ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເປັນຫຍັງແຮງງານລາວ ຢູ່ໄທ ຫຼາຍພັນຄົນ ຈຶ່ງກັບຄືນມາບ້ານຢ່າງກະທັນຫັນ


ດ່ານກວດຄົນເຂົ້າເມືອງຂົວມິອຕະພາບ 1 ລະຫວ່າງລາວ-ໄທ ໃນນະຄອນຫລວງວຽງຈັນ, ສປປ ລາວ.
ດ່ານກວດຄົນເຂົ້າເມືອງຂົວມິອຕະພາບ 1 ລະຫວ່າງລາວ-ໄທ ໃນນະຄອນຫລວງວຽງຈັນ, ສປປ ລາວ.

ດັ່ງໄດ້ສະເໜີໄປແລ້ວໃນອາທິດຜ່ານມາວ່າ ແຮງງານລາວ ຫລາຍສິບພັນຄົນໄດ້ ເດີນທາງກັບບ້ານ ພ້ອມກັນ. ໃນມື້ນີ້ວີໂອເອຈະນໍາ ເອົາຄວາມຄິດເຫັນຂອງແຮງງານລາວບາງຄົນທີ່ເຮັດວຽກຢູ່ໄທ ເປັນເວລາດົນນານ ວ່າເປັນຫຍັງກໍາມະກອນເຫລົ່ານັ້ນຈຶ່ງພາກັນຕັດສິນໃຈກັບຄືນບ້ານ ຢ່າງ ຮີບດ່ວນ ແລະຄໍາເຫັນຂອງຊາວນະຄອນຫລວງວຽງຈັນ 2 ຄົນ ທີ່ເຫັນເຫດການເຫລົ່ານັ້ນ ແລະ ການກັກກັນຕົວຂອງພວກກໍາມະກອນທີ່ກັບມານັ້ນໄວ້ເປັນເວລາ 14 ມື້. ເອົາ ຫລະເພື່ອບໍ່ເປັນ ການເສຍ ເວລາຂໍເຊີນບັນດາທ່ານໄປຟັງລາຍລະອຽດຈາກ ກິ່ງສະຫວັນ ນັກຂ່າວ ຂອງ ພວກເຮົາໃນອັນດັບຕໍ່ໄປ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ຜ່ານມາມີແຮງງານລາວ ທໍາງານຢູ່ໃນໄທຢ່າງຖືກຕ້ອງ
ຕາມກົດໝາຍຫລາຍກວ່າ 277,800 ຄົນ ອີງຕາມລາຍງານຂອງກະ ຊວງແຮງງານຂອງ
ໄທ. ແຕ່ມາຮອດວັນທີ 23 ຫາ 24 ມີນາ ໃນຂະນະທີ່ ຫລາຍ ດ່ານກວດຄົນເຂົ້າເມືອງ ຢູ່
ຕາມຊາຍແດນລະຫວ່າງລາວກັບປະເທດເພື່ອນບ້ານ ລວມທັງໄທ ຖືກສັ່ງປິດໄວ້ຊົ່ວຄາວ
ເພື່ອສະກັດກັ້ນ ການແຜ່ລະບາດຂອງໄວຣັສ ໂຄໂຣນາ ຫລື ໂຄວິດ-19 ຢູ່ນັ້ນ ກໍມີກໍາມະ
ກອນລາວ ທີ່ອອກແຮງງານຢູ່ໄທພາ ກັນຫລັ່ງໄຫລກັບບ້ານພ້ອມກັນພາຍຫລັງ ທີ່ເຈົ້າ
ຄອງນະຄອນຫລວງບາງກອກ ສັ່ງໃຫ້ປິດຫ້າງຮ້ານ ແລະສະຖານບັນເທິງ ແລະບໍລິການ
ເປັນເວາລາ 20 ວັນ ຄືນັບ ແຕ່ວັນທີ 22 ມີນາ ຫາ 12 ເມ ສາ 2020.

ເມື່ອເຫດການເປັນເຊັ່ນນັ້ນ ໃນວັນທີ 23 ມີນາ ຜ່ານມາທາງການລາວກໍໄດ້ອອກ ຄໍາສັ່ງ
ໃຫ້ເປີດດ່ານທີ່ຖືກສັ່ງໃຫ້ປິດໄວ້ຊົ່ວຄາວນັ້ນເປັນພິດເສດ ເພື່ອຮັບເອົາແຮງ ງານລາວກັບ
ຄືນບ້ານ. ດ່ານທີ່ມີຄົນຂ້າມຫລາຍທີ່ສຸດແຫ່ງນຶ່ງກໍຄືດ່ານກວດຄົນ ເຂົ້າເມືອງຂົວມິດຕະ
ພາບ 2 ຊຶ່ງເປັນດ່ານຊາຍແດນລະຫວ່າງແຂວງສະຫວັນນະ ເຂດກັບຈັງຫວັດມຸກດາຫານ
ຂອງໄທ ມີກໍາມະກອນລາວທີ່ເດີນທາງມາຈາກ ນະຄອນບາງກອກດ້ວຍລົດເມປະມານ
50 ຄັນລົດ ເພື່ອລໍຖ້າຂ້າມຊາຍແດນຢ່າງ ໜາແໜ້ນ, ອີງຕາມຜູ້ເຫັນ ເຫດ ການທ່ານນຶ່ງ
ໃນແຂວງສະຫວັນນະເຂດ. ໃນວັນ ດຽວກັນຢູ່ທີ່ດ່ານຂົວ ມິດຕະ ພາບ 1 ກໍຄື ດ່ານຊາຍ
ແດນລະຫວ່າງນະຄອນ ຫລວງວຽງຈັນກັບຈັງຫວັດ ໜອງຄາຍນັ້ນ ກໍມີຄົນເດີນ ທາງກັບ
ມາຜ່ານດ່ານຢູ່ ປະມານ 500 ຄົນດັ່ງແມ່ຍິງຄົນນຶ່ງທີ່ເຫັນເຫດການເລົ່າສູ່ຟັງວ່າ:
“ປັດຈຸບັນເຕັມເອ໊ເລ້ ຢູ່ລາງລົດໄຟ ມາວານນີ້ 4-500 ຄົນນີ້ລະ ເຕັມ. ຕັ້ງແຕ່ 6 ໂມງ
ເຊົ້າຈົນຊ່ວງຝົນຕົກເຊົາແລ້ວພໍດີ 11-12ໂມງໜີ້ຫລະ.

ເຊີນຊົມ ວີດີໂອ
please wait

No media source currently available

0:00 0:00:58 0:00

ແລະໃນວັນທີ 24 ມີນາ ຜ່ານມາກໍມີແຮງງານລາວ ຢູ່ໄທຫລາຍກວ່າ 15,000 ຄົນ ກັບ ຄືນປະເທດ, ອີງຕາມລາຍງານຢູ່ໃນເວັບໄຊທ໌ຂອງອົງການສາກົນເພື່ອການເຄື່ອນຍ້າຍຖິ່ນຖານ ຫຼື IOM ຊຶ່ງເປັນເຄືອຂ່າຍອັນນຶ່ງ ຂອງອົງການສະຫະປະຊາຊາດ.

ເມື່ອເວົ້າເຖິງສະພາບການຢູ່ໄທທີ່ພາໃຫ້ກໍາມະກອນລາວຕັດສິນໃຈກັບບ້ານຢ່າງ ເລັ່ງ
ດ່ວນພ້ອມກັນນັ້ນ ຍິງໜຸ່ມຄົນນຶ່ງທີ່ເປັນພະນັກງານຂາຍເຄື່ອງຢູ່ຮ້ານຂາຍ ສິນຄ້າທົ່ວ
ໄປແຫ່ງນຶ່ງໃນນະຄອນຫລວງບາງກອກຂອງໄທມາໄດ້ເກືອບ 10 ປີແລ້ວເລົ່າສູ່ວີໂອເອ
ຟັງວ່າ:
“ມັນກະໜ້າກົວ ສອງມາມັນກະລໍາບາກຫັ້ນລະອ້າຍ ເພາະວ່າຕອນນີ້ເຂົາບັງຄັບໃຫ້ປິດ
ຮ້ານ, ປິດຮ້ານຄ້າ ຮ້ານຂາຍໝົດທຸກຢ່າງ ແບບວ່າໃຫ້ພາກັນຢູ່ບ້ານຢູ່ເຮືອນຫັ້ນນະ,
ບາດນີ້ເຂົາກະເປີດແຕ່ເຊເວັນກັບຮ້ານກັບເຂົ້າ ຮ້ານຕະຫລາດສົດ ເອີແຕ່ວ່າ ທຸກສິ່ງ
ຢ່າງຄືເຂົາໃຫ້ປິດໝົດ ຮ້ານຂາຍເຄື່ອງ ຫຼືວ່າເປັນຫ້າງ, ໂຮງແຮມແບບປິດໝົດຫັ້ນນະ
ກະຄືວ່າທຸກວັນພວກເຮັດວຽກ ອອກແຮງງານລະນໍ, ເຖົ້າແກ່ກະປິດຮ້ານປິດໂຮງງານ
ປິດນັ້ນ ປິດນີ້ເຂົາກະບໍ່ມີງານເຮັດ ບໍ່ມີເງິນກິນເຂົ້າ ບໍ່ມີເງິນຄ່າເຊົ່າຫ້ອງ ກະຈໍາເປັນ
ຕ້ອງກັບບ້ານຊັ້ນໜາ."

ນອກຈາກນັ້ນແລ້ວ ສະພາບການທີ່ລັດຖະບານໄທ ແລະລາວສັ່ງໃຫ້ປິດ ດ່ານ ກວດຄົນ
ເຂົ້າເມືອງໄວ້ຊົ່ວຄາວ ກໍເປັນສາເຫດນຶ່ງ ທີ່ພາໃຫ້ພວກກໍາມະກອນ ທັງຫລາຍຢ້ານກົວ
ວ່າ ຈະບໍ່ໄດ້ກັບບ້ານເລີຍຖ້າຢູ່ໄປດົນ ຂະນະທີ່ບໍ່ມີວຽກເຮັດ ແລະບໍ່ມີລາຍໄດ້ຢູ່ນັ້ນ. ສະ
ນັ້ນ ຈຶ່ງໄດ້ພາກັນຕັດສິນໃຈກັບຢ່າງຮີບດ່ວນດັ່ງທີ່ ແຮງງານຍິງລາວຄົນນັ້ນເລົ່າສູ່ຟັງ
ອີກວ່າ:
“ອັນທີ່ຜ່ານມາເຂົາກະໃຫ້ກັບ ອັນທີ່ວ່າເຫັນຂ່າວອອກມາມັນຈະເປັນເລື້ອງຈິງ ຫຼືບໍ່ ກະ
ວ່າຊ້ອງເມັກເຮົາເຂົາກະເລີ້ມປິດມື້ອື່ນ ທັງຊ໊ອງເມັກທັງອຸບົນນະ
.”

ເພື່ອຮັບມີກັບສະຖານະການທີ່ມີການຫລັ່ງໄຫລຂອງກໍາມະກອນເຂົ້າມາລາວ ພ້ອມກັນ
ຢ່າຫລວງຫລາຍນີ້ ລັດຖະບານກໍໄດ້ຕັ້ງສູນກັກກັນເຂົາເຈົ້າຂຶ້ນ ຢູ່ຕາມໂຮງຮຽນ, ສະຖາ
ນີລົດໄຟ, ຄ້າຍທະຫານ ແລະໂຮງໝໍແຫ່ງຕ່າງໆ ທີ່ ຢູ່ໃກ້ ເຂດຊາຍແດນຕາມຄວາມເໝາະສົມ ແລະ ກໍໄດ້ຂໍຄວາມຊ່ວຍເຫລືອຈາກສາກົນ ຊຶ່ງລວມທັງຫ້ອງການຜູ້ຕາງໜ້າ
ຂອງອົງການວ່າດ້ວຍການຍົກຍ້າຍຄົນສາກົນ ຫລື IOM ປະຈໍາ ສປປ ລາວ ເພື່ອເອົາອາ
ຫານໄປແຈກຢາຍໃຫ້ເຂົາເຈົ້າ, ການ ເຜີຍແຜ່ໃຫ້ຄົນ ໃນສັງຄົມເຂົ້າໃຈກ່ຽວກັບໄວຣັສ
ໂຄວິດ, ການເກັບກໍາຂໍ້ມູນ, ແລະກວດກາ ຫາພະຍາດ ແລະບັດປະຈໍາຕົວ ເພື່ອລະບຸ
ແຂວງທີ່ຄອບຄົວຂອງ ພວກກໍາມະ ກອນເຫລົ່ານັ້ນຢູ່ໃນຂະນະທີ່ເຂົາເຈົ້າຢູ່ສູນກັກກັນ
ເພື່ອກວດຫາ ພະຍາດ ເປັນ ເວລາ 14 ວັນຢູ່ນັ້ນ, ອີງຕາມລາຍງານຂອງ IOM ໃນວັນ
ທີ 27 ຜ່ານມາ. ປາກົດ ວ່າມີຫລາຍຄົນໃນນະຄອນຫວງວຽງຈັນ ກໍມີຄວາມເຂົ້າໃຈ ຕໍ່
ຄວາມສໍາຄັນ ຂອງການກັກກັນຕົວກໍາມະກອນດັ່ງກ່າວເຊັ່ນນັ້ນ ດັ່ງຄໍາເຫັນ ຂອງປະ
ຊາຊົນຄົນນຶ່ງທີ່ອາໄສຢູ່ໃກ້ສະຖານທີ່ກັກກັນ 2 ແຫ່ງໃນນະຄອນຫລວງ ວຽງຈັນ ທີ່ຕັ້ງ
ຢູ່ໃກ້ດ່ານຂົວມິດຕະພາບທີ 1 ນັ້ນເວົ້າສູ່ຟັງວ່າ:
“ມັນເປັນຮູບແບບຂອງມາດຕະຖານຂອງການຮັກສາໂລກ ເອີບ່ອນໃດລະບາດການ
ເຄື່ອນໝູ ເຄື່ອນສັດກະຕ້ອງໄດ້ລະວັງ ການເຄື່ອນຄົນກະຕ້ອງໄດ້ລະວັງ, ເພາະສະນັ້ນ
ຄົນຄົນໜຶ່ງຄັນອອກມາຈາກເຂດລະບາດມັນກະຕ້ອງມາກວດ ແລະກະຕາມແພດໝໍສັ່ງ
ແຫຼະ ເພາະວ່າເຈົ້າຢູ່ເຂດລະບາດເຈົ້່າກະຕ້ອງກວດ, ເວົ້າພາບລວມເຈົ້າກະຕ້ອງເສຍ
ສະຫລະເພື່ອຄົນສ່ວນໃຫຍ່ຈະບໍ່ໄດ້ປ່ວຍ ຖ້າເຈົ້າປ່ວຍຄົນອື່ນກະບໍ່ໄດ້ເປັນນໍາ ມັນຫຼັກ
ການເຈົ້າຕ້ອງໄດ້ເຮັດ.”

ສະຫລຸບແລ້ວ ມີສອງເຫດຜົນໃຫຍ່ທີ່ພາໃຫ້ກໍາມະກອນລາວຕັດສິນໃຈກັບຄືນ ບ້ານຢ່າງກະທັນຫັນເປັນຈໍານວນຫລວງຫລາຍພ້ອມກັນ. ອັນທີ 1 ກໍຄື ການ ຂາດວຽກເຮັດງານທໍາ
ເມື່ອນາຍຈ້າງຈໍານວນຫລວງຫລາຍຖືກສັ່ງ ໃຫ້ປິດກິດຈະ ການໄວ້ຊົ່ວຄາວ ເພື່ອສະກັດ
ກັ້ນການແຜ່ລະບາດຂອງໄວຣັສໂຄວິດ ແລະ ເຫດຜົນທີ 2 ກໍຄືຄວາມຢ້ານກົວວ່າຈະບໍ່
ໄດ້ກັບບ້ານອີກ ຖ້າຫາກດ່ານປະຈໍາ ຊາຍແດນຕ່າງລະຫວ່າງ ລາວກັບໄທ ຖືກປິດໄວ້
ຫຼາຍໆວັນ ຫຼຶຫຼ່ຍເດືອນໄປ.

XS
SM
MD
LG