ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອົງການອະນາໄມໂລກຢາກໃຫ້ໂຈະ ການສັກວັກຊີນກັນໂຄວິດເຂັມເຕີມຈົນ ກວ່າປະເທດ ທີ່ທຸກຈົນ ໄດ້ສັກຢານີ້ ທັນກັບເຫດການ


ຜູ້ອຳນວຍການອົງການອະນາໄມໂລກ (WHO), ທ່ານເຕໂດຣສ ອັດຮານອມ ເກີບຣີເຢຊຸສ.
ຜູ້ອຳນວຍການອົງການອະນາໄມໂລກ (WHO), ທ່ານເຕໂດຣສ ອັດຮານອມ ເກີບຣີເຢຊຸສ.

ຜູ້ອຳນວຍການວຍໃຫຍ່ຂອງອົງການອະນາໄມໂລກກໍາລັງຮຽກຮ້ອງໃຫ້ໂຈະການສັກຢາວັກຊີນກັນໂຄວິດ-ເຂັມທີ່ເສີມຂຶ້ນ ຫຼື booster ໃນທົ່ວໂລກ ໄວ້ກ່ອນຈົນກວ່າຢ່າງໜ້ອຍກໍຮອດທ້າຍເດືອນກັນຍາ ເພື່ອອຳນວຍໃຫ້ພວກປະເທດທີ່ມີລາຍໄດ້ຕ່ຳທັງຫຼາຍ ໄດ້ຮັບການສັກຢາວັກຊີນໂດສທຳອິດຫຼາຍຂຶ້ນ.

ໃນກອງປະຊຸມຖະແຫລງຂ່າວຕໍ່ສື່ມວນຊົນຢູ່ທີ່ສຳນັກງານໃຫຍ່ຂອງອົງການດັ່ງກ່າວໃນ
ນະຄອນເຈນີວາ, ທ່ານເຕໂດຣສ ອາດານອມ ເກບຣີເຢຊຸສ ອີກຄັ້ງນຶ່ງ ໄດ້ນຳເອົາເລື້ອງ
ຂອງຄວາມບໍ່ເທົ່າທຽມກັນໃນທົ່ວໂລກຂອງການຈັດສັນແບ່ງປັນຢາວັກຊີນ ໂດຍໃຫ້ຂໍ້ສັງ
ເກດວ່າ ຫຼາຍກວ່າ 80 ເປີເຊັນຂອງຢາວັກຊີນກັນໂຄວິດ-19 ຈຳນວນ 4 ພັນລ້ານໂດສ
ທີ່ໄດ້ສັກໃຫ້ຄົນໃນທົ່ວໂລກແລ້ວນັ້ນ ແມ່ນໄດ້ຖືກສົ່ງໄປໃຫ້ພວກປະເທດທີ່ມີລາຍໄດ້ສູງ
ແລະລະດັບປານກາງແລະລາຍໄດ້ສູງຂຶ້ນກວ່ານັ້ນ “ເຖິງແມ່ນວ່າ ພວກເຂົາເຈົ້ານັ້ນ ເປັນ
ປະເທດທີ່ມີປະຊາຊົນກວາມເອົາສັດສ່ວນທີ່ຕໍ່າກວ່າເຄິ່ງນຶ່ງຂອງປະຊາກອນໂລກ ກໍຕາມ.”

ແລະໃນປັດຈຸບັນນີ້ ຫົວໜ້າອົງການອະນາໄມໂລກ ໄດ້ກ່າວວ່າ ບາງປະເທດທັງຫຼາຍເຫຼົ່ານັ້ນ ແມ່ນກຳລັງເຄື່ອນໄຫວໄປສູ່ການສັກຢາເຂັມເສີມເພື່ອປ້ອງກັນໄວຣັສສາຍພັນແດລຕ້າ ທີ່ກໍ່ໃຫ້ເກີດເປັນພະຍາດໂຄວິດ-19 ນັ້ນ ໃນຂະນະດຽວກັນ ພວກປະຊາຊົນໃນປະເທດທີ່ມີລາຍໄດ້ຕ່ຳຫຼາຍລ້ານຄົນ ແມ່ນຍັງລໍຖ້າສັກຢາເຂັມທຳອິດຢູ່.

ທ່ານເຕໂດຣສ ໄດ້ກ່າວວ່າ ພວກປະເທດທີ່ມີລາຍໄດ້ຕ່ຳ ໄດ້ສັກຢາວັກຊີນໄປແລ້ວ ໃນອັດຕາປະມານ 1.5 ໂດສຕໍ່ 100 ຄົນ ໃນຂະນະທີ່ປະເທດທີ່ຮັ່ງມີທັງຫຼາຍໄດ້ສັກຢາວັກຊີນ ໃນອັດຕາເກືອບ 100 ໂດສຕໍ່ 100 ຄົນ. ທ່ານໄດ້ກ່າວວ່າ “ພວກເຮົາຕ້ອງຊຸກຍູ້ໃຫ້ມີການຕ່າວປີ້ນການສົ່ງຢາວັກຊີນສ່ວນໃຫຍ່ທີ່ເອົາໄປໃຫ້ພວກປະເທດທີ່ມີລາຍໄດ້ສູງ ມາເປັນການສົ່ງຢາວັກຊີນສ່ວນໃຫຍ່ໄປໃຫ້ພວກປະເທດທີ່ມີລາຍໄດ້ຕ່ຳ.”

ທ່ານໄດ້ກ່າວວ່າ ອົງການອະນາໄມໂລກ ກຳລັງຮຽກຮ້ອງໃຫ້ມີການໂຈະຕໍ່ການສັກຢາວັກຊີນເສີມ ຈົນກວ່າຮອດທ້າຍເດືອນກັນຍາ ເພື່ອໃຫ້ໂລກມີໂອກາດທີ່ຈະບັນລຸເປົ້າໝາຍໃນການສັກຢາວັກຊີນຢ່າງໜ້ອຍ 10 ເປີເຊັນຂອງປະຊາກອນໃນແຕ່ລະປະເທດ. ທ່ານໄດ້ກ່າວອີກວ່າ “ເພື່ອໃຫ້ສິ່ງນັ້ນເກີດຂຶ້ນໄດ້ ພວກເຮົາຕ້ອງໃຫ້ໝົດທຸກຄົນຮ່ວມໄມ້ຮ່ວມມືກັນ ໂດຍສະເພາະ ພວກປະເທດຈຳນວນນຶ່ງ ແລະພວກບໍລິສັດທັງຫຼາຍ ທີ່ຄວບຄຸມການສະໜອງຢາວັກຊີນໃນທົ່ວໂລກ.”

ທ່ານເຕໂດຣສ ໄດ້ຮຽກຮ້ອງຕໍ່ກຸ່ມຊາວປະເທດມະຫາອຳນາດທາງດ້ານເສດຖະກິດ ຫຼື G20 ທີ່ຈະພົບປະກັນໃນເດືອນໜ້ານີ້ ຢູ່ທີ່ນະຄອນ ໂຣມ ເພື່ອໃຫ້ຄ້ຳໝັ້ນໝາຍທີ່ເປັນຮູບປະທຳ ໃນການສະໜັບສະໜຸນ ເປົ້າໝາຍການສັກຢາວັກຊີນທົ່ວໂລກຂອງອົງການ WHO.

ຫົວໜ້າອົງການ WHO ໄດ້ຮຽກຮ້ອງຕໍ່ “ໝົດທຸກຄົນທີ່ມີອິດທິພົນທັງຫຼາຍ-ເຊັ່ນ ພວກນັກກິລາໂອລິມປິກ ພວກນັກລົງທຶນ ພວກຜູ້ນຳທຸລະກິດ ພວກຜູ້ນຳທາງສາສະໜາ ແລະບຸກຄົນທັງໝົດ ໃນຄອບຄົວຂອງພວກເຂົາເອງ ແລະຊຸມຊົນ” ໃຫ້ສະໜັບສະໜຸນ ການຮຽກຮ້ອງໃຫ້ໂຈະການສັກຢາວັກຊີນເສີມ ຈົນກວ່າຢ່າງໜ້ອຍທ້າຍເດືອນກັນຍາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG