ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຢາວັກຊິນ ກັນອີໂບລາ ຊະນິດໃໝ່ ທີ່ທົດລອງ ຢູ່ປະເທດ ກີນີ ໄດ້ຜົນດີ


Ebola Vaccine Hailed as Highly Effective
please wait

No media source currently available

0:00 0:02:10 0:00

ບັນດາ​ນັກ​ຄົ້ນ​ຄວ້າ​ກ່າວ​ວ່າ ການ​ທົດ​ລອງຢາວັກ​ຊິນກັນອີໂບລາ
​ໄດ້​ສະ​ແດງ​ໃຫ້​ເຫັນວ່າ “ໄດ້ຜົນດີ” ​ໃນ​ການ​ປ້ອງ​ກັນ​ພະຍາດທີ່​
ຮ້າຍ​ແຮງ​ດັ່ງກ່າວ.

ອົງການ​ອະນາ​ໄມ​ໂລກ ຫຼື WHO ກ່າວ​ໃນ​ວັນ​ສຸກວານ​ນີ້​ວ່າ ຢາ
ວັກ​ຊິນນີ້ ​ໄດ້ຜົນ​ 100 ​ເປີ​ເຊັນ ​ໃນການສັກທົດ​ລອງ ​ທີ່ປະເທດ
ກີ​ນີ. ວາລະສານ​ການ​ແພດ Lancet ຂອງ​ອັງກິດ ໄດ້​ພິມ​ເຜີຍ
ແຜ່ຜົນການ​ທົດ​ລອງ​ຂັ້ນ​ຕົ້ນ ​ແລະ​ການ​ວິ​ໄຈ​ຕ່າງໆ​.

ວັກຊິນຊະນິດໃໝ່ດັ່ງກ່າວ “ອາດ​ເປັນ​ອາວຸດພິເສດ​ ຕ້ານອີໂບ
ລາ" ​ອີງ​ຕາມລັດຖະມົນຕີຕ່າງປະ​ເທດນໍເວ ຊຶ່ງເປັນນຶ່ງ​ໃນ​ຈຳນວນ​ຫລາຍ​ປະ​ເທດ ທີ່​ໄດ້
​ເຂົ້າ​ຮ່ວມ​ການ​ທົດ​ລອງນີ້.

ການ​ລະບາດ​ອີໂບລາ ໃນເຂດອາ​ຟຣີກາ​ຕາ​ເວັນ​ຕົກ ​ປີ​ແລ້ວ​ນີ້​ ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​
ຫລາຍ​ກວ່າ 11,000 ຄົນ ສ່ວນ​ໃຫຍ່ ແມ່ນ​ຢູ່ໃນປະເທດໄລ​ບີ​ເຣຍ ກີ​ນີ ​ແລະ​ຊີແອ​ຣາ ​ລິ​
ອອນ.

ເລືອດຂອງຜູ້ລອດຊີີວິດ ຈາກ ອີໂບລາ ໄດ້ດູດອອກມາເພື່ອນຳໄປສຶກສາ
ເລືອດຂອງຜູ້ລອດຊີີວິດ ຈາກ ອີໂບລາ ໄດ້ດູດອອກມາເພື່ອນຳໄປສຶກສາ

ອີໂບລາ ​ແມ່ນ​ນຶ່ງ​ໃນ​ຈຳນວນໄວຣັສ ທີ່ເປັນ​ອັນຕະລາຍ​ຮ້າຍແຮງ​ທີ່​ສຸດ ທີ່ຮູ້​ວ່າ​ ໄຂ້​ເລືອດ
ປະເພດນຶ່ງ. ມີ​ຄວາມ​ຫວັງ​ຢູ່​ວ່າ ຢາວັກ​ຊິນໃໝ່ນີ້​ອາດ​ຈະ​ປະສົບ​ຜົນສຳ​ເລັດ ໃນການຕໍ່​ສູ້​
ກັບ​ບັນດາ​ພະຍາດ​ປະເພດນີ້.

ອົງການ​ອະນາ​ໄມ​ໂລກ ກ່າວ​ວ່າ ຢາວັກ​ຊິນ ທີ່​ຮູ້​ກັນວ່າ VSV-EBOV ​ໄດ້​ເລີ້ມ ທົດ​ລອງ
ໃນ​ເດືອນ​ມີນາຜ່ານມາ ກັບຫຼາຍກວ່າ 4000 ຄົນ​ໃນ ປະເທດກີ​ນີ ຜູ້​ທີ່​ໄດ້​ຕິດເຊື້ອໄວ​ຣັສ
ອີ​ໂບລາ.

ທ້າວ Moses Duo ອາຍຸ 9 ປີ ໄດ້ຮັບໃບປະກາດວ່າ ບໍ່ມີເຊື້ອ ອີໂບລາ ອີກຕໍ່ໄປ
ທ້າວ Moses Duo ອາຍຸ 9 ປີ ໄດ້ຮັບໃບປະກາດວ່າ ບໍ່ມີເຊື້ອ ອີໂບລາ ອີກຕໍ່ໄປ

ອົງການອະນາໄມໂລກ ກ່າວວ່າ ຜົນການທົດລອງໃນຂັ້ນທຳອິດຍັງໃຫ້​ຄຳ​ໝັ້ນສັນຍາ​ວ່າ
ການ​ທົດ​ລອງ​ແບບ​ບໍ່ເຈາະ​ຈົງໄດ້​ຢຸດ​ເຊົາ​ໃນ​ອາທິດ​ນີ້ເພື່ອ​ໃຫ້​ທຸກໆ​ຄົນ​ທີ່ຕົກຢູ່​ໃນ​ຄວາ​ມ
ສ່ຽງ ສາມາດ​ສັກຢາວັກ​ຊິນດັ່ງກ່າວໄດ້ໃນ​ທັນ​ທີ.

Ebola Vaccin Reax
please wait
Embed

No media source currently available

0:00 0:01:28 0:00

XS
SM
MD
LG