ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄິວບາປາບປາມພວກຈັດການປະທ້ວງ ໃນຮາ​ວາ​ນາ ກ່ອນການ​ເດີນ​ຂະ​ບວນ​ທີ່ ​ວາງ​ແຜນ​ໄວ້​​ຈະ​ເກີດ​ຂຶ້ນ

Cuba Cracks Down on Protest Organizers Ahead of Planned March
please wait

No media source currently available

0:00 0:01:56 0:00

ຕຳຫລວດຄິວບາຢູ່ໃນນະຄອນຫຼວງຮາ​ວາ​ນາ ແລະໄດ້​ປະ​ຈຳຢູ່​ຕາມຖະໜົນຫົນທາງສາຍຕ່າງໆ ເປັນຈຳນວນຫຼວງຫຼາຍ ເພື່ອປ້ອງກັນບໍ່ໃຫ້ມີການ​ເດີນ​ຂະ​ບວນປະທ້ວງເກີດ​ຂຶ້ນໄດ້

ຕຳຫລວດຄິວບາໄດ້ປາບປາມພວກຈັດການປະທ້ວງຢູ່ໃນນະຄອນຫຼວງຮາ​ວາ​ນາໃນວັນຈັນຜ່ານ​ມານີ້ ແລະໄດ້ລົງໄປ​ປະ​ຈຳຢູ່​ຕາມຖະໜົນຫົນທາງສາຍຕ່າງໆ ເປັນຈຳນວນຫຼວງຫຼາຍ ເພື່ອປ້ອງກັນບໍ່ໃຫ້ມີການ​ເດີນ​ຂະ​ບວນປະທ້ວງເກີດ​ຂຶ້ນໄດ້. ແຕ່​ຢ່າງ​ໃດກໍ​ຕາມ ບັນ​ດາ​ຊາວ​ຄິວ​ບາຕ່າງແດນ ທີ່​ຢູ່​ໃນພາກ​ສ່ວນ​ອື່ນ​ຂອງ​ໂລກລວມ​ທັງ​ຢູ່​ໃນສະ​ຫະ​ລັດ​ໄດ້ພາ​ກັນ​ປະ​ທ້ວງເພື່ອ​ຕ້ານ​ລະ​ບອບ​ການ​ປົກ​ຄອງ​ຜະ​ເດັດ​ການທີ່​ມີ​ມາ​ແຕ່​ດົນ​ນານ​ໃນ​ເກາະ​ແຫ່ງນັ້ນ. ບັນ​ດາ​ນັກ​ຂ່າວ​ຂອງວີ​ໂອ​ເອພະ​ແນກ​ພາ​ສາ​ສະ​ເປນ ໄດ້​ໂອ້​ລົມ​ກັບ​ພວກ​ປະ​ທ້​ວງ​ຢູ່​ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນແລະ​ນະ​ຄອນ​ມາຍອາ​ມີ, ລັດ​ຟ​ລໍ​ຣິ​ດາ. Richard Green ມີ​ລາຍ​ງານ ​ກ່ຽວ​ກັບການ​ປະ​ທ້ວງ ຕໍ່ຕ້ານລັດ​ຖະ​ບານ​ທີ່​ວ່ານີ້ ຊຶ່ງ​ບົວ​ສະ​ຫວັນ​ຈະ​ນຳ​ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ຖະ​ໜົນ​ສ​າຍຕ່າງໆ​ໃນ​ນະ​ຄອນ​ຫລວງຮາ​ວາ​ນາ​ແມ່ນ​ມີ​ຄວາມ​ງຽບ​ສະ​ຫງົບ​ໃນ​ວັນ​ຈັນ​ຜ່ານ​ມາ ໃນ​ຂະ​ນະ​ທີ່​ງານ​ບຸນ ​ໃນ​ຄຸ້ມ​ບ້ານທີ່​ຄົນ​ນິ​ຍົມຈັດ​ຢູ່​ໃນ​ສວນ​ສາ​ທາ​ລະ​ນະ ແລະ​ສະ​ຖານ​ທີ່​ຕ່າງໆ ໄດ້​ຈັດຂຶ້ນ​ແທນ​ໃຫ້ແກ່​ການ​ປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານທີ່​ໄດ້​ວາງ​ແຜນໄວ້ວ່າ​ຈະ​ຈັດ​ຂຶ້ນນັ້ນ​.

ຝູງ​ຕຳຫຼວດ​ທີ່​ໃນເຄື່ອງ​ແບບ​ ແລະ​ນອກ​ເຄື່ອງ​ແບບ​ໄດ້​ຖືກ​ສົ່ງ​ໄປປະຕິ​ບັດ​ງານ​ຢູ່​ທົ່ວ​ນະຄອນຫຼວງ​ຂອງຄິວບາ, ໄປປະຈຳ​ຢູ່​ຕາມ​ຖະໜົນ​ຫົນທາງ​ ແລະ​ລາດຕະ​ເວນ​ຢູ່​ສວນສາທາລະນະຕ່າງໆ ​ແລະ​ສະໜາມ​ຫຼວງ​ຂອງ​ເມືອງ​ແຫ່ງນັ້ນ.

​ບັນ​ດາຜູ້ນໍາຂອງກຸ່ມອາ​ຄີ​ແ​ພ​ເອ​ລາ​ໂກ (Archipiélago), ຊຶ່ງເປັນ​ກຸ່ມ​ຝ່າຍ​ຕ້ານ ລັດ​ຖະ​ບານໄດ້​ປະ​ກາດ​ວ່າ ກຸ່ມ​ດັ່ງ​ກ່າວ​ຈະຈັດການປະທ້ວງຢ່າງ​ໃຫຍ່ທີ່ເອີ້ນວ່າ “ການ​ເດີນ​ຂະ​ບວນປະ​ທ້ວງຂອງ​ພົນ​ລ​ະ​ເມືອງ​ເພື່ອແນ​ໃສ່​ເຮັດ​ໃຫ້​ເກີດ​ການ​ປ່ຽນ​ແປງ", ເຊິ່ງລັດຖະບານຄິວບາໄດ້ອະທິບາຍວ່າເປັນ "ການຕ້ານການປະຕິວັດ" ແລະ ກ່າວວ່າເປັນສ່ວນນຶ່ງຂອງແຜນການແຊກແຊງຂອງສະຫະລັດ.​

ແຕ່​ວ່າຕຳຫຼວດ​ໄດ້​ປິດ​ລ້ອມ ​ເຮືອນ​ຂອງ​ຜູ້ນຳ​ຂອງ​ກຸ່ມອາ​ຄີ​ແ​ພ​ເອ​ລາ​ໂກ (Archipiélago), ທ່ານ​ຢູ​ເນຍ ກາ​ເຊຍ ອາ​ກິວ​ເລີ​ຣາ (Yunior Garcia Aguilera) ​ແລະ​ນັກ​ເຄື່ອນ​ໄຫວຄົນ​ອື່ນໆ ​ພ້ອມ​ທັງ​ນັກ​ຂ່າວ​ອິດ​ສະ​ຫຼະ​ໃນ​ມື້​ກ່ອນໜ້ານັ້ນ ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເຂົາ​ເຈົ້າ​ອອກ​ຈາກເຮືອນ​ໄດ້.

ໃນຂະນະ​ທີ່​ການປະ​ທ້ວງ​ຖືກ​ສະກັດ​ກັ້ນໄວ້​ຢູ່​ໃນນະຄອນຫລວງ​ຮາ​ວາ​ນານັ້ນ ບັນ ດາຊາວ​ຄິວ​ບາ​ຢູ່​ຕ່າງ​ປະ​ເທດ ກໍ​ໄດ້​ເດີນ​ຂະ​ບວນຢູ່​ຕາມຖະໜົນ​ຫົນທາງ ​ໃນ​ນະ ຄອນຫລວງ​ເມັກ​ຊິ​ໂກຊີ​ຕີ (Mexico City) ຂອງ​ເມັກ​ຊິ​ໂກ ​ແລະບັນດາ​ຕົວ​ເມືອງ​ອື່ນໆ​ໃນ​ທົ່ວຂົງ​ເຂດ​ອາ​ເມ​ຣິ​ກາ​ລາ​ຕິນ ​ເພື່ອສະ​ແດງ​ຄວາມເປັນ​ນ້ຳ​ນຶ່ງ​ໃຈ​ດຽວ​ກັບ​ພວກພີ່ນ້ອງ​ຮ່ວມ​ຊາດ​ຂອງ​ເຂົາ​ເຈົ້າ.

ທຸງ​ຊາດ​ຄິວ​ບາ​ໄດ້​ປົກປ່ອງ​ຢ້ຽມເຮືອນ​ຂອງທ່ານ Yunior Garcia, ​ດາ​ລາ​ສະ​ແດງ, ນັກ​ຂຽນ​ບົດ​ລະ​ຄອນ ແລະ​ຜູ້​ນຳ​ຂອງກຸ່ມ Facebook ທີ່ເອື້ອນ​ວ່າ Archipelago ໃນ​ນ​ະ​ຄອນ​ຫລວງຮາ​ວານ, 15 ພະ​ຈິກ, 2021
ທຸງ​ຊາດ​ຄິວ​ບາ​ໄດ້​ປົກປ່ອງ​ຢ້ຽມເຮືອນ​ຂອງທ່ານ Yunior Garcia, ​ດາ​ລາ​ສະ​ແດງ, ນັກ​ຂຽນ​ບົດ​ລະ​ຄອນ ແລະ​ຜູ້​ນຳ​ຂອງກຸ່ມ Facebook ທີ່ເອື້ອນ​ວ່າ Archipelago ໃນ​ນ​ະ​ຄອນ​ຫລວງຮາ​ວານ, 15 ພະ​ຈິກ, 2021

ຊາ​ວ​ຄິວ​ບາ​ຜູ້ນຶ່ງ​ທີ່ບອກ​ຊື່​ເວົ້າ​ອອກ​ມາ​ເປັນ​ພາ​ສາ​ສະ​ເປນວ່າ:
“ພວກເຮົາກຳລັງຈະຕາຍ, ຄິວບາກຳລັງຈະຕາຍ, ນັ້ນຄືຄວາມຈິງ, ນັ້ນຄືຄວາມເປັນຈິງຂອງບ້ານເກີດເມືອງນອນຂອງຂ້ອຍ. ຂ້ອຍບໍ່ແມ່ນນັກການເມືອງ, ຂ້ອຍບໍ່ເຄີຍອອກມາປະທ້ວງ, ແຕ່ດຽວນີ້ ຂ້ອຍອອກມາ. ນີ້ຄືຄວາມເຈັບປວດ ແລະຄວາມໂກດເຄືອງ. ພວກເຮົາບໍ່ຢ້ານ. ພວກເຂົາຈະຕ້ອງພັງທະລາຍລົງ ບໍ່ໄວ ກໍຊ້າ, ແລະພວກເຮົາຄາດຫວັງວ່າຈະໄດ້ຮັບແຕ່ຄວາມຍຸຕິທໍາເທົ່ານັ້ນແລະບໍ່ແມ່ນ ການແກ້ແຄ້ນຄືນ.”

ການ​ປະ​ທ້ວງ​ຍັງ​ໄດ້​ເກີດ​ຂຶ້ນ​ໃນ​ວັນ​ຈັນ​ຜ່ານ​ມາ ທີ່​ເມືອງ​ມາຍ​ອາ​ມີ, ລັດ​ຟລໍຣິດາ ຊຶ່ງ​ເປັນ​ບ່ອນ​ອາ​ໄສ​ຂອງ​ພວກ​ອົບ​ພະຍົບຊາວ​ຄິວ​ບາ​ເປັນ​ຈຳນວນ​ຫຼວງ​ຫຼາຍ ແລະ​ລູກ​ຫລານ​ຂອງ​ພວກ​ເຂົາ​ເຈົ້າ...... ແລະຢູ່ຕໍ່ໜ້າສະຖານເອກ​ອັກ​ຄະ​ລັດ​ຖະທູດຄິວບາ ປະຈຳນະ​ຄອນ​ຫລວງ ວໍຊິງຕັນ.

ການ​ເດີນ​ຂະ​ບວນ​ຢູ່​ນະ​ຄອນຫຼວງຮາ​ວາ​ນາ ​ແມ່ນກຳ​ນົດ​ວ່າ​ຈະ​ຈັດ​ຂຶ້ນ​ເປັນ​ການ​ປະ​ທ້ວງ ລຸນ​ຫລັງ​ການ​ເດີນ​ຂະ​ບວນແບບ​ສັນ​ຕິ ທີ່​ໄດ້​ຈັດ​ຂຶ້ນ​ໃນ​ເດືອນ​ກໍ​ລະ​ກົດ ຜ່ານ​ມາ ທີ່ສິ້ນ​ສຸດ​ລົງ​ດ້ວຍ​ການ​ປາບ​ປາມ​ຄັ້ງ​ໃຫຍ່​ໂດຍ​ຕຳຫຼວດ ແລະ​ກອງ​ທັບ​ຂອງ​ຄິວບາ ທີ່​ພາ​ໃຫ້​ມີ​ການ​ຈັບ​ກຸມ​ຜູ້​ເດີນ​ຂະ​ບວນ​ຫລາຍພັນ​ຄົນ. ຫຼາຍຄົນກໍຍັງປະເຊີນກັບຂໍ້ກ່າວຫາຢູ່.

ຜູ້​ຄົນ​ເຂົ້າ​ໄປ​ຮ່ວມ​ການ​ປະ​ທ້ວງ​ເພື່ອ​ສະ​ໜັບ​ສະ​ໜຸນພວກ​ຕໍ່​ຕ້ານ​ລັດ​ຖະ​ບານ​ເພື່ອຮຽກ​ຮ້ອງ​ໃຫ້​ມີ​ສິດ​ທິ​ມະ​ນຸດໃນສະ​ໜາມ​ຫລວງ Puerta del Sol ໃນນະ​ຄອນ Madrid ຂອງ​ສະ​ເປນ, 15 ພະ​ຈິກ, 2021

XS
SM
MD
LG