ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

WHO: ການປະພຶດຜິດທາງເພດ ແລະ ການສະແຫວງຫາຜົນປະໂຫຍດທາງເພດ ຂອງພະນັກງານ ຍັງຄົງເປັນບັນຫາ

ພາບ - ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ, ທ່ານດຣ. ເຕໂດຣສ ອັດດານົມ ເກເບຣເຢຊຸສ (Tedros Adhanom Ghebreyesus) ເຂົ້າຮ່ວມກອງປະຊຸມອະນາໄມໂລກ ທີ່ສະຫະປະຊາຊາດ ໃນນະຄອນເຈນີວາ ວັນທີ 21 ພຶດສະພາ 2023. ເຈົ້າໜ້າທີ່ WHO ກ່າວໃນວັນຈັນວ່າ ມີຄວາມຄືບໜ້າໃນຄວາມພະຍາຍາມເພື່ອຕອບສະໜອງຕໍ່ກໍລະນີການປະພຶດຜິດທາງເພດ.

ອົງການ​ອະນາ​ໄມ​ໂລກ​ລາຍ​ງານ​ໃນ​ວັນ​ຈັນວານນີ້​ວ່າ ມີ​ຄວາມ​ຄືບ​ໜ້າ​ໃນ​ຄວາມ​ພະຍາຍາມ​ເພື່ອ​ປ້ອງ​ກັນ ​ແລະ ຕອບ​ໂຕ້ຕໍ່​ກໍລະນີ​ການ​ປະພຶດ​ທີ່​ຜິດ​ທາງ​ເພດ ​ແຕ່ຍອມຮັບ​ວ່າ ການ​ລ່ວງ​ລະ​ເມີດ​ຂອງ​ພະນັກງານຂອງ WHO ຍັງຄົງ​ເປັນ​ບັນຫາຢູ່.

“ໃນໄລຍະສອງປີທີ່ຜ່ານມາ, WHO ໄດ້ເພີ່ມທະວີຄວາມເຂັ້ມງວດໃນການປະຕິບັດງານຂອງພວກເຮົາ ໃນການປ້ອງກັນ ແລະຕອບໂຕ້ຕໍ່ການປະພຶດຜິດທາງເພດ, ການສະແຫວງຫາຜົນປະໂຫຍດທາງເພດ, ການລ່ວງລະເມີດທາງເພດ ໃນທຸກຮູບແບບ”, ທ່ານນາງກາຢາ ແກມຮິວເກ (Gaya Gamhewage), ຜູ້ອຳນວຍການຝ່າຍປ້ອງກັນ ແລະຕອບໂຕ້ຕໍ່ການປະພຶດຜິດທາງເພດຂອງ WHO ກ່າວ.

"ຢ່າງໃດກໍ່ຕາມ, ຕົວເລກຍັງຄົງເພີ່ມຂຶ້ນດ້ວຍເຫດຜົນງ່າຍໆ, ຂ້າພະເຈົ້າເຊື່ອວ່າຄະດີທັງຫມົດຍັງບໍ່ທັນໄດ້ປະກົດຂຶ້ນເທື່ອ. ດັ່ງນັ້ນ, ຕົວເລກກໍຈະສືບຕໍ່ເພີ່ມຂຶ້ນເລື້ອຍໆ ເປັນໄລຍະ. ແຕ່ນີ້ບໍ່ໄດ້ຫມາຍຄວາມວ່າ ສິ່ງທີ່ພວກເຮົາກໍາລັງດຳເນີນການຢູ່ ບໍ່ມີຜົນຫຍັງ. ໃນຄວາມເປັນຈິງ, ສິ່ງທີ່ພວກເຮົາກຳລັງເຮັດຢູ່ກໍ່ຄືການແກ້ໄຂບັນຫານີ້ເຊັ່ນກັນ,” ທ່ານນາງກ່າວ.

ຕົວເລກເບິ່ງຄືວ່າ ຈະຢືນຢັນຕໍ່ເລື່ອງນີ້. ໃນໄລຍະ 12 ເດືອນຜ່ານມາ, ຫ້ອງການກວດກາພາຍໃນຂອງສະຫະປະຊາຊາດ ຫຼື IOS, ລາຍງານວ່າ ໄດ້ສອບສວນ 287 ຂໍ້ກ່າວຫາ ກ່ຽວກັບການປະພຶດຜິດທາງເພດໃນທຸກຂົງເຂດຂອງອົງການອະນາໄມໂລກ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG