ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເປັນ​ຫຍັງ​ຈຶ່ງ​ມີ ​ພາ​ຍຸ​ໄຕ້​ຝຸ່ນ ໜ້ອຍ​ລົງ ໃນ​ເຂດ​ທີ່​ປົກ​ກະ​ຕິ ​ຈະ​ຖືກ​ກະ​ທົບ ​ຢ່າງ​ໜັກ ໃນ​ເອ​ເຊຍ


ລົດ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ພາ​ຍຸ​ໄຕ້​ຝຸ່ນ ນອນ​ຢູ່​ເທິງ​ຖະ​ໜົນ​ທີ່​ປົກ​ຫຸ້ມ​ດ້ວຍ​ດິນ​ຕົມ, ເມືອງ ໂຮ​ຢະຊຸ, ຍີ່​ປຸ່ນ. 14 ຕຸ​ລາ, 2019
ລົດ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ພາ​ຍຸ​ໄຕ້​ຝຸ່ນ ນອນ​ຢູ່​ເທິງ​ຖະ​ໜົນ​ທີ່​ປົກ​ຫຸ້ມ​ດ້ວຍ​ດິນ​ຕົມ, ເມືອງ ໂຮ​ຢະຊຸ, ຍີ່​ປຸ່ນ. 14 ຕຸ​ລາ, 2019

ໃນ ໄຕ້​ຫວັນ, ພາ​ຍຸ​ລະ​ດູ​ຮ້ອນ​ໄດ້​ສັງ​ຫານ​ປະ​ຊາ​ຊົນ​ສອງ​ຄົນ​ໃນ​ເດືອນ​ສິງ​ຫາ​ທີ່​ຜ່ານ​ມາ ແລະ ພາ​ຍຸ​ໄຕ້​ຝຸ່ນ​ທີ່​ມີ​ຄວາມ​ແຮງ​ຕ່ຳ ໄດ້​ພັດ​ຜ່ານ​ຊາຍ​ຝັ່ງ​ພາກ​ຕາ​ເວັນ​ອອ​ກ​ສຽງ​ເໜືອ​ຂອງ​ເກາະ​ນັ້ນ​ບໍ່​ດົນ​ນຶ່ງ​ເດືອນ​ຕໍ່​ມາ. ປົກ​ກະ​ຕິ​ແລ້ວ​ເກາະ​ທີ່​ຕັ້ງ​ຢູ່​ກ້ຳ​ຕາ​ເວັນ​ຕົກ​ຂອງ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກນັ້ນ ຈະ​ຖືກ​ກະ​ທົບ​ໂດຍ​ກົງ​ໂດຍ​ພາ​ຍຸ​ໄຕ້​ຝຸ່ນ 3 ຫາ 4 ຫົ​ວ​ໃນ​ທຸກໆ​ປີ ຈາກ​ເດືອນ​ມິ​ຖຸ​ນາ ຮອດ​ ເດືອນ​ຕຸ​ລາ. ພາ​ຍຸ​ໄຕ້​ຝຸ່ນ​ຕ່າງໆ, ເຊິ່ງ​ມີ​ລົມ​ທີ່​ແຮງ​ກວ່າ​ພະ​ຍຸ​ລະ​ດູ​ຮ້ອນ​ອື່ນໆ​ນັ້ນ, ມັກ​ຈະສັງ​ຫານ​ປະ​ຊາ​ຊົນ 5 ຫາ 10 ຄົນ​ຕໍ່​ຄັ້ງ ແລະ ທຳ​ລາຍ​ໂຄງ​ລ່າງ​ພື້ນ​ຖານ.

ແຕ່​ໃນ​ສາມ​ປີ​ທີ່​ຜ່ານ​ມາ, ເກາະ​ໄຕ້​ຫວັນ ແລະ ຟີ​ລິບ​ປິນ ເຊິ່ງ​ແມ່ນ​ປະ​ເທດ​ໝູ່​ເກາະ​ທີ່​ຢູ່​ລຸ່ມ​ເຂົາ​ເຈົ້າ​ນັ້ນ, ໄດ້​ລອດ​ຈາກ​ການ​ຖືກ​ພັດ​ໂດຍ​ພາ​ຍຸ​ໄຕ້​ຝຸ່ນ ຈຳ​ນວນ​ປົກ​ກ​ະ​ຕິ​ໃນ​ປະ​ຫວັດ​ສາດ​ຂອງ​ເຂົາ​ເຈົ້າ ນັກ​ພະ​ຍາ​ກອນ​ອາ​ກາດ​ເຊື່ອ​ວ່າ ເປັນຍ້ອນ​ອຸນ​ຫະ​ພູມ​ນ້ຳ​ສູງ​ຢູ່​ກາງ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ ບ່ອນ​ທີ່​ພາ​ຍຸ​ໄຕ້​ຝຸ່ນ​ເກີດ​ຂຶ້ນ ແລະ ການ​ເຄື່ອນ​ຍ້າຍ​ຂອງ​ລົມ​ຢູ່​ຊັ້ນ​ບັນ​ຍາ​ກາດ​ດ້ານ​ເທິງ.

ຟີ​ລິບ​ປິນ ສາ​ມາດ​ຖືກ​ກະ​ທົບ​ໂດຍ​ພະ​ຍຸ​ທີ່​ຮຸນ​ແຮງ​ເຖິງ 20 ຫົວ​ຕໍ່​ປີ. ລະ​ບົບ​ທີ່​ເອີ້ນ​ວ່າ ໄຊ​ໂຄ​ລນ ແລະ ເຮີ​ຣິ​ເຄນ ໃນ​ພາກ​ສ່ວນ​ອື່ນໆ​ຂອງ​ໂລກ ຈະ​ນຳ​ເອົາ​ລົມ​ທີ່​ຮຸນ​ແຮງ​ພໍ່ທີ່​ຈະ​ພັດ​ເອົາ​ຕົ້ນ​ໄມ້ອອກ ແລະ ນຳ​ເອົາ​ນ້ຳ​ຝົນ​ທີ່​ສາ​ມາດ​ປ່ຽນ​ຖະ​ໜົນ​ຕ່າງໆ​ໃຫ້​ເປັນ​ແມ່​ນ້ຳ​ໄດ້. ປົກ​ກະ​ຕິ​ແລ້ວ​ມັນ​ຈະ​ກໍ່​ໃຫ້​ມີ​ການ​ອົບ​ພະ​ຍົບ​ຄັ້ງ​ໃຫຍ່ ແລະ ການ​ປິດ​ການ​ສັນ​ຈອນ ລວມ​ທັງ​ຖ້ຽວ​ບິນ.

ຄວາມ​ໂນ້ມ​ອຽງ​ໂດຍ​ທົ່ວ​ໄປ​ໃນ​ມະ​ຫາ​ສະ​ໝຸດ ອິນ​ເດຍ ແລະ ໃນ​ມະ​ຫາ​ສະ​ໝຸດ ປາ​ຊີ​ຟິກ ໄດ້​ເປັນ​ຍ້ອນ​ນໍ້​າ​ທີ່​ມີ​ຄວາມ​ອຸ່ນກວ່າ​ປົກ​ກະ​ຕິ ແລະ ພາ​ວະ​ໂລກ​ຮ້ອນ​ອາດ​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ມັນ,” ອີງ​ຕາມ​ການ​ກ່າວ​ຂອງ​ທ່ານ ເຈ​ສັນ ນິ​ໂຄ​ລ​ສ໌, ນັກ​ພະ​ຍາ​ກອນ​ອາ​ກາດ​ອາ​ວຸ​ໂສ ຈາກ​ອົງ​ການ​ພະ​ຍາ​ກອນ​ອາ​ກາດ ອາ​ເມ​ຣິ​ກາ AccuWeather.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG