ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເປັນ​ຫຍັງ​ອິນ​ເດຍ ຈຶ່ງ​ຍິນ​ດີ​ ນຳການ​ເຂົ້າ​ກຳ​ອຳ​ນາດ​ຕື່ມ​ອີກ ຂອງ​ຊິກຮາ​ຊີ​ນາ ໃນ​ບັງ​ກ​ລາ​ແດັ​ສ


​ທ່ານ​ນາງ​ຊິກ ຮາ​ຊີ​ນາ ນາ​ຍົກ​ລັດ​ຖະ​ມົນ​ຕີ​ບັງ​ກ​ລາ​ແດັ​ສ ແລະ​ປະ​ທານ​ພັກ​ສັນ​ນິ​ບາດ​ອາ​ວາ​ມີ ເອົາ​ມື​ສະ​ແດງ​ໄຊ​ຊະ​ນະ ຂະ​ນະ​ທີ່​ທ່ານ​ນາງ​ກ່າວ​ຕໍ່​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ຢູ່​ນະ​ຄອນ​ຫຼວງ​ດາ​ກາ ເມື່ອ​ວັນທີ 7 ມັງ​ກອນ 2024. Prime Minister's office/Handout via REUTERS
​ທ່ານ​ນາງ​ຊິກ ຮາ​ຊີ​ນາ ນາ​ຍົກ​ລັດ​ຖະ​ມົນ​ຕີ​ບັງ​ກ​ລາ​ແດັ​ສ ແລະ​ປະ​ທານ​ພັກ​ສັນ​ນິ​ບາດ​ອາ​ວາ​ມີ ເອົາ​ມື​ສະ​ແດງ​ໄຊ​ຊະ​ນະ ຂະ​ນະ​ທີ່​ທ່ານ​ນາງ​ກ່າວ​ຕໍ່​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ຢູ່​ນະ​ຄອນ​ຫຼວງ​ດາ​ກາ ເມື່ອ​ວັນທີ 7 ມັງ​ກອນ 2024. Prime Minister's office/Handout via REUTERS

ສຳ​ລັບ​ອິນ​ເດຍ ການ​ກັບ​ຄືນ​ເຂົ້າ​ກຳ​ອຳ​ນາດ​ຂອງ​ທ່ານ​ນາງ​ຊິກ ຮາ​ຊີ​ນາ ຈາກ​ພັກ​ສັນ​ນິ​ບາດ​ອາ​ວາ​ມີ ຢູ່​ໃນ​ບັງ​ກ​ລາ​ແດັ​ສ ເປັນ​ສະ​ໄໝ​ທີ 4 ລຽນ​ຕິດ ແມ່ນ​ເປັນ​ການ​ເຄື່ອນ​ໄຫວ​ໃນ​ທາງ​ທີ່​ດີ ອີງ​ຕາມ​ພວກ​ນັກ​ວິ​ເຄາະ.

ໃນ​ຂະ​ນະ​ທີ່​ສະ​ຫະ​ລັດ ແລະ​ອັງ​ກິດ ກ່າວ​ວ່າ ການ​ເລືອກ​ຕັ້ງ​ເມື່ອ​ໄວໆ​ມານີ້ ທີ່​ຕໍ່​ເວ​ລາການ​ປົກ​ຄອງ ​ຂອງ​ຊິກ​ຫາ​ຊີ​ນາອອກ​ໄປ​ຕື່ມ ໃນ​ປະ​ເທດ​ເອ​ເຊຍ​ໃຕ້​ດັ່ງ​ກ່າວ ແມ່ນ​ບໍ່​ເປັນ​ທີ່​ໜ້າ​ເຊື່ອ​ຖື ມີ​ເສ​ລີ​ ແລະຄວາມ​ເປັນ​ທຳ​ນັ້ນ ແຕ່ນິວ​ເດ​ລີ​ພິ​ຈາ​ລະ​ນາ​ວ່າ ​ທ່ານ​ນາງ​ເປັນ​ພັນ​ທະ​ມິດ​ທີ່​ໃກ້​ຊິດ​ ຢູ່​ໃນ​ປະ​ເທດ​ເພື່ອນ​ບ້ານ ​ບ່ອນ​ທີ່ກອງ​ທັບ​ຂອງ​ຕົນ​ພວມ​ປະ​ເຊີນ​ໜ້າ​ກັບ​ທັງ​ປາ​ກິ​ສ​ຖານ ແລະ​ຈີນ ຢູ່​ຕາມ​ເຂດ​ຊາຍ​ແດນ​ທີ່​ມີ​ການ​ຂັດ​ແຍ້ງ​ກັນ​.

ນັ້ນ​ຄື​ເຫດ​ຜົນ​ທີ່​ວ່າ​ ເປັນ​ຫຍັງ​ລັດ​ຖະ​ບານ​ທີ່​ເປັນ​ມິດ​ໃນ​ບັງ​ກ​ລາ​ແດັ​ສ ຊຶ່ງ​ອິນ​ເດຍ​ມີ​ຊາຍ​ແດນ​ຮ່ວມ​ກັນທີ່​ຍາວ​ຢຽດ ຈຶ່ງ​ມີ​ຄວາມ​ສຳ​ຄັນ​ຕໍ່​ຄວາມ​ໝັ້ນ​ຄົງ​ຂອງ​ອິນ​ເດຍ ອີງ​ຕາມທ່ານ ຮາ​ສ ແພນ​ທ໌ (Hash Pant) ຮອງ​ປະ​ທານ ​ການ​ສຶກ​ສາ​ແລະ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ທີ່​ມູນ​ນິ​ທິ​ສັງ​ເກດ​ການ​ ດ້ານ​ການ​ຄົ້ນ​ຄວ້າ​ ທີ່​ນະ​ຄອນ​ຫຼວງນິວ​ເດ​ລີ.

“ອິນ​ເດຍ​ປະ​ເຊີນ​ໜ້າ​ກັບ​ຄວາມ​ວຸ້ນ​ວາຍ ໃນ​ຄວາມ​ສຳ​ພັນ​ລະ​ຫວ່າງ​ດາ​ກາ-ເດ​ລີ​ກ່ອນ​ທີ່​ທ່ານ​ນາງ​ຮາ​ຊີ​ນາ ​ຂຶ້ນ​ກຳ​ອຳ​ນາດ ແຕ່​ຫຼັງ​ຈາກ​ທ່ານ​ນາງ ​ເຂົ້າ​ກຳ​ອຳ​ນາດ​ໃນ​ປີ 2009 ທ່ານ​ນາງແມ່ນ​ກາຍ​ເປັນ​ ພັນ​ທະ​ມິດ​ທີ່​ໝັ້ນ​ຄົງ” ທ່ານ​ແພນ​ທ໌ ກ່າວ. “ເມື່ອ​ເວົ້າ​ເຖິງປະ​ເທດ​ເພື່ອນ​ບ້ານ​ທີ່​ທ້າ​ທາຍ ທີ່​ອິນ​ເດຍ​ອາ​ໄສ​ຢູ່ ບ່ອນ​ທີ່​ກຳ​ລັງ​ປະ​ເຊີນ​ໜ້າ​ກັບກະ​ແສ​ລົມ​ຕ້ານ​ຢ່າງ​ແຮງ ເຊັ່ນ​ຈີນ​ພວມ​ເພີ້ມ​ການ​ມີ​ໜ້າ ມັນ​ເປັນ​ຈຶ່ງ​ເປັນ​ເລື້ອງ​ທຳ​ມະ​ດາ​ສຳ​ລັບ​ອິນ​ເດຍ ຈຶ່ງ​ຕ້ອງ​ການ​ຢາກ​ໃຫ້​ທ່ານ​ນາງ ​ກຳ​ອຳ​ນາດ​ຕໍ່​ໄປ.”

ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ ທ່ານ​ນາ​ເຣັນ​ດ​ຣາ ໂມ​ດີ ແມ່ນ​ຮວມ​ຢູ່​ໃນ​ບັນ​ດາ​ຜູ້​ນຳ​ຈຸ​ທຳ​ອິດ ທີ່​ໄດ້​ສະ​ແດງ​ຄວາມ​ຊື່ນ​ຊົມ​ຍິນ​ດີ ​ກັບ​ທ່ານ​ນາງ​ຊິກ ຮາ​ຊີ​ນາ ຫຼັງ​ຈາກ​ທີ່​ທ່ານ​ນາງ​ໄດ້​ເຂົ້າ​ກຳ​ອຳ​ນາດ​ເປັນ​ສະ​ໄໝ​ທີ 4 ລຽນ​ຕິດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG