ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກຸ່ມນັກວິທະຍາສາດ ອົງການອະນາໄມໂລກ ຢ້ຽມຢາມສູນກາງ ເພື່ອການຄວບຄຸມໂຣກ ໃນແຂວງ ຮູເບ


ເຈົ້າໜ້າທີ່ຮັກສາຄວາມປອດໄພ ຈັດແຖວລ້ອມເພື່ອປ້ອງກັນ ໃນຂະນະທີ່ຂະບວນລົດທີ່ນຳພານັກວະທະນາສາດອົງການອະນາໄມໂລກ (WHO) ທີ່ປະຕິບັດໜ້າທີ່ຊອກຫາແຫຼ່ງທີ່ມາຂອງໂລກລະບາດ COVID-19 ເດີນທາງອອກຈາກສູນກາງເພື່ອການຄວບຄຸມໂຣກແຂວງ ຮູເບ, 1 ກຸມພາ 2021.
ເຈົ້າໜ້າທີ່ຮັກສາຄວາມປອດໄພ ຈັດແຖວລ້ອມເພື່ອປ້ອງກັນ ໃນຂະນະທີ່ຂະບວນລົດທີ່ນຳພານັກວະທະນາສາດອົງການອະນາໄມໂລກ (WHO) ທີ່ປະຕິບັດໜ້າທີ່ຊອກຫາແຫຼ່ງທີ່ມາຂອງໂລກລະບາດ COVID-19 ເດີນທາງອອກຈາກສູນກາງເພື່ອການຄວບຄຸມໂຣກແຂວງ ຮູເບ, 1 ກຸມພາ 2021.

ບັນດານັກວິທະຍາສາດຂອງອົງການອະນາໄມໂລກກຸ່ມນຶ່ງ ທີ່ກຳລັງສືບສວນສອບສວນແຫຼ່ງທີ່ມາຂອງໄວຣັສໂຄໂຣນາ, ທີ່ໄດ້ກຳເນີດຂຶ້ນທຳອິດໃນແຂວງ ຮູເບ ຂອງ ຈີນ ໃນທ້າຍປີ 2019 ນັ້ນ, ໄດ້ໄປຢ້ຽມຢາມສູນກາງການຄວບຄຸມໂຣກຂອງແຂວງໃນວັນຈັນວານນີ້ ທີ່ເປັນຈຸດສຳຄັນໃນການຈັດການເບື້ອງຕົ້ນຂອງໂຣກລະບາດ.

ຈີນ ບໍ່ໄດ້ເປີດເຜີຍລາຍລະອຽດໃດໆ ກ່ຽວກັບ ການຢ້ຽມຢຽມສູນກາງເພື່ອການຄວບຄຸມໂຣກປະຈຳແຂວງ ຮູເບ ຂອງກຸ່ມດັ່ງກ່າວ. ສະມາຊິກຂອງກຸ່ມ ທ່ານ ປີເຕີ ດາສສັກ, ແນວໃດກໍຕາມ, ໄດ້ກ່າວຕໍ່ບັນດານັກຂ່າວວ່າ ມັນ “ໄດ້ເປັນການພົບປະທີ່ດີຫຼາຍ ແລະ ສຳຄັນຫຼາຍ.”

ນັບຕັ້ງແຕ່ການເດີນທາງໄປຮອດຂອງກຸ່ມອົງການອະນາໄມໂລກ ໃນເດືອນທີ່ຜ່ານມາ, ບັນດານັກວິທະຍາສາດດັ່ງກ່າວຍັງໄດ້ໄປຢ້ຽມຢາມຕະຫຼາດອາຫານທະເລໃນເມືອງ ວູຫານ ທີ່ຖືກເຊື່ອມໂຍງໃສ່ກໍລະນີ COVID-19 ກຸ່ມນຶ່ງ ແລະ ຢ່າງໜ້ອຍໂຮງໝໍແຫ່ງນຶ່ງໃນເມືອງ ວູຫານ ທີ່ໄດ້ປິ່ນປົວຄົນໄຂ້ກຸ່ມທຳອິດ. COVID-19 ແມ່ນໂຣກທີ່ມີສາເຫດມາຈາກໄວຣັສໂຄໂຣນາ.

ບັນດານັກວິທະຍາສາດຢາກຮູ້ວ່າໄວຣັສດັ່ງກ່າວມີຕົ້ນກຳເນີດມາຈາກໃສ, ໃນສັດໂຕໃດ ແລະ ວິທີທີ່ມັນເຂົ້າໄປໃນຮ່າງກາຍຂອງມະນຸດ. ເປັນສິ່ງທີ່ອາດໃຊ້ຫຼາຍປີທີ່ຈະຄົ້ນພົບ.

ທ່ານ ໄມຄ໌ ຣາຍອັນ, ເຈົ້າໜ້າທີ່ເຫດສຸກເສີນລະດັບສູງຂອງອົງການອະນາໄມໂລກ, ໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວຢູ່ນະຄອນ ເຈນີວາ ໃນວັນຈັນວານນີ້ວ່າ “ພວກເຮົາຈະສືບຕໍ່ຖາມຄຳຖາມ, ພວກເຮົາຈະສືບຕໍ່ຜັກດັນເພື່ອຂໍ້ມູນເພີ່ມເຕີມ. ມັນເປັນເລື່ອງການສືບຫາ.”

ທ່ານນາງ ມາເຣຍ ວານ ເຄີກໂຮຟ (Maria Van Kerkhove) ນັກໂຣກລະບາດວິທະຍາຄົນ ອາເມຣິກັນ ແລະ ຜູ້ນຳໜ້າດ້ານເທັກນິກ ກ່ຽວກັບ COVID-19 ຢູ່ອົງການອະນາໄມໂລກໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວວ່າ ກຸ່ມດັ່ງກ່າວແມ່ນກຳລັງເພັ່ງເລັງໃສ່ “ກໍລະນີໃນຕອນຕົ້ນໆ” ແລະ “ແມ່ນກຳລັງທຳການສົນທະນາທີ່ດີຫຼາຍ ກ່ຽວກັບ ບັນຫານັ້ນ” ກັບຄູ່ຮ່ວມ ຈີນ ຂອງເຂົາເຈົ້າ.

ການລະບາດໃນ ຈີນ ໄດ້ນຳໄປສູ່ໂຣກລະບາດ COVID-19 ທົ່ວໂລກ. ສູນກາງແຫຼ່ງຂໍ້ມູນໄວຣັສ ໂຄໂຣນາ ຈອນສ໌ ຮັອບກິນສ໌ ໄດ້ກ່າວໃນວັນຈັນວານນີ້ວ່າ ມີການຕິດເຊື້ອ COVID-19 ຫຼາຍກວ່າ 103 ລ້ານກໍລະນີ ແລະ ຫຼາຍກວ່າສອງລ້ານສອງແສນຄົນໄດ້ເສຍຊີວິດໃນທົ່ວໂລກ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG