ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ WHO ກ່າວວ່າ ການບໍ່​ໃຫ້​ເງິນ​ຕໍ່​ກອງ​ທຶນ UNRWA ເປັນການຫັນ​ເຫຄວາມສົນໃຈ​ໄປຈາກສະຖານະການຮ້າຍແຮງ ໃນຂົງເຂດກາຊາ


ບັນດາຜູ້ຊາຍຊາວປາແລັສໄຕນ໌ ແລະເດັກນ້ອຍ ພາກັນລວມໂຕເພື່ອຊຸມນຸມໃນເມືອງຣາຟາ ທາງພາກໃຕ້ຂອງແຫຼມກາຊາ, ວັນທີ 30 ມັງກອນ 2024, ໂດຍຮຽກຮ້ອງໃຫ້ສາກົນສືບຕໍ່ສະໜັບສະໜຸນ ອົງການຊ່ວຍເຫຼືອ ແລະວຽກງານຂອງສະຫະປະຊາຊາດເພື່ອຊາວອົບພະຍົບປາແລັສໄຕນ໌ໃນເຂດຕາເວັນອອກໃກ້ (UNRWA).
ບັນດາຜູ້ຊາຍຊາວປາແລັສໄຕນ໌ ແລະເດັກນ້ອຍ ພາກັນລວມໂຕເພື່ອຊຸມນຸມໃນເມືອງຣາຟາ ທາງພາກໃຕ້ຂອງແຫຼມກາຊາ, ວັນທີ 30 ມັງກອນ 2024, ໂດຍຮຽກຮ້ອງໃຫ້ສາກົນສືບຕໍ່ສະໜັບສະໜຸນ ອົງການຊ່ວຍເຫຼືອ ແລະວຽກງານຂອງສະຫະປະຊາຊາດເພື່ອຊາວອົບພະຍົບປາແລັສໄຕນ໌ໃນເຂດຕາເວັນອອກໃກ້ (UNRWA).

ອົງການ​ອະນາ​ໄມ​ໂລກ​ ເຕືອນ​ວ່າ ການ​ຍຸຕິ​ກອງທຶນ UNRWA, ເຊິ່ງເປັນອົງການຊ່ວຍ ເຫຼືອ ແລະວຽກງານ​ຂອງ​ສະຫະ​ປະຊາ​ຊາດ​ເພື່ອ​ຊາວ​ອົບ​ພະຍົບ ປາ​ແລັ​ສ​ໄຕນ໌​ໃນ​ເຂດ​ຕາ​ເວັນ​ອອກ​ໃກ້​, ເປັນໄພຂົ່ມຂູ່ຮຸນແຮງທີ່ໄດ້ເຮັດພົນລະ​ເຮືອນ​ຫຼາຍ​ກວ່າ 2 ລ້ານ​ຄົນ​ໃນ​ເຂດ​ກາຊາພົບກັບສະຖານະການ​ຊຸດ​ໂຊມລົງຢ່າງໜັກ, ​ຫຼາຍຄົນກໍາລັງ​ປະສົບ​ກັບ​ຄວາມ​ອຶດຫິວ, ບັນຫາສຸຂະພາບ​ບໍ່​ດີ, ​ແລະໄພຄຸກຄາມທີ່ຈະເສຍຊີວິດ ຈາກການແຜ່ລະບາດຂອງພະຍາດຕິດຕໍ່ຕ່າງໆ.

ຫຼາຍ​ກວ່າ​ສິບ​ປະ​ເທດ, ເຊິ່ງ​ໃນ​ນັ້ນ​ລວມທັງ ​ສະຫະລັດ, ​ໄດ້​ຍຸຕິກອງທຶນເພື່ອ​ສະໜອງໃຫ້ແກ່ອົງການ UNRWA ຊົ່ວຄາວລຸນຫຼັງມີ​ການ​ກ່າວ​ຫາ​ວ່າ ​ພະນັກງານ ​ຂອງ​ອົງການ​ດັ່ງກ່າວຈໍານວນນຶ່ງ ​ໄດ້​ຮ່ວມ​ປະຕິບັດການ​ບຸກ​ໂຈມ​ຕີ ເຂົ້າໄປ​ໃນ ອິສຣາ​ແອລ​ໂດຍກຸ່ມ​ພວກ​ຫົວ​ຮຸນ​ແຮງຮາມາສ ​ໃນ​ວັນ​ທີ 7 ຕຸລາ​ ທີ່ຜ່ານມາ.

ຜູ້ຊາຍເກັບຂີ້ເຫຍື້ອຄົນນຶ່ງ ໃນຂະນະທີ່ໃສ່ເສື້ອເຊິ່ງມີເຄື່ອງໝາຍຂອງອົງການວຽກງານຂອງສະຫະປະຊາຊາດເພື່ອຊາວອົບພະຍົບ ປາແລັສໄຕນ໌ໃນເຂດຕາເວັນອອກໃກ້ ຕາມຖະໜົນຂອງເມືອງເຈນິນ ໃນຂົງເຂດທີ່ຖືກປົກຄອງເຂດໃຕ້ຂອງແມ່ນໍ້າຈໍແດັນ, ວັນທີ 30 ມັງກອນ 2024.
ຜູ້ຊາຍເກັບຂີ້ເຫຍື້ອຄົນນຶ່ງ ໃນຂະນະທີ່ໃສ່ເສື້ອເຊິ່ງມີເຄື່ອງໝາຍຂອງອົງການວຽກງານຂອງສະຫະປະຊາຊາດເພື່ອຊາວອົບພະຍົບ ປາແລັສໄຕນ໌ໃນເຂດຕາເວັນອອກໃກ້ ຕາມຖະໜົນຂອງເມືອງເຈນິນ ໃນຂົງເຂດທີ່ຖືກປົກຄອງເຂດໃຕ້ຂອງແມ່ນໍ້າຈໍແດັນ, ວັນທີ 30 ມັງກອນ 2024.

ໂຄສົກອົງການອະນາໄມໂລກ ທ່ານຄຣິສຕຽນ ລິນມາຍເອີ (Christian Lindmeier) ກ່າວໃນວັນອັງຄານວານນີ້ວ່າ "ການກະທໍາທາງອາຍາໃດໆກໍຕາມ ບໍ່ສາມາດດໍາເນີນໄປໂດຍບໍ່ຖືກລົງໂທດໄດ້, ແຕ່ການຫາລືໃນປັດຈຸບັນ ແມ່ນພາ ວະການລົບກວນ ຈາກສິ່ງທີ່ເກີດຂື້ນອີຫຼີໃນທຸກໆມື້, ທຸກໆຊົ່ວໂມງ, ແລະທຸກໆນາທີໃນຂົງເຂດກາຊາ.”

ທ່ານກ່າວຕື່ມວ່າ "ມັນເປັນສິ່ງທີ່ດຶງຄວາມສົນໃຈຈາກການເສຍຊີວິດຫຼາຍກວ່າ 27,000 ຄົນໃນປັດຈຸບັນ, ໃນນັ້ນ 70 ເປີເຊັນແມ່ນແມ່ຍິງ ແລະເດັກນ້ອຍ, ມັນ​ເປັນ​ສິ່ງ​ທີ່ຫັນ​ເຫຄວາມສົນໃຈອອກ​ໄປຈາກ​ການ​ປ້ອງ​ກັນ​ປະ​ຊາ​ກອນ​ທັງ​ໝົດ​ຈາກ​ການ​ເຂົ້າ​ເຖິງ​ນ້ຳ​ສະ​ອາດ, ສະ​ບຽງ​ອາ​ຫານ, ແລະບ່ອນ​ລີ້ໄພ. ມັນ​ເປັນ​ສິ່ງທີ່​ຫັນ​ເຫ​ຄວາມ​ສົນໃຈອອກໄປຈາກ​ການ​ຂັດຂວາງ​ບໍ່​ໃຫ້​ໄຟ​ຟ້າ​ເຂົ້າ​ມາ​ໃນຂົງ​ເຂດ​ກາຊາ​ເປັນ​ເວ​ລາຫຼາຍກວ່າ 100 ​ມື້ແລ້ວ.”

ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານແອນໂທນີໂອ ກູເຕເຣສ ໄດ້ຮຽກຮ້ອງໃຫ້ປະເທດຕ່າງໆ ຈົ່ງສືບຕໍ່ໃຫ້ການຊ່ວຍເຫລືອແກ່ອົງການ UNRWA ຄືນໃໝ່ ເພື່ອຮັບປະກັນວ່າ ຢ່າງໜ້ອຍໃຫ້ມີການດຳເນີນງານດ້ານມະນຸດສະທຳອັນສຳຄັນຂອງພວກເຂົາເຈົ້າຢ່າງຕໍ່ເນື່ອງ. ການຮຽກຮ້ອງນີ້ໄດ້ຮັບການສະທ້ອນ ໂດຍຜູ້ອຳນວຍການໃຫຍ່ຂອງອົງການ WHO, ທ່ານເຕໂດຣສ ອະດານອມ ເກເບຣເຢຊຸສ ທີ່ກ່າວວ່າ "ການຕັດເງິນກອງທຶນດັ່ງກ່າວ ພຽງແຕ່ຈະສ້າງຄວາມ ເຈັບປວດຕໍ່ປະຊາຊົນຢູ່ໃນຂົງເຂດກາຊາ ທີ່ຕ້ອງການການສະໜັບສະໜຸນຢ່າງໝົດຫວັງເທົ່ານັ້ນ."

ຖະ​ແຫຼງການ​ສະບັບ​ນຶ່ງ​ທີ່ເຜີຍແຜ່​ອອກມາ​ໃນ​ວັນ​ຈັນໂດຍ​ 20 ອົງການ NGOs ​ໄດ້​ສະ​ແດງ​ຄວາມ​ຕົກ​ໃຈຮຸນແຮງ​ຕໍ່ບາງ​ປະ​ເທດທີ່ເຄີຍໄດ້​ຮຽກຮ້ອງ​ໃຫ້​ເພີ້ມ​ການ​ຊ່ວຍ​ເຫລືອ​ຢູ່​ໃນຂົງເຂດກາຊາ ເຊິ່ງ​ບັດນີ້​ ໄດ້​ຢຸດ​ໃຫ້​ທຶນ​ຊົ່ວຄາວ ແກ່ອົງການ UNRWA.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG