ ເຊື້ອໄວຣັສໂຄໂຣນາສູງຂຶ້ນເປັນພິເສດຢ່າງບໍ່ຢຸດຢັ້ງ ຈົນກາຍເປັນເຂດລະບາດ ຂອງພະຍາດໂຄວິດ-19 ຢ່າງດຸເດືອດ ມາໄດ້ຫລາຍເດືອນແລ້ວ. ນອກຈາກ ການຕິດເຊື້ອໃນກຸ່ມຂອງແຮງງານລາວ ທີ່ກັບມາຈາກໄທໃນແຕ່ລະວັນແລ້ວ ໃນ 3 ແຂວງເຫລົ່ານີ້ຍັງມີຈໍານວນຄົນຕິດເຊື້ອໃນຊຸມຊົນສູງກວ່າແຂວງອື່ນອີກດ້ວຍ
ຍົກຕົວຢ່າງ ເຊັ່ນໃນວັນທີ 20 ສິງຫາຜ່ານມາ ແຂວງສະຫວັນນະເຂດມີການ ຕິດເຊື້ອໃນຊຸມຊົນເຖິງ 58 ຄົນ ຊຶ່ງເປັນຈໍານວນຜູ້ຕິດເຊື້ອໃນຊຸມຊົນສູງກວ່າ ໝູ່ທີ່ສຸດໃນລາວ ໃນຮອບ 1 ອາທິດຜ່ານມາ. ໃນນັ້ນເປັນການຕິດເຊື້ອຂອງນັກ ໂທດຢູ່ສະຖານທີ່ຄຸມຂັງເຖິງ 48 ຄົນ ແລະກຸ່ມຄົນທົ່ວໄປ 10 ຄົນ ຊຶ່ງລວມມີພະນັກງານຕຳຫຼວດ ປະຈຳສູນຈຳກັດບໍລິເວນ, ພະນັກງານປະຈໍາດ່ານ, ຜູ້ສຳພັດໃກ້ຊິດນຳຜູ້ຕິດເຊື້ອ, ຄົນຂາຍນໍ້າມັນ ແລະ ພະນັກງານບໍລິສັດຂົນສົ່ງອີກ ດ້ວຍ. ການຕິດເຊື້ອສູງຂຶ້ນນັບມື້ ຢູ່ໃນຂົງເຂດນີ້ ມີສາເຫດຕົ້ນຕໍມາຈາກການ ລະເລີຍຕໍ່ມາດຕະການສະກັດກັ້ນພະຍາດໂຄວິດ-19 ເຊັ່ນການຢູ່ຫ່າງກັນແລະ ການໃສ່ໜ້າກາກປິດປາກຂອງທັງເຈົ້າໜ້າທີ່ກ່ຽວຂ້ອງ ທີ່ມີການສໍາພັດກັບຜູ້ຕິດ ເຊື້ອແລະແຮງງານຢູ່ໃນສູນກັກກັນ ດັ່ງທີ່ປະຊາຊົນທ່ານນຶ່ງ ໃນແຂວງສະຫວັນ ນະເຂດອະທິບາຍວ່າ: “ກາຕິດໜັກໃດ ຢູ່ສະຫວັນໜິ ຖືວ່າໜັກ ສາເຫດກະຄືຕິດຈາກແພດໝໍ, ແພດເພິ່ນຜູ້ປະຕິບັດໜ້າທີ່ຢູ່ບ່ອນມີແຮງງານມາຈາກເມືອງໄທຫັ້ນແລ້ວ. ຕິດຈາກໝໍແລ້ວ ກະພວກໂຕນອອກຈາກສູນນໍາກະມີ. ມາແລ້ວກະເຂົ້າຢູ່ໃນສູນ ຢູ່ສູນລະກະພາກັນໂຕນອອກ. ບັດນີ້ກາມີການຕິດໃນຄຸກແນ່, ຄຸກຢູ່ຫລັກ 6 ໜີ້ກະຕິດ, ຕິດຈາກຕໍາຫລວດ. ບັດໜີ້ກະ 99 ຄົນພຸ້ນຕິດ (ມື້ນີ້). ບັດນີ້ ຕິດໃນຊຸມຊົນກະ 5 ຄົນ. ຕິດໃນບ້ານໜີ້ຜູ້ນຶ່ງ. ສະເພາະອາທິດນີ້ຫລາຍໄດ໋ ສະເພາະອາທິດນີ້ ຈົນໄປທາງໃດກະບໍ່ໄດ້ປິດເບິດ. ຕະຫລາດຕະຫຍັງກະປິດ ທັງວັດທັງຫຍັງເພິ່ນ ກະສັ່ງປິດເບິດ. ກະຢ້ານບໍ່ໄດ້ໄປທາງໃດ.”

ເມື່ອຖາມເຖິງສາເຫດທີ່ພາໃຫ້ມີການລັກໜີອອກຈາກສູນກັກກັນຂອງແຮງງານ ລາວນັ້ນ ປະຊາຊົນທ່ານນີ້ບອກວ່າ ສ່ວນນຶ່ງກໍແມ່ນຄວາມຂາດເຂີນທາງດ້ານ ອາຫານການກິນ.

ສ່ວນປະຊາຊົນອີກຜູ້ນຶ່ງໃນແຂວງບໍລິຄໍາໄຊທີ່ເປັນແຂວງພາກກາງ ມີຊາຍແດນ ຕິດກັນນັ້ນ ບອກວ່າ ສາເຫດທີ່ພາໃຫ້ພວກແຮງງານຢູ່ສູນກັກກັນລັກໜີຈາກສູນ ແມ່ນຫລາຍກວ່ານັ້ນອີກ ແລະສາເຫດຕົ້ນຕໍແມ່ນການຂາດນໍ້າໃຈຮັບຜິດຊອບຕໍ່ ສັງຄົມຂອງແຮງງານລາວ ທີ່ຢູ່ໃນສູນກັກກັນພະຍາດໂຄວິດ ດັ່ງທີ່ນາງເລົ່າສູ່ຟັງ ວ່າ: “ອັນນີ້ມັນກະບໍ່ມີຫຍັງ ບາງເທື່ອເຂົາກະຄິດວ່າບໍ່ເປັນຫຍັງ ກະນຶ່ງເຂົາກະນໍ້າໃຈບໍ່ມີຄວາມຮັບຜິດຊອບຕໍ່ສັງຄົມ ເຂົາຄິດວ່າເຂົາປອດໄພແລ້ວກະຄິດຢາກອອກຈັ່ງຊີ້ນະ, ສອງ ມັນກະຂຶ້ນກັບນະໂຍບາຍເບິ່ງແຍງຢູ່ຫັ້ນແນ່ ເປັນປັດໄຈນຶ່ງທີ່ບໍ່ຢາກໃຫ້ເຂົາຢູ່ຫັ້ນນະ. ມັນຫຍຸ້ງຍາກການກິນເຂົ້າ ການກິນນໍ້າ, ການໄປມາ ມັນກະຫລາຍປັດໄຈຫັ້ນລະ ເຮັດໃຫ້ເຂົາຈຶ່ງໂຕນອອກມາ ແລະສິ່ງສໍາຄັນແມ່ນເຂົາຂາດຄວາມຮັບຜິດຊອບຫັ້ນລະ”

ເຊັ່ນດຽວກັນ ທ່ານໝໍອີກຄົນນຶ່ງໃນແຂວງຄໍາມ່ວນ ທີ່ເຮັດວຽກກ່ຽວຂ້ອງກັບການ ສະກັດກັ້ນການລະບາດຂອງໂຄວິດ-19 ນີ້ ກໍເວົ້າວ່າ: “ໜັກໜ່ວງແຂວງຄໍາມ່ວນນະ. ແຮງງານນໍາເຂົ້າ. ມັນລັກອອກຈາກບ່ອນຄຸມຂັງຫັ້ນຫັ້ນລະ. ກັກກັນລະກະໄປເມືອເຮືອນ ຊັ້ນຕວາ ລະກະໄປຕິດພໍ່ຕິດແມ່ຊັ້ນຕວາ ກໍມັນຫັ້ນນະ. ລັກເມືອເຮືອນແລ້ວມັນກະຕິດໄທບ້ານຊັ້ນຕວາບັດນີ້.”

ສະພາບການນີ້ ເຮັດໃຫ້ມີການປິດບ້ານແລະປິດເມືອງຫລາຍ ຊຶ່ງຜູ້ກ່ຽວເລົ່າສູ່ ຟັງອີກວ່າ: “ບ້ານທີ່ຕິດເຂົາກະລັອກໝົດບ້ານເນາະ, ກະລະເມືອງທີ່ຕິດເຂົາກະລັອກ ເມືອງ.”

ສ່ວນໃນແຂວງຈໍາປາສັກກໍຍິ່ງເປັນເຂດທີ່ມີການລະບາດດຸເດືອດ ຊຶ່ງຜ່າມມາມີ ຈໍານວນຄົນຕິດເຊື້ອ ເພີ້ມສູງຂຶ້ນ ຢ່າງບໍ່ຢຸດຢັ້ງ ກວ່າເຂດໃດໝົດໃນປະເທດ. ແຂວງດັ່ງກ່າວມີຈໍານວນຜູ້ຕິດເຊື້ອສູງຢ່າງເປັນປະຫວັດການມາໄດ້ສອງວັນຕິດຕໍ່ກັນ ໃນອາທິດແລ້ວນີ້ ຊຶ່ງກໍຄືໃນຈໍານວນຄົນຕິດເຊື້ອໃໝ່ທັງໝົດ ໃນທົ່ວ ປະເທດ ມີ 440 ຄົນ ແລະ 411 ຄົນ ຕາມລໍາດັບໃນວັນທີ 20 ແລະ 21 ສິງຫາຜ່ານມາ ໃນນັ້ນ ຢູ່ໃນແຂວງຈໍາປາສັກມີຫລາຍເຖິງ 114 ຄົນ ໃນວັນທີ 20 ແລະ 159 ຄົນໃນວັນຕໍ່ມາ. ສະພາບການນີ້ ກໍໄດ້ມີການປິດບ້ານປິດເມືອງ ຢູ່ຫລາຍແຫ່ງ ຊຶ່ງເຮັດໃຫ້ມີຄວາມຫຍຸ້ງຍາກໃນການທໍາມາຫາກິນຂອງປະຊາຊົນ ດັ່ງທີ່ຊາວເມືອງປາກເຊຜູ້ນຶ່ງ ເລົ່າສູ່ຟັງວ່າ: “ໂອ້ຍບໍ່ເປັນໄປເປັນມາດອກ ລ໊ອກດາວຢູ່ປາກເຊນີ້ອ້າຍເອີຍ ເພິ່ນຊິເຮັດເປັນເຂດ ເປັນເປົ້າໝາຍ ເປັນບ້ານເປັນບ້ານ ແມ່ນ ໄປມາກະຍາກ ໄປມາກະລະ ວັງ ແມ່ນມັນມີໃນຊຸມຊົນ ກະເລີຍໄດ້໊ລ໊ອກດາວຫັ້ນນະ ແມ່ນ”

ສະຫລຸບແລ້ວສາເຫດຕົ້ນຕໍ ທີ່ພາໃຫ້ເຂດພາກໃຕ້ຂອງລາວ ກາຍເປັນເຂດທີ່ ມີການລະບາດຂອງພະຍາດໂຄວິດ-19 ຢ່າງດຸເດືອດ ໃນສອງສາມເດືອນຜ່ານ ມານີ້ ກໍຄືການຂາດຄວາມອົດທົນຂອງແຮງງານລາວ ທີ່ໂຕນໜີຈາກສູນກັກກັນ ພະຍາດໂຄວິດ-19 ແລະການຂາດຄວາມເອົາໃຈໃສ່ ປະຕິບັດມາດຕະການ ຢູ່ ຫ່າງກັນແລະໃສ່ໜ້າກາກປິດປາກ ກັນການແຜ່ເຊື້ອໄວຣັສໂຄໂຣນາ ທັງຂອງ ແຮງງານລາວ ແລະຂອງເຈົ້າໜ້າທີ່ກ່ຽວຂ້ອງ ໃນການກວດກາແລະກັກກັນແຮງ ງານລາວ ແລະຄຸມຂັງນັກໂທດໃນຄຸກ ອີກດ້ວຍ.

Video Related to Report of Covid spread in the South Lao Border to Vientiane Capital 08-20
please wait

No media source currently available

0:00 0:04:15 0:00
ລິງໂດຍກົງ

XS
SM
MD
LG