ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພັກໃດ ຈະໄດ້ເຂົ້າຄວບຄຸມ ສະພາສູງ ຂອງສະຫະລັດ?


ຫໍລັດຖະສະພາ ສະຫະລັດ, ນະຄອນຫຼວງ ວໍຊິງຕັນ.
ຫໍລັດຖະສະພາ ສະຫະລັດ, ນະຄອນຫຼວງ ວໍຊິງຕັນ.

“ການຄວບຄຸມສະພາສູງແມ່ນຍັງບໍ່ມີຄວາມແນ່ນອນມາເຖິງຕອນເຊົ້າວັນພຸດມື້ນີ້ ໃນຂະນະທີ່ການແຂ່ງຂັນ ໃນລັດຕ່າງໆລວມທັງ ລັດ ຄາໂຣໄລນາເໜືອ, ເມນ ແລະ ຈໍເຈຍ ຍັງຄົງໄວເກີນໄປທີ່ຈະຕັດສິນໄດ້.

ໃນລັດໂຄໂລຣາໂດ, ພັກເດໂມແຄຣັດ ໄດ້ທຳການຍຶດຄອງທີ່ສຳຄັນເມື່ອຜູ້ປົກຄອງລັດສັງພັກຣີພັບບລີກັນຄົນປັດຈຸບັນ ທ່ານ ຄໍຣີ ກາດເນີ ໄດ້ຜ່າຍແພ້ໃຫ້ຜູ້ ທ້າຊິງຈາກພັກເດໂມແຄຣັດ ທ່ານ ຈອນ ຮິກເຄັນລູເປີ, ເຊິ່ງແມ່ນອະດີດຜູ້ປົກຄອງລັດ. ທ່ານ ກາດເນີ ແມ່ນເຈົ້າໜ້າທີ່ພັກຣີພັບບລີກັນຄົນສຸດທ້າຍທີ່ຍັງເຫຼືອຢູ່ໃນທົ່ວລັດ, ໃນລັດທີ່ຄັ້ງນຶ່ງເຄີຍຖືກພິຈາລະນາ ເປັນສະໜາມແຂ່ງຂັນການ ເລືອກຕັ້ງ.

ອີງຕາມລາຍງານທີ່ບໍ່ເຂົ້າຂ້າງພັກການເມືອງໃດຊື່ວ່າ Cook Political ນັ້ນ, ມີພຽງ 7 ບ່ອນນັ່ງຈາກ 35 ບ່ອນນັ່ງໃນສະພາສູງເທົ່ານັ້ນ ທີ່ໄດ້ມີການເລືອກຕັ້ງວັນອັງຄານວານນີ້ ຖືກປະເມີນວ່າ ທັງສອງຝ່າຍມີໂອກາດທີ່ເທົ່າໆກັນ.

ສະພາສູງພັກຣີພັບບລີກັນໃນວັນອັງຄານວານນີ້ ຍັງຄອບຄອງສຽງສ່ວນຫຼາຍ 53 ຕໍ່​ 47, ແຕ່ໄດ້ປະເຊີນກັບວົງຈອນການເລືອກຕັ້ງທີ່ລຳບາກ ໃນເມື່ອເຂົາເຈົ້າກຳລັງປ້ອງກັນບ່ອນຫຼາຍເຖິງສອງເທົ່າຈາກພັກເດໂມແຄຣັດໃນປີນີ້.

ພັກຣີພັບບລີກັນ ໄດ້ຊະນະບ່ອນນັ່ງໃນລັດ ອາລາບາມາ, ດ້ວຍອະດີດຄູເຝິກ ກິລາ ອາເມຣິກັນ ຟຸດບອລ ທີ່ໄດ້ຮັບການສະໜັບສະໜູນໂດຍທ່ານ ທຣຳ, ທ່ານ ທອມມີ ທູເບີວີລ ໄດ້ຊະນະຜູ້ກຳຕຳແໜ່ງຄົນປັດຈຸບັນ ຄືສະມາຊິກສະພາສູງສັງກັດພັກເດໂມແຄຣັດ ທ່ານ ດັກ ໂຈນສ໌. ຕຳແໜ່ງສະພາສູງຂອງລັດ ອາລາບາມາ ແມ່ນຕຳແໜ່ງທີ່ເປັນການເລືອກທີ່ບໍ່ແນ່ນອນ ທີ່ຖືກຄອບຄອງ ໂດຍພັກເດໂມແຄຣັດໃນປີນີ້.

ດ້ວຍການຊະນະໃນລັດ ໂຄໂລຣາໂດ ແລະ ຜ່າຍແພ້ໃນລັດ ອາລາບາມາ, ພັກ ເດໂມແຄຣັດຕອນນີ້ຕ້ອງການຊະນະ 3 ບ່ອນນັ່ງ ຖ້າຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີສັງກັດພັກເດໂມ-
ແຄຣັດທ່ານ ໂຈ ໄບເດັນ ໄດ້ຊະນະ ຕຳແໜ່ງປະທານາທິບໍດີ ແລະ 4 ບ່ອນນັ່ງຖ້າປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ຖືກເລືອກຄືນ.

ດ້ວຍພັກເດໂມແຄຣັດ ສືບຕໍ່ຂະຫຍາຍສຽງສ່ວນຫຼາຍຂອງເຂົາເຈົ້າໃນສະພາຕໍ່າ ສະຫະລັດ ນັ້ນ, ການຄວບຄຸມສະພາສູງແມ່ນຈະມີຄວາມສຳຄັນຫຼາຍຕໍ່ຄວາມສຳເລັດໃນວາລະແຜນການຂອງຄົນຕໍ່ໄປທີ່ເຂົ້າຄວບຄຸມທຳນຽບຂາວ. ພັກທີ່ມີສຽງສ່ວນຫຼາຍໃນສະພາສູງ ຍັງຈະພິຈາລະນາການແຕ່ງຕັ້ງຕໍາແໜ່ງໃນສານສູງສຸດ ແລະ ຜູ້ພິພາກສາລັດຖະບານກາງໃນອະນາຄົດ.

ຜູ້ນຳສຽງສ່ວນຫຼາຍສະພາສູງ ທ່ານ ມິຈ ແມັກຄອນແນລ ຈາກລັດເຄັນຕັກກີ ໄດ້ຊະນະກາເລືອກຕັ້ງຄືນຕາມທີ່ໄດ້ຄາດການໄວ້, ແມ່ນກະທັ້ງທີ່ໄດ້ປະເຊີນກັບການທ້າຊິງຈາກຄູ່ແຂ່ງທີ່ໄດ້ຮັບທຶນຊ່ວຍເຫຼືອຢ່າງຫຼວງຫຼາຍຄືທ່ານນາງ ເອມີ ແມັກກາທ໌ ສັງກັດພັກເດໂມແຄຣັດ.

ໃນຄຳປາໄສໄຊຊະນະໃນຄືນວັນອັງຄານວານນີ້, ທ່ານ ແມັກຄອນແນລ ໄດ້ ກ່າວວ່າປະເທດໄດ້ປະເຊີນກັບສິ່ງທ້າທາຍຢ່າງຫຼວງຫຼາຍ ໃນຕໍ່ໜ້າຫຼັງຈາກການເລືອກຕັ້ງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG