ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອົງການອະນາໄມໂລກ ເຕືອນວ່າ ເຄິ່ງນຶ່ງຂອງປະຊາກອນ ໃນຢູໂຣບ ອາດຕິດເຊື້ອ ໂອໄມຄຣອນ ໃນບໍ່ເທົ່າໃດອາທິດຂ້າງໜ້ານີ້


ພວກຄົນເລາະຊື້ເຄື່ອງຂອງ ພາກັນໃສ່ໜ້າກາກ ປ້ອງກັນໄວຣັສ ໂຄວິດ-19 ກຳລັງຍ່າງຢູ່ເທິງທາງຍ່າງຂອງຖະໜົນ ແວຣຊາຍ (Versailles), ຢູ່ກ້ຳຕາເວັນຕົກຂອງນະຄອນຫຼວງປາຣີ, ວັນທີ 11 ມັງກອນ 2022.
ພວກຄົນເລາະຊື້ເຄື່ອງຂອງ ພາກັນໃສ່ໜ້າກາກ ປ້ອງກັນໄວຣັສ ໂຄວິດ-19 ກຳລັງຍ່າງຢູ່ເທິງທາງຍ່າງຂອງຖະໜົນ ແວຣຊາຍ (Versailles), ຢູ່ກ້ຳຕາເວັນຕົກຂອງນະຄອນຫຼວງປາຣີ, ວັນທີ 11 ມັງກອນ 2022.

ອົງການອະນາໄມໂລກໄດ້ເປີດເຜີຍໃນມື້ວັນອັງຄານວານນີ້ວ່າ ຢູໂຣບ ອາດຈະເຫັນປະຊາກອນເຄິ່ງນຶ່ງຂອງຕົນ ຕິດເຊື້ອພະຍາດໂຄວິດສາຍພັນ ໂອໄມຄຣອນ ໃນອີກບໍ່ເທົ່າໃດອາທິດຂ້າງໜ້ານີ້.

ທ່ານຮານສ໌ ຄລຸກ (Hans Kluge), ຜູ້ອໍາອວຍການແຫ່ງພູມິພາກຢູໂຣບ ຂອງອົງການອະ​ນາ​ໄມ​ໂລກ ກ່າວໃນລະຫວ່າງການຖະແຫຼງຂ່າວ ທາງອອນລາຍວ່າ “ອັດຕາສ່ວນນີ້, ສະຖາບັນເພື່ອການວັດແທກ ແລະການປະເມີນຜົນ ທາງດ້ານສຸຂະພາບ ຄາດການວ່າ ຫຼາຍກວ່າ 50 ເປີເຊັນຂອງປະຊາກອນຢູ່ໃນພູມິພາກ ຈະຕິດເຊື້ອພະຍາດ ໂອໄມຄຣອນ ພາຍໃນ 6 ຫາ 8 ອາທິດຂ້າງໜ້າ.”

ທ່ານ ກ່າວວ່າ ການປະສົມປະສານກັນຂອງໄວຣັສສາຍພັນໂອໄມຄຣອນ ແລະ ສາຍພັນເດລຕ້າ ໄດ້ເຮັດໃຫ້ເກີດມີການຕິດເຊື້ອໃໝ່ຫຼາຍກວ່າ 7 ລ້ານຄົນຢູ່ໃນອາທິດທໍາອິດຂອງປີ 2022.

ທ່ານກ່າວວ່າ “ໃນມື້ນີ້, ສາຍພັນໂອໄມຄຣອນ ໄດ້ສະແດງໃຫ້ເຫັນເຖິງການເພີ້ມຂຶ້ນຂອງຄື້ນໃໝ່ຈາກທິດຕາເວັນຕົກໄປສູ່ຕາເວັນອອກ, ທີ່ກວດໄປທົ່ວພູມີພາກ ເໜືອຄື້ນທີສາມຂອງສາຍພັນເດລຕ້າ ທີ່ທຸກໆປະເທດຕ້ອງໄດ້ດໍາເນີນການຈັດການກັບມັນຈົນເຖິງທ້າຍປີ 2021.”

ທາງອົງການອະນາໄມໂລກ ຫຼື WHO ກ່າວວ່າ ໄວຣັສສາຍພັນໂອໄມຄຣອນ ແມ່ນແຜ່ລະບາດໄດ້ຢ່າງວ່ອງໄວ ກວ່າໄວຣັສສາຍພັນເດລຕ້າ, ແຕ່ວ່າ ມັນບໍ່ມີຄວາມກ່ຽວພັນກັນ ໃນທາງວິທະຍາສາດ ກ່ຽວກັບຄວາມເຈັບປ່ວຍທີ່ຮຸນແຮງ ແລະການເສຍຊີວິດ ເມື່ອທຽບກັບສາຍພັນອື່ນໆ, ໂດຍມັນຍັງສະແດງໃຫ້ເຫັນອີກວ່າ ຈະມີການແຜ່ເຊື້ອໄປໃສ່ຜູ້ຄົນທີ່ໄດ້ຮັບການສັກວັກຊີນຄົບຖ້ວນສົມບູນແລ້ວ.

ເຊິ່ງການເພີ້ມຂຶ້ນຂອງຈໍານວນຜູ້ປ່ວຍ ໄດ້ເລີ້ມຕົ້ນສ້າງຄວາມກົດດັນໃຫ້ແກ່ລະບົບການແພດຕ່າງໆ ຂອງຫຼາຍປະເທດແລ້ວ.

ທາງອົງການກ່າວວ່າ “ຈໍານວນຜູ້ປ່ວຍທີ່ເພີ້ມຂຶ້ນຢ່າງໄວວາ ຈະນໍາໄປສູ່ການເພີ້ມຂຶ້ນຂອງຈໍານວນການຮັກສາຢູ່ໃນໂຮງໝໍ, ອາດກໍ່ໃຫ້ເກີດຄວາມຕ້ອງການຢ່າງຫຼວງຫຼາຍ ໃນດ້ານການເບິ່ງແຍງສຸຂະພາບ ແລະນໍາໄປສູ່ການເຈັບປ່ວຍທີ່ສໍາຄັນ, ໂດຍສະເພາະຢ່າງຍິ່ງ ໃນຈໍານວນປະຊາກອນທີ່ມີຄວາມອ່ອນແອ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG