ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ໃດ ຈະຊະນະ ໃນອຸດສາຫະກຳ ປູກກັນຊາ ຂອງປະເທດໄທ?


ແຟ້ມພາບ - ຄົນງານຜູ້ນຶ່ງ ກຳລັງເບິ່ງແຍງຕົ້ນກັນຊາ ຢູ່ທີ່ຟາມໃນຈັງຫວັດຊົນບູຣີ ທາງພາກຕາເວັນອອກຂອງໄທ ໃນວັນທີ 5 ມິຖຸນາ 2022.
ແຟ້ມພາບ - ຄົນງານຜູ້ນຶ່ງ ກຳລັງເບິ່ງແຍງຕົ້ນກັນຊາ ຢູ່ທີ່ຟາມໃນຈັງຫວັດຊົນບູຣີ ທາງພາກຕາເວັນອອກຂອງໄທ ໃນວັນທີ 5 ມິຖຸນາ 2022.

ເປັນເວລາສາມປີແລ້ວ ທີ່ນາງນ້ອຍ ໄດ້ປູກຕົ້ນກັນຊາ ຢ່າງລັບໆຢູ່ໃນເຂດຊົນ ນະບົດທາງພາກຕາເວັນອອກສຽງເໜືອຂອງປະເທດໄທ ຊຶ່ງນາງຍັງຢ້ານຈະຖືກຈັບກຸມໂດຍເຈົ້າ​ໜ້າ​ທີ່ ທີ່ນຳໃຊ້ກົດໝາຍຢາເສບຕິດເພື່ອລົງໂທດຢ່າງໜັກ ເຖິງແມ່ນວ່າ ຈະໄດ້ໃຫ້ຄຳໝັ້ນສັນຍາວ່າຈະຜ່ອນຜັນກົດໝາຍດັ່ງກ່າວເທື່ອລະນ້ອຍກໍຕາມ.

ໃນວັນທີ 9 ມິຖຸນາ ກັນຊາໄດ້ຖືກປະ​ກາດ​ວ່າ​ບໍ່​ຜິດ​ກົດ​ໝາຍ​ແລ້ວ ແລະ ໃນທີ່ສຸດ ນາງເລັກ ກໍອອກມາຈາກການຫລົບລີ້​ໃນ​ການປູກຕົ້ນກັນຊາ ແລ້ວກໍກາຍມາເປັນຜູ້ປູກຝັງຢ່າງຖືກຕ້ອງຕາມກົດໝາຍ ອັນເປັນພາກສ່ວນນຶ່ງຂອງພວກຄົນທີ່ປູກຝັງລຸ້ນໃໝ່ ສູ່ຕະຫຼາດທີ່ໄດ້ຮັບຄວາມນິຍົມສູງທີ່ສຸດ ໃນປະເທດໄທ.

ນາງນ້ອຍ ອາຍຸ 34 ປີ ຜູ້ທີ່ມີຊື່ເຕັມວ່າ ປີຢາທິດາ ຈັນທຣາ ເວົ້າວ່າ “ພວກເຮົາກຳລັງຢູ່ ‘ໃນ​ໄລ​ຍະຈຸດສູນຍາກາດ’ ດັ່ງນັ້ນ ຜູ້ໃດກໍສາມາດເຮັດແນວໃດກໍໄດ້ໃນເວລານີ້” ໃນຂະນະທີ່ນາງຕັດງ່າຕົ້ນກັນຊາ 100 ກວ່າຕົ້ນຂອງນາງ ຢູ່ໃນເຂດໂຄຣາດ. ພື້ນທີ່ດັ່ງກ່າວ ແມ່ນເປັນປະຕູທາງຜ່ານສູ່ເຂດອີສານ ອັນເປັນພູມິພາກຂອງຊາວກະສິກອນປູກເຂົ້າແລະອ້ອຍສຳລັບນ້ຳຕານ ທີ່ກຳລັງປະເຊີນກັບລາຄາວັດຖຸດິບຫຼັກ ຂອງພວກເຂົາເຈົ້າ ຕົກລົງເລື້ອຍໆ ແລະໃນຄວາມຈຳ ເປັນ ຈຶ່ງຕ້ອງຫັນໄປຫາການປູກພືດທີ່ມີລາຍໄດ້ໃໝ່.

ພວກນັກລົງທຶນ ຮຽນວິທີປູກຝັງຕົ້ນກັນຊາ ຢູ່ທີ່ຟາມກັນຊາແຫ່ງນຶ່ງ ໃນຈັງຫວັດຊົນບູຣີ ທາງພາກຕາເວັນອອກຂອງໄທ ໃນວັນທີ 5 ມິຖຸນາ 2022.
ພວກນັກລົງທຶນ ຮຽນວິທີປູກຝັງຕົ້ນກັນຊາ ຢູ່ທີ່ຟາມກັນຊາແຫ່ງນຶ່ງ ໃນຈັງຫວັດຊົນບູຣີ ທາງພາກຕາເວັນອອກຂອງໄທ ໃນວັນທີ 5 ມິຖຸນາ 2022.

ປະເທດໄທ ເປັນປະເທດທຳອິດ ໃນເຂດເອເຊຍຕາເວັນອອກສຽງໃຕ້ ທີ່ເອົາບາດກ້າວແບບເສລີນິຍົມດັ່ງກ່າວ ໂດຍການຮັບຮູ້ກັນຊາເປັນຢາ ແລະພືດເສດຖະກິດ ທີ່ອາດນຳເອົາຜົນປະໂຍດຕ່າງໆມາໃຫ້.

ເສັ້ນທາງຂອງປະເທດໄປສູ່ການກາຍເປັນສະຫວັນສຳລັບພວກຜູ້ຊົມ​ໃຊ້ກັນຊາ ແລະພວກນັກລົງທຶນນັ້ນ ເປັນການບໍ່ຄາດຄິດກັນ ຢູ່ໃນຣາຊະອານາຈັກແຫ່ງນີ້ ບ່ອນທີ່ລັດຖະບານຊຸດຕໍ່ໆມາ ໄດ້ເອົາທັດສະນະທີ່ບໍ່ອົດທົນຕໍ່ຢາເສບຕິດຢ່າງເດັດຂາດ.

ການປ່ຽນແປງ ໄດ້ເລີ້ມເກີດຂຶ້ນໃນການເລືອກຕັ້ງປີ 2019 ໂດຍການປະຕິຍານຂອງທ່ານອະນຸທິນ ຊານວີຣະກູນ ມະຫາເສດຖີພັນລ້ານຜູ້ທີ່ມີອິດທິພົນແລະຄວາມກະຕີລືລົ້ນໃຫຍ່ທາງດ້ານການເມືອງ ທີ່ໄດ້ໃຫ້ຄຳໝັ້ນສັນຍາຈະປົດລັອກກົດໝາຍ ເພື່ອຊ່ອຍເຫຼືອຊາວກະສິກອນ ໃນເຂດພື້ນທີ່ພາກອີສານ ດ້ວຍພືດທີ່ມີລາຍໄດ້ໃໝ່ ທີ່ເປັນຫຼັກສຳລັບຕະຫຼາດຢາ.

ແຟ້ມພາບ - ຄົນສູບກັນຊາ ເພື່ອສະຫຼອງທີ່ກັນຊາຖືກຕ້ອງຕາມກົດໝາຍ ຢູ່ໃນປະເທດໄທ: ໃນງານມະຫາກຳວັນທ້າຍສັບປະດາ 420 Legalaew! ທີ່ຈັດຂຶ້ນໂດຍກຸ່ມ Highland ໃນຈັກຫວັດ ນະຄອນປະຖົມ ໃນວັນທີ 11 ມິຖຸນາ 2022.
ແຟ້ມພາບ - ຄົນສູບກັນຊາ ເພື່ອສະຫຼອງທີ່ກັນຊາຖືກຕ້ອງຕາມກົດໝາຍ ຢູ່ໃນປະເທດໄທ: ໃນງານມະຫາກຳວັນທ້າຍສັບປະດາ 420 Legalaew! ທີ່ຈັດຂຶ້ນໂດຍກຸ່ມ Highland ໃນຈັກຫວັດ ນະຄອນປະຖົມ ໃນວັນທີ 11 ມິຖຸນາ 2022.

ພາກອີສານ ແມ່ນມີປະຊາກອນອາໄສ​ຢູ່ຢ່າງໜາແໜ້ນ ຊຶ່ງເປັນສ່ວນນຶ່ງຂອງໄທ ແລະຈະເປັນພື້ນທີ່ສຳຄັນຍິ່ງທີ່ຈະໄດ້ຮັບຄະແນນສຽງ ໃນການເລືອກຕັ້ງໃຫຍ່ຄັ້ງຕໍ່ໄປ ທີ່ໄດ້ຖືກກຳນົດໃສ່ໃນໄຕມາດທີນຶ່ງຂອງປີໜ້ານີ້.

ການເປີດແຫລ່ງລາຍຮັບໃໝ່ທີ່ມີທ່າແຮງຫຼາຍພັນລ້ານໂດລາຍັງໄດ້ຮັບການຕອບຮັບຢ່າງອົບອຸ່ນ ຈາກການຜູກຂາດທີ່ຄອບງຳໂດຍເສດຖະກິດຂອງໄທ ແລະໄດ້ຮັບການສະໜັບສະໜຸນໂດຍລັດຖະບານທີ່ເຊື່ອມໂຍງກັບກອງທັບ ຊຶ່ງທ່ານອະນຸທິນ ຮັບຕຳແໜ່ງເປັນລັດຖະມົນຕີກະຊວງສາທາລະນະສຸກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG