ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອົງການອະນາໄມໂລກ ກຳລັງເຮັດວຽກ ກ່ຽວກັບ ຂໍ້ຕົກລົງ ປ້ອງກັນໂຣກລະບາດສາກົນ


ໂລໂກຂອງອົງການອະນາໄມໂລກ ຢູ່ສຳນັກງນໃຫຍ່ຂອງເຂົາເຈົ້າໃນນະຄອນ ເຈນີວາ. 9 ຕຸລາ, 2020.
ໂລໂກຂອງອົງການອະນາໄມໂລກ ຢູ່ສຳນັກງນໃຫຍ່ຂອງເຂົາເຈົ້າໃນນະຄອນ ເຈນີວາ. 9 ຕຸລາ, 2020.

ອົງການອະນາໄມໂລກ ຫຼື WHO ໄດ້ເລີ່ມຂະບວນການທີ່ຍືດຍາວເພື່ອພັດທະ ນາຂໍ້ຕົກລົງສາກົນ ກ່ຽວກັບ ການປ້ອງກັນ ແລະ ຄວບຄຸມໂຣກລະບາດໃນອະນາຄົດ.

ສະພາສາທາລະນະສຸກໂລກ ຂອງອົງການອະນາໄມໂລກ, ເຊິ່ງແມ່ນກຸ່ມທີ່ທຳການຕັດສິນໃຈຂອງອົງການດັ່ງກ່າວ ໄດ້ຮັບຮອງເອົາຄວາມພະຍາຍາມນັ້ນໃນຕອນທ້າຍຂອງກອງປະຊຸມພິເສດສາມວັນ ທີ່ດົນໆຖືກຈັດຂຶ້ນເທື່ອນຶ່ງຢູ່ສຳນັກ ງານໃຫຍ່ຂອງອົງການດັ່ງກ່າວ ໃນນະຄອນ ເຈນີວາ. ແຜນ ການທີ່ວ່ານັ້ນທີ່ມີຊື່ວ່າ “ໂລກທີ່ພ້ອມພຽງກັນ” ຫຼື The World Together, ໄດ້ຖືກສ້າງຂຶ້ນໃນຂະ ນະທີ່ໂລກກຳລັງປະເຊີນໜ້າກັບໄວຣັສໂຄໂຣນາສາຍພັນໃໝ່ ໂອໄມຄຣອນ.

ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ ທ່ານ ເທດຣອສ ອາດານອມ ເກເບຣເຢຊຸສ ໄດ້ຍົກ ຍ້ອງການຕັດສິນໃຈດັ່ງກ່າວໂດຍເວົ້າວ່າ ໂຣກລະບາດໄດ້ເປີດເຜີຍຂໍ້ບົກຜ່ອງໃນການນຳໃຊ້ ແລະ ການປະຕິບັດກົດລະບຽບດ້ານສາທາ ລະນະສຸກສາກົນ ທີ່ຖືກຕັ້ງຂຶ້ນໂດຍອົງການອະນາໄມໂລກໃນປີ 2005.

ຂໍ້ຕົກລົງດັ່ງກ່າວຈະສ້າງຕັ້ງມາດຕະຖານສາກົນ ກ່ຽວກັບ ບັນຫາຕ່າງໆນັບຈາກການແລກປ່ຽນຂໍ້ມູນ ແລະ ກຸ່ມຢີນ ຫຼື ການຈັດລຳດັບສາຍພັນຂອງໄວຣັສ ທີ່ກຳລັງເກີດຂຶ້ນ ເພື່ອແຈກຢາຍຢາວັກຊີນ ແລະ ຢາປິ່ນປົວຢ່າງເທົ່າທຽມກັນ.

ການຕັດສິນໃຈໃນວັນພຸດວານນີ້ຈະເລີ່ມຕົ້ນຂັ້ນຕອນຂອງການຮ່າງ ແລະ ການເຈລະຈາຂໍ້ຕົກລົງດັ່ງກ່າວ, ເຊິ່ງບໍ່ຄາດວ່າຈະສຳເລັດຈົນຮອດເດືອນພຶດສະພາ 2024.

ສະຫະພາບຢູໂຣບ ໄດ້ທຳການຜັກດັນສຳລັບຂໍ້ຕົກລົງ ກ່ຽວກັບ ສົນທິສັນຍາສາກົນທີ່ມີຂໍ້ຜູ້ມັດຕາມກົດໝາຍ, ພ້ອມກັບປະມານ 70 ປະເທດ, ແຕ່ ບຣາຊິລ, ອິນເດຍ ແລະ ສະຫະລັດ ແມ່ນລວມຢູ່ໃນບັນດາປະເທດທີ່ບໍ່ເຕັມໃຈທີ່ຈະໃຫ້ຄຳໝັ້ນສັນຍາຕໍ່ສົນທິສັນຍາດັ່ງກ່າວ, ອີງຕາມບັນດານັກການ ທູດ.

ຫຼາຍກວ່າ 262,220,000 ຄົນມີລາຍງານວ່າ ໄດ້ຕິດໂຣກ SARS-CoV-2, ເຊິ່ງແມ່ນໄວຣັສທີ່ພາ​ໃຫ້​ເປັນ COVID-19, ແລະ 5,460,000 ຄົນໄດ້ເສຍຊີວິດຍ້ອນມັນ ນັບຕັ້ງແຕ່ມັນໄດ້ເກີດຂຶ້ນໃນ ຈີນ ໃນເດືອນທັນວາ 2019.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG