ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການອະນາໄມໂລກ ບໍ່ໄດ້ຊອກຫາການຖີ້ມໂທດ ແຕ່ສືບສວນ ຫາທີ່ມາຂອງໂຄວິດ-19


ຄົນພາກັນສັກວັກຊີນປ້ອງກັນໂຄວິດ-19 ຢູ່ສູນກາງແຫ່ງນຶ່ງ ໃນນະຄອນຫຼວງປັກກິ່ງ.
ຄົນພາກັນສັກວັກຊີນປ້ອງກັນໂຄວິດ-19 ຢູ່ສູນກາງແຫ່ງນຶ່ງ ໃນນະຄອນຫຼວງປັກກິ່ງ.

ພວກເຈົ້າໜ້າທີ່ຂອງອົງການອະນາໄມໂລກ ຫຼື WHO) ກ່າວວ່າ ຄວາມພະຍາຍາມສືບ
ສວນຫາທີ່ມາຂອງໄວຣັສໂຄໂຣນາ ບໍ່ແມ່ນວ່າຊອກຫາການ “ຖີ້ມໂທດ ໃສ່ຜູ້ໃດຜູ້ນຶ່ງ”
ໃນຂະນະທີ່ອົງການດັ່ງກ່າວສົ່ງທີມຜູ້ຊ່ຽວຊານສາກົນໄປປະເທດ ຈີນ ໃນອາທິດນີ້.

ຫົວໜ້າສຸກເສີນອົງການຂອງ WHO ທ່ານໄມຄ໌ ຣາຍອານ (Mike Ryan) ກ່າວຕໍ່ກອງ
ປະຊຸມນັກຂ່າວຢູ່ນະຄອນເຈນີວາ (Geneva) ໃນວັນຈັນວານນີ້ວ່າ “ພວກເຮົາຈະຊອກ
ຫາບັນດາຄຳຕອບຢູ່ທີ່ນີ້ ທີ່ອາດຈະຮັກສາອະນາຄົດ. ບໍ່ແມ່ນ ກ່າວຫາ ແລະຖີ້ມໂທດ
ໃສ່ຄົນ.”

ທ່ານຣາຍອານ ກ່າວວ່າ ຖ້າຫາກການຖີ້ມໂທດມີຢູ່ “ພວກເຮົາສາມາດຖີ້ມໂທດ ໃສ່ການ
ປ່ຽນແປງດິນຟ້າອາກາດ. ພວກເຮົາສາມາດຖີ້ມໂທດໃສ່ການຕັດສິນໃຈ ນະໂຍບາຍທີ່ໄດ້
ເຮັດເມື່ອສາມທົດສະວັດກ່ອນ ກ່ຽວກັບການປຸກສ້າງເຮືອນຊານ ໃນທາງທີ່ທຳລາຍປ່າໄມ້.”

ກ່າວໃນຕອນຕົ້ນຢູ່ບ່ອນລາຍງານ ຜູ້ບໍລິຫານທົ່ວໄປຂອງອົງການ WHO ທ່ານ ເທໂດຣສ
ອາດານອມ ເກເບຣເຢຊຸສ (Tedros Adhanom Ghebreyesus) ກ່າວວ່າ ທີມເດີນທາງ
ໄປປະເທດຈີນເພື່ອຊອກຫາຄວາມເຂົ້າໃຈ ແລະແຫຼ່ງຂອງ ການຕິດແປດໃນຂັ້ນຕົ້ນ ຢູ່ໃນ
ເຂດໃຈກາງຂອງເມືອງວູຫານ.

ຄຳຖະແຫຼງຂອງເຂົາເຈົ້າໄດ້ມີຂຶ້ນຫຼັງຈາກຈີນປະກາດວ່າ ທີມງານຂອງ WHO ຈະເດີນ
ທາງໄປເຖິງປະເທດຈີນ ໃນວັນພະຫັດນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG