ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອົງການອະນາໄມໂລກກ່າວວ່າ ພວກຄົນໜຸ່ມ ອາດຕິດພະຍາດ ໂຄວິດ-19 ຢ່າງຮຸນແຮງ ໄດ້


ຄົນເປັນພະຍາດ COVID-19 ພາກັນນອນພັກຜ່ອນ ຢູ່ບ່ອນດ່ຽວ ຂອງສະໜາມກິລາ Kenyatta ບ່ອນທີ່ມີບ່ອນກວດພະຍາດ ແລະໂຮງໝໍສະໜາມຕັ້ງຢູ່ ວັນທີ 28 ກໍລະກົດ, 2020
ຄົນເປັນພະຍາດ COVID-19 ພາກັນນອນພັກຜ່ອນ ຢູ່ບ່ອນດ່ຽວ ຂອງສະໜາມກິລາ Kenyatta ບ່ອນທີ່ມີບ່ອນກວດພະຍາດ ແລະໂຮງໝໍສະໜາມຕັ້ງຢູ່ ວັນທີ 28 ກໍລະກົດ, 2020

ການກັບຄືນມາອີກຂອງພະຍາດໂຄວິດ-19 ຢູ່ໃນຫລາຍປະເທດ ແມ່ນ “ໄດ້ຮັບ ການຜັກດັນຈາກພວກຄົນທີ່ໜຸ່ມ ທີ່ລົດຫລະໃນການເຝົ້າລະມັດລະວັງຂອງຕົນ ໃນລະດູຮ້ອນຢູ່ຊີກໂລກເໜືອ” ນັ້ນຄືຄໍາເວົ້າຂອງທ່ານ ເທດຣອສ ອາດານອມ ເກເບຣເຢຊຸສ (Tedros Adhanom Ghebreyesus) ໃນວັນພະຫັດວານນີ້.

ພວກຊາວໜຸ່ມ ໂດຍທີ່ຫລາຍຄົນບໍ່ໄດ້ໃສ່ໜ້າກາກປິດປາກ ພາກັນບໍ່ສົນ ໃຈນໍາຄໍາແນະນໍາໃຫ້ຮັກສາການຢູ່ຫ່າງກັນ ໄປເຕົ້າໂຮມກັນເຕັມຢູ່ໃນຮ້ານກິນດື່ມ ຫລື ບາ, ສະຖານບັນເທີງກາງຄືນ ຫລື nightclubs ແລະຫາດຊາຍທີ່ໄດ້ເປີດ ໃຫ້ຄົນໄປທ່ຽວໄດ້ຄືນອີກ ນັບແຕ່ພວກເຈົ້າໜ້າທີ່ໄດ້ຍົກເລີກການຈໍາກັດກ່ຽວ ກັບໄວຣັສໂຄໂຣນາ.

“ພວກຊາວໜຸ່ມສ່ວນຫລາຍ ທີ່ໄດ້ຕິດເຊື້ອຂ້ອນຂ້າງວ່າຈະເປັນພະຍາດນີ້ ໂດຍມີອາການບໍ່ຮ້າຍແຮງ. ແຕ່ວ່າ ມັນກໍເປັນແບບນັ້ນສະເໝີໄປ,” ນັ້ນຄືຄໍາເວົ້າ ຂອງທ່ານ ນາງ ມາເຣຍ ແວນ ເຄໂຄຟ (Maria Van Kerkhove), ນັກຊ່ຽວຊານດ້ານໂຣກ ລະບາດຂອງ ອົງການອະນາໄມໂລກ ທີ່ເອີ້ນບັນດາ ໄນຄລັບ (nightclub) ວ່າ “ເປັນແຫລ່ງຂະ ຫຍາຍການຕິດແປດພະຍາດ.”

ພວກຊາວໜຸ່ມທີ່ມີອາການເລັກນ້ອຍ ຫລືບໍ່ມີອາການເລີຍ ສາມາດທີ່ຈະແຜ່ຜາຍ ໄວຣັສໄປຫາພວກຄົນອາຍຸແກ່ກວ່າທີ່ ຕິດພະຍາດໄດ້ງ່າຍກວ່ານັ້ນ.

ຢູ່ໃນບຣາຊີລນັ້ນ, ທ່ານ ແຈ ໂບລໂຊນາໂຣ (Jair Bolsonaro) ທີ່ມີຜົນກວດ ໄວ ຣັສໂຄໂຣນາເປັນບວກໃນວັນທີ 7 ກໍລະກົດ ແລ້ວຈາກນັ້ນມີຜົນກວດເປັນລົບໃນ ວັນເສົາແລ້ວນີ້ ເວົ້າວ່າ ພາຍຫລັງທີ່ໄດ້ຢູ່ແຕ່ໃນບ້ານ ຫລືຕຶກອາຄານ ເປັນເວລາ 20 ວັນ ທ່ານມີເຊື້ອຣາຢູ່ໃນປອດ. ທ່ານໄດ້ຮັບການປິ່ນປົວໂດຍໃຊ້ຢາຕ້ານເຊື້ອ. ທ່ານໄດ້ກ່າວເຖິງໂຄວິດ-19 ຊໍ້າແລ້ວຊໍ້າອີກວ່າເປັນ “ໄຂ້ຫວັດໜ້ອຍນຶ່ງ.”

ຮອດຕອນແລງວັນພະຫັດວານນີ້ ບຣາຊີລມີກໍລະນີຄົນເປັນພະຍາດນີ້ທີ່ໄດ້ຮັບ ການຢືນຢັນ 2.6 ລ້ານຄົນ ແລະມີຄົນເສຍຊີວິດໄປແລ້ວ 91,263 ຄົນ, ອີງຕາມ ສູນກາງແຫລ່ງຊັບພະຍາກອນໄວຣຣັສໂຄໂຣນາ ຈອນສ໌ ຮອບຄິນສ໌.

ຢູ່ໃນກໍລະນີທີ່ໄດ້ຮັບການຢັ້ງຢືນນັ້ນ ລວມມີ ສະຕີໝາຍເລກນຶ່ງຂອງບຣາຊີລ, ທ່ານນາງ ມີແຊລ ໂບລໂຊນາໂຣ (Michelle Bolsonaro) ຜູ້ທີ່ມີຜົນກວດເປັນ ບວກໃນວັນພະຫັດວານນີ້, ອີງຕາມຖະແຫລງການຈາກທຳນຽບປະທານາທິບໍດີ. ແລະລັດຖະມົນຕີກະຊວງວິທະຍາສາດ ແລະເທັກໂນໂລຈີ ມາຄອດສ໌ ພອນເຕສ (Marcos Pontes) ກໍເວົ້າວ່າ ທ່ານຖືກກວດໄວຣັສທີ່ພົບວ່າມີຜົນບວກເຊັ່ນກັນ ຊຶ່ງເຮັດໃຫ້ທ່ານກາຍເປັນຄະນະລັດຖະມົນຕີຜູ້ທີ 5 ທີ່ຖືກວິນິໄສວ່າເປັນ ພະຍາດນີ້ຢ່າງເປີດເຜີຍ.

ຜູ້ນໍາຂອງເຂດກາຕາໂລເນຍຢູ່ທາງພາກຕາເວັນອອກສຽງເໜືອຂອງສະເປນ ກໍາລັງເຕືອນພວກຄົນໜຸ່ມວ່າ ໃຫ້ພາກັນເຊົາການຈັດງານສັງສັນ ຖ້າບໍ່ດັ່ງນັ້ນ ແລ້ວ ພວກ ເຈົ້າໜ້າທີ່ອາດຈະວາງມາດຕະການຈໍາກັດ ທີ່ເຄັ່ງຄັດກວ່າ ເກົ່າອອກມາ.

ອັງກິດກໍາລັງລາຍງານວ່າມີ ກໍລະນີຕິດໂຄວິດ-19 ລາຍໃໝ່ໃນຈໍານວນສູງສຸດ ນັບແຕ່ເດືອນມິຖຸນາເປັນຕົ້ນມາ ໂດຍທີ່ພວກເຈົ້າໜ້າທີ່ເຕືອນວ່າ ອາດຈໍາເປັນ ຕ້ອງໃຫ້ມີການກັກກັນຕົວເພີ້ມຂຶ້ນອີກ.

ບັນດາເຈົ້າໜ້າທີ່ການແພດຂອງອັງກິດ ໄດ້ບັນທຶກວ່າມີການຕິດເຊື້ອລາຍໃໝ່ຢູ່ 846 ກໍລະນີໃນວັນພະຫັດວານນີ້ ແລະລັດຖະມົນຕີກະຊວງສາທາລະນະສຸກ ແລະດູແລສຸຂະພາບຂອງສັງຄົມ, ທ່ານ ແມັດ ແຮນຄອກ (Matt Hancock) ເວົ້າວ່າ ກະແສໄວຣັສອັນທີສອງ ກໍາລັງໝູນໄປທົ່ວຢູໂຣບ ແລະເວົ້າວ່າ ອັງກິດ ຕ້ອງໄດ້ປ້ອງກັນມັນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG