ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເປັນຫຍັງອິນໂດເນເຊຍ ຈຶ່ງຈະຍ້າຍກອງບັນຊາການກອງທັບເຮືອຂອງົຕນ ໄປຕັ້ງຢູ້ເກາະນ້ອຍໆ ທີ່ຢູ່ຫາງໄກ


ປະທານາທິບໍດີອິນໂດເນເຊຍ ທ່ານ ໂຢໂກ ວີໂດໂດ (ກາງ) ກຳລັງກວດແຖວທະຫານ ລະຫວ່າງການຢ້ຽມຢາມ ກຳປັ່ນລົບອິນໂດເນເຊຍ KRI Usman Harun.
ປະທານາທິບໍດີອິນໂດເນເຊຍ ທ່ານ ໂຢໂກ ວີໂດໂດ (ກາງ) ກຳລັງກວດແຖວທະຫານ ລະຫວ່າງການຢ້ຽມຢາມ ກຳປັ່ນລົບອິນໂດເນເຊຍ KRI Usman Harun.

ແຜນຂອງອິນໂດເນເຊຍ ທີ່ຈະຕັ້ງກອງບັນຊາການໜ່ວຍສູ້ລົບກອງທັບເຮືອ ຢູ່ເກາະ
ນ້ອຍໆທີ່ຢູ່ຫ່າງໄກຈາກນະຄອນຫຼວງຢາກາຕາ ສະແດງໃຫ້ເຫັນຄວາມ ໝັ້ນໝາຍໃນ
ການຕໍ່ສູ້ຄືນຕ້ານບັນດາກຳປັ່ນລົບຈີນ ທີ່ຜ່ານຢູ່ນອກຝັ່ງ ອັນເປັນພາກສ່ວນອົດກັ້ນ
ການໂຕ້ແຍ້ງອະທິປະໄຕນ່ານນໍ້າ ທີ່ບັນດານັກວິເຄາະຢູ່ໃນຂົງເຂດກ່າວ.

ກອງບັນຊາການໜ່ວຍເຮືອຢູ່ຈາກາຕາ ຈະຕັ້ງຄ້າຍຢູ່ເກາະນາຕູນາ (Natuna) ທີ່ຍັງ
ບໍ່ທັນໄດ້ປະກາດມື້ເທື່ອ ເພື່ອໃຫ້ກອງທັບເຮືອຕອບໂຕ້ໄວ ຫຼາຍຂຶ້ນຕໍ່ ເຫດການຢູ່ທະ
ເລ. ວິທະຍຸເອເຊຍເສລີໄດ້ອ້າງຄຳເວົ້າຂອງຫົວໜ້າທີ່ປຶກສາ ກອງທັບເຮືອອິນໂດເນ
ເຊຍ ໃນວັນທີ 23 ພະຈິກ ທີ່ຜ່ານມາ.

ໜ່ວຍປ້ອງກັນອະທິປະໄຕນ່ານນໍ້າ ຮວມທັງການອ້າງເອົາຂອງອິນໂອເນເຊຍ ທີ່ຜ່ານ
ກັບລະເລນະຕູນາ ບ່ອນທີ່ກຳປັ່ນໜ່ວຍຍາມຝັ່ງຈີນ ແລະເຮືອຫາປາຜ່ານ ເປັນໄລຍະ
ກາຍບັນດາຜູ້ນໍາໃນຈາກາຕາ. ຜູ້ບັນຊາການໜ່ວຍເຮືອອາດ “ສາມາດນຳພາກຳປັ່ນລົບ
ໂດຍກົງຢູ່ທີ່ນັ້ນ” ທີ່ຫົວໜ້າກອງທັບເຮືອ ທ່ານຢູໂນ ມາໂກໂນ (Yuno Margono)
ໄດ້ກ່າວ.

ທ່ານເອວັນ ລັກຊາມານາ (Evan Laksamana) ນັກຄົ້ນຄວ້່າອາວຸໂສ ທີ່ສູນກາງຍຸດ
ທະສາດ ແລະກຸ່ມຄົ້ນຄວ້າຕ່າງປະເທດ ຢູ່ນະຄອນຈາກາຕາ ກ່າວວ່າ “ໂດຍທົ່ວໄປແລ້ວ
ແນວຄິດທີ່ຈະມີໂອກາດເກີດການຂັດແຍ້ງກັນຢູ່ໃນ ຂົງເຂດ ທີ່ກິດຈະການສູ້ລົບຂອງ
ກອງທັບເຮືອ ແລະແຜນການທີ່ຈະຕ້ອງປະ ຕີິບັດ ຈະມີຂຶ້ນຢູ້ອ້ອມແອ້ມທະເລຈີນໃຕ້.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG