ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທີມນາຍແພດ ຈະສັ່ງຊາ ການກະກຽມ ປ້ອງກັນ ອີໂບລາ ທີ່ ໄອວໍຣີ ໂຄສ ແລະ ມາລີ


EBOLA CNPK
please wait
Embed

No media source currently available

0:00 0:02:27 0:00

ອົງການ​ອະນາ​ໄມ​ໂລກ (WHO) ກ່າວ​ວ່າ ຕົນ​ຈະສົ່ງ​ທີ​ມ​ໄປ
Ivory Coast ​ແລະ Mali ​ໃນ​ບໍ່​ເທົ່າໄດ​ວັນຈະ​ມາ​ເຖິງ​ນີ້ ​ເພື່ອ
​ຕີ​ລາຄາ​ເບິ່ງ​ບັນດາ​ປະ​ເທດ “ທີ່​ຕຽມ​ການ​ປະ​ເຊີນ​ໜ້າ​ກັບ ​
ເຊື້ອ​ອີ​ໂບລາ.”

ຫົວໜ້າ ອົງການ​ອະນາ​ໄມ​ໂລກ ໂຕ້​ຕອບ ທ່ານ ດອກ​ເຕີ
Isabelle Nuttall ຝ່າຍ​ຄວາມ​ປອດ​ໄພ​ ທີ່ກ່າວ​ຕໍ່​ບັນດາ​ນັກ​
ຂ່າວໃນ​ວັນ​ພະຫັດ​ວານນີ້ວ່າ ອົງການ​ສະຫະ​ປະຊາ​ຊາດ ຍັງ​
ຈະ​ປະສານ​ງານທີ່ຈະເພີ້​ມຄວາມ​ພ້ອມ​ໃສ່​ຈຳນວນ​ 13 ປະ
​ເທດ ທີ່ຢູ່​ໃນ​ລະດັບ​ຄວາມ​ສ່ຽງ​ຕໍ່​ການ ​ແຜ່​ຂະ​ຫຍາຍ ອີ​ໂບລາ
​ເພາະວ່າ ມີ​ຊາຍ​ແດນ​ຕິດ​ກັນ ຫລື​ມີເສັ້ນການ​ເດີນທາງ​ແລກ​
ປ່ຽນສູງກັບ ​ໃຈກາງ​ຂອງ​ການ​ແຜ່​ລະບາດດ່ັງກ່າວ.

​ເຊື້ອ​ໄວຣັສ ​ໄດ້​ເຣັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ປະມານ 4,500 ຄົນ ສ່ວນໃຫຍ່​ຢູ່ ກີ​ນີ ​ໄລ​ບີເຣຍ ​
ແລະ​ຊີ​ເອລາ​ລີ​ອອນ ນັບ​ແຕ່​ທ້າຍ​ປີ​ກາຍ​ນີ້.

ບັນ​ດາ​ລັດຖະມົນຕີ ການ​ແພດ ​ໄດ້​ພົບ​ປະກັນ​ທີ່ ນະຄອນ Brussels ​ໃນ​ວັນ​ພະຫັດ​ວານ
​ນີ້ ​ເພື່ອ​ສົນ​ທະນາ ການກວດ​ອີ​ໂບລາ ຢູ່​ບັນດາຊາຍ​ແດນຢູ​ໂຣບ ​ແລະເດີ່ນ​ບິນ​ຕ່າງໆ.

ນາງພະຍາບານ ນີນ່າ ຟາມ ທີ່ຕິດເຊື້ອອີໂບລາ ຢູ່ລັດເທັກຊັສ ຖືກຍ້າຍມາປິ່ນປົວ ຢູ່ NIH ຫລື ສະຖາບັນສຸຂະພາບສະຫະລັດ:

​ໃນ​ອາທິດ​ທີ່​ຜ່ານ​ມາ ມາດ​ຕະການ​ໃໝ່​ໄດ້​ວາງໃສ່ ​ໃນ​ຫ້າ​ເດີ່ນ​ບິນສ​ະຫະລັດ ທີ່​ຮັບ​ບັນດາ
​ຜູ້​ໂດຍສານ​ສ່ວນໃຫຍ່ ທີ່​ມາ​ຈາກບັນດາ​ປະ​ເທດ ອາ​ຟຣິກາ​ຕາ​ເວັນ​ຕົກ ທີ່ຢູ່​ໃນ​ຈຸດໃຈ​ກາງ​ຂອງການ​ແຜ່​ລະບາດດັ່ງກ່າວ.

ຫົວໜ້າ​ ສູນ​ກາງຄວບ​ຄຸມແລະປ້ອງກັນພະຍາດ ສະຫະລັດ ດອກ​ເຕີ Thomas Frieden
ໄດ້​ໃຫ້ການ ຕໍ່ສະພາ ສຫລ ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ ການ​ຫ້າມ​ບໍ່​ໃຫ້​ບັນດາ​ຜູ້​ເດີນທາງ ມາ​ຈາກອາຟຣິກາ​ຕາ​ເວັນ​ຕົກ​ນັ້ນ ຈະ​ເຮັດ​ໃຫ້ການ​ຊອກ​ຫາ ອີ​ໂບລາ ຍາກ​ຂື້ນ.

ປະທາ​ນາ​ທິບໍດີ Barack Obama ​ໃນ​ວັນ​ພະຫັດ​ວານ​ນີ້ ​ຍັງໄດ້ອະນຸຍາດ​ໃຫ້ ສົ່ງ​ທະຫານ
​ສຳລອງ ເພື່ອເສີມ​ກຳລັງ ທະຫານ​ສະຫະລັດ ຢູ່​ໃນ ອາ​ຟຣິກາ​ຕາ​ເວັນ​ຕົກ ທີ່​ກຳລັງ​ປະ​ເຊີນ
​ໜ້າ​ກັບ​ການແຜ່​ລະບາດ. ສະຫະລັດໄດ້​ປະກາດ​ວ່າ ​ຈະ​ສົ່ງ ທະຫານເພີ້​ມຂື້ນ​ເຖິງ 4,000
ຄົນ​ໄປ​ຍັງ​ຂົງ​ເຂດດັ່ງກ່າວ.

ວີດີໂອ: ລັດຖະສະພາຮຽກຮ້ອງໃຫ້ ຫ້າມຄົນເດີນທາງ ມາຈາກອາຟຣິກາຕາເວັນຕົກ:

US Lawmakers Call for Travel Ban on Ebola-Stricken Countries
please wait

No media source currently available

0:00 0:03:11 0:00

XS
SM
MD
LG