ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ອົງ​ການ​ອະ​ນາ​ໄມ​ໂລກ ວ່າ ປະ​ເທດ ແທນ​ຊາ​ເນຍ ບໍ່​ໃຫ້​ຂໍ້​ມູນ ກ່ຽວ​ກັບ ໂຣກ ອີ​ໂບ​ລາ


ພະ​ນັກ​ງານ​ສາ​ທາ​ລະ​ນະ​ສຸກ​ຄົນ​ນຶ່ງ​ນຸ່ງ​ຊຸດ​ປ້ອງ​ກັນ​ໂຣກ ຂ້າ​ເຊື້ອ​ລົດ​ພະ​ຍາ​ບານ​ທີ່ຂົນ​ສົ່ງ​ຄົນ​ໄຂ້​ໂຣກ​ອີ​ໂບ​ລາ ໄປສູນ​ປິ່ນ​ປົວ​ໂຣກ​ອີ​ໂບ​ລາທີ່​ຫາ​ກໍ​ຖືກ​ສ້າງ​ຂຶ້ນ​ໃໝ່ ຂອງ​ອົງ​ການ​ແພດ​ໝໍ​ບໍ່​ມີ​ພົມ​ແດນ, ນະ​ຄອນຫຼວງ​ ໂກ​ມາ, ປະ​ເທດ ຄອງໂກ. 4 ສິງ​ຫາ, 2019.
ພະ​ນັກ​ງານ​ສາ​ທາ​ລະ​ນະ​ສຸກ​ຄົນ​ນຶ່ງ​ນຸ່ງ​ຊຸດ​ປ້ອງ​ກັນ​ໂຣກ ຂ້າ​ເຊື້ອ​ລົດ​ພະ​ຍາ​ບານ​ທີ່ຂົນ​ສົ່ງ​ຄົນ​ໄຂ້​ໂຣກ​ອີ​ໂບ​ລາ ໄປສູນ​ປິ່ນ​ປົວ​ໂຣກ​ອີ​ໂບ​ລາທີ່​ຫາ​ກໍ​ຖືກ​ສ້າງ​ຂຶ້ນ​ໃໝ່ ຂອງ​ອົງ​ການ​ແພດ​ໝໍ​ບໍ່​ມີ​ພົມ​ແດນ, ນະ​ຄອນຫຼວງ​ ໂກ​ມາ, ປະ​ເທດ ຄອງໂກ. 4 ສິງ​ຫາ, 2019.

ອົງ​ການ​ອະ​ນາ​ໄມ​ໂລກ ຫຼື WHO ໄດ້​ກ່າວ​ໃນ​ວັນ​ເສົາ​ວານນີ້​ວ່າ ປະ​ເທດ ແທນ​ຊາ​ເນຍ
ບໍ່ສາມາດທີ່ຈະຕອບສະໜອງຕໍ່ການຮຽກຮ້ອງ ກ່ຽວກັບ ຂໍ້ມູນຜູ້ຕ້ອງສົງໄສກໍລະນີໂຣກ
ອີໂບລາ.

ອົງ​ການ WHO ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ ເຂົາ​ເຈົ້າ​ໄດ້​ຮູ້ ກ່ຽວ​ກັບ “ລາຍ​
ງານຢ່າງບໍ່ເປັນທາງການ” ກ່ຽວກັບ ກໍລະນີທີ່ອາດເປັນໄປໄດ້ຂອງໂຣກ ອີໂບລາ ໃນ
ຫຼາຍສະຖານທີ່ຕ່າງກັນໃນປະເທດທີ່ຕັ້ງຢູ່ພາກຕາເວັນອອກຂອງ ອາຟຣິກາ ນັ້ນ.

ຖະ​ແຫຼງ​ການ​ໄດ້​ເວົ້າ​ວ່າ ຜູ້​ເຄາະ​ຮ້າຍ​ຕ້ອງ​ສົງ​ໄສ “ທີ່​ຖືກ​ລະ​ບຸ​ຕົວ​ວ່າ​ຕິດ​ໄວ​ຣັ​ສ​ດັ່ງກ່າວ”
ໃນເມືອງ ດາ ເອສ ຊາລາມ “ຖືກລາຍງານຢ່າງບໍ່ເປັນທາງການວ່າ ໄດ້ຖືກກັກກວດໂຣກ
ໃນສະຖານທີ່ຫຼາຍແຫ່ງໃນປະເທດ.”

ອົງ​ການ WHO ໄດ້​ກ່າວ​ວ່າ “ຂໍ້​ມູນ​ທາງ​ການ​ທີ່​ມີ​ຢູ່​ຢ່າງ​ຈຳ​ກັດ​ຈາກ​ບັນ​ດາ​ເຈົ້າ​ໜ້າ​ທີ່
ແທນຊາເນຍ ໄດ້ເປັນສິ່ງທ້າທາຍສຳລັບການປະເມີນຄວາມສ່ຽງ.”

ບັນ​ດາ​ເຈົ້າ​ໜ້າ​ທີ່​ໃນ​ພາກ​ຕາ​ເວັນ​ອອກ ແລະ ພາກ​ກາງ​ຂອງ ອາ​ຟ​ຣິ​ກາ ໄດ້​ມີ​ຄວາມ​ພ້ອມ​
ເປັນຢ່າງສູງ ກ່ຽວກັບ ໂຣກອີໂບລາ. ເຂົາເຈົ້າພະຍາຍາມທີ່ຈະຫຼີກລ່ຽງການແຜ່ລາມຂອງ
ພະຍາດດັ່ງກ່າວ ເຊິ່ງມັນໄດ້ແຜ່ລະບາດໃນປະເທດ ສາທາລະນະລັດ ປະຊາທິປະໄຕ
ຄອງໂກ ແລ້ວ ແລະ ສັງຫານຫຼາຍກວ່າ 2,000 ຄົນນັບຕັ້ງແຕ່ເດືອນສິງຫາ 2018 ເປັນ
ຕົ້ນມາ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG